29/03/2019 10:03 GMT+7 print

ການແຂ່ງຂັນນັ່ງດຶງເຊືອກຂອງບ້ານ ຫງອກຈີ່

ຊາຍໜຸ່ມຫຼາຍຮ້ອຍຄົນຂອງບ້ານ ຫງອກຈີ່, ຕາແສງ ແທກບ່ານ, ເມືອງ ລອງບຽນ, ຮ່າໂນ້ຍ ໄດ້ເຂົ້າຮ່ວມໃນການແຂ່ງຂັນນັ່ງ ດຶງເຊືອກ ເພື່ອຂໍໃຫ້ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ອຸດົມສົມບູນ.

ຕາມເລື່ອງລາວທີ່ເລົ່າສືບທອດກັນມາ ແຕ່ບູຮານນະການ  ກໍ່ຄື ແຕ່ກ່ອນ ບ້ານ ຫງອກຈີ່ ປະສົບກັບໄພແຫ້ງແລ້ງ, ທົ່ວໝູ່ ບ້ານ ມີນຳ້ສ້າງ ທັງໝົດ 12 ແຫ່ງ, ມີແຕ່ນຳ້ສ້າງ ຂອງເຂດ ເດ່ຍ ເທົ່ານັ້ນ ທີ່ມີນຳ້. ເວລາຜູ້ຊາຍເຂດ ເດື່ອງ, ເຂດ ເຈີ້ ມາ ເອົານຳ້ ຢູ່ນຳ້ສ້າງ ຂອງເຂດ ເດ່ຍ ແມ່ນຖືກຜູ້ຊາຍເຂດ ເດ່ຍ ກັ້ນຫ້າມບໍ່ໃຫ້ເອົາ. ໃນຍຸກນັ້ນ, ການຫາບນໍ້າ ແມ່ນເຮັດ ຈາກ ເສັ້ນຫວາຍ, ເວລາ ສອງຝ່າຍ ດຶງກັນ, ຢ້ານວ່າ ນຳ້ຈະໄຫຼອອກ ຈຶ່ງນັ່ງກອດເອົາຖັງນຳ້. ຫຼັງຈາກໄພແຫ້ງແລ້ງຜ່ານໄປ, ຄິດເຖິງເຫດການດັ່ງກ່າວ, ຜູ້ເຖົ້າຜູ້ແກ່ ໃນບ້ານ ຈຶ່ງຄິດເລື່ອງຫຼິ້ນ ນັ່ງດຶງເຊືອກ ເພື່ອເອົາມາສະແດງ ໃນງານບຸນ ຂອງ ບ້ານ ໂດຍຈຸດປະສົງ ຂໍໃຫ້ຝົນຟ້າອາກາດ ເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ.

ການທຳພິທີ ກ່ອນຈະເລີ່ມການແຂ່ງຂັນ.


ເສັ້ນຫວາຍຍາວ 40 ແມັດ ໄດ້ນຳໃຊ້ເປັນເສືອກດຶງໃນການແຂ່ງຂັນ.



ຊາຍໜຸ່ມບ້ານ ຫງອກຈີ່ ນຳເສັ້ນຫວາຍເຂົ້າໃນສະໜາມແຂ່ງ. 



ສາຍເຊືອກຖືກຊອດເຂົ້າຜ່ານຮູ, ເປັນຈຸດເຄິ່ງກາງລະຫວ່າງສອງຝ່າຍ. ເສົາສ່ວນຫຼາຍໄດ້ເຮັດ ດ້ວຍໄມ້ແກ່ນຫຼ້ອນໃຫຍ່ສໍ່າເສົາວັດ ແລະ
ຝັງລົງດິນຢ່າງແໜ້ນ. ເທິງເສົາຄຳ້ ເພິ່ນເຈາະຮູ ໜຶ່ງ ເທົ່າກັບຫົວເຂົ່າ ຜູ້ໃຫຍ່ ເພື່ອຊອດ
ເສັ້ນຫວາຍເຂົ້າ.


ແຕ່ລະຄົນ ມືໜຶ່ງຕ້ອງຢຽດໃຫ້ຊື່, ອີກມືໜຶ່ງແນບເຂົ້າໜ້າເອິກ, ເສັ້ນຫວາຍໜີບ ໃສ່ຂີ້ແຮ້ໃຫ້ແໜ້ນ. ຫຼັງຈາກມີ ສັນຍານ ຈາກສຽງກອງ, ຜູ້ບັນຊາສອງຄົນສະບັດທຸງ ຮ້ອງ: “ອີອາ, ດຶງ”.
 


ບັນດາຊາຍໜຸ່ມບ້ານ ຫງອກຈີ່ ແຂ່ງຂັນສຸດຄວາມສາມາດ
ຂອງຕົນທ່າມກາງສຽງໂຮ່ຮ້ອງ, ສຽງເຊຍຂອງຜູ້ຊົມ. 


ທີມໜຶ່ງຈະຕາງໜ້າໃຫ້ໝູ່ບ້ານແຫ່ງໜຶ່ງ, ທີມໃດກໍ່ພະຍາຍາມຍາດເອົາໄຊຊະນະມາໃຫ້ແກ່ໝູ່ບ້ານຂອງຕົນ.

ກ່ອນທ່ີງານບຸນ ຈະຈັດຂຶ້ນ, ຊາວບ້ານ ຫງອກຈີ່ ໄດ້ຈັດການ ຄັດເລືອກຜູ້ທີ່ຈະເຂົ້າຮ່ວມໃນການດຶງເຊືອກ. ມາດຕະຖານທຳອິດແມ່ນຜູ້ທີ່ມີຄອບຄົວອາໄສໃນບ້ານ ມາເປັນເວລາ 5 ເຊັ່ນຄົນຂຶ້ນໄປ.  ຕໍ່ມາແມ່ນຄອບຄົວທີ່ມີລະບຽບ, ມີການ ອົບ ຮົມສັ່ງສອນພາຍໃນຄອບຄົວ. ບ້ານ ຫງອກຈີ່ ມີ 3 ເຂດ ຄື: ເຂດ ເດື່ອງ, ເຂດ ເດ່ຍ ແລະ ເຂດ ເຈີ້. ແຕ່ລະເຂດຈະສົ່ງ ໜຶ່ງທີມ ເຂົ້າຮ່ວມໃນການແຂ່ງຂັນ. ແຕ່ລະທີມຕ້ອງມີຜູ້ຊາຍ 24 ຄົນ ແລະ ຜູ້ບັນຊາຄົນໜຶ່ງ. ສາຍເຊືອກຖືກຊອດເຂົ້າຜ່ານຮູ, ເປັນຈຸດເຄິ່ງກາງລະຫວ່າງສອງຝ່າຍ. ເສົາສ່ວນຫຼາຍໄດ້ເຮັດ ດ້ວຍໄມ້ແກ່ນຫຼ້ອນໃຫຍ່ສໍ່າເສົາວັດ ແລະ ຝັງລົງດິນຢ່າງແໜ້ນ. ເທິງເສົາຄຳ້ ເພິ່ນເຈາະຮູ ໜຶ່ງ ເທົ່າກັບຫົວເຂົ່າ ຜູ້ໃຫຍ່ ເພື່ອຊອດ ເສັ້ນຫວາຍເຂົ້າ. ຊາວບ້ານທຸກຄົນ ບໍ່ຖື ການໄດ້ເສຍ ເປັນເລື່ອງສຳຄັນ. ທີມໃດໄດ້, ທີມໃດເສຍ ກໍ່ມ່ວນ, ກໍ່ດີໃຈ ແລະ ພາກັນຈັດງານສະຫຼອງ. 

ວັນທີ 2 ທັນວາ 2015, ຄະນະກຳມະການລະຫວ່າງ ລັດຖະບານ ກ່ຽວກັບການອະນຸລັກຮັກສາ ມໍລະດົກ ວັດທະນະທຳ  ທ່ີເປັນນາມມະທຳ ຂອງ ຢູແນສໂກ ໄດ້ຈົດບັນທຶກພິທີການ ແລະ ເລື່ອງຫຼິ້ນ ດຶງເຊືອກ ຢູ່ ຫວຽດນາມ, ກຳປູເຈຍ, ສ ເກົາຫຼີ ແລະ ຟີຟິບປິນ ເຂົ້າໃນລາຍຊື່ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ຂອງ ມວນມະນຸດ.
ຈຸດພິເສດກໍ່ແມ່ນ ເຖິງວ່າ ແຕ່ລະເຂດຈະມີທີມໜຶ່ງ ເຂົ້າຮ່ວມ ໃນການແຂ່ງຂັນດຶງເຊືອກ, ແຕ່ປະຊາຊົນຢູ່ເຂດໃດ ກໍ່ຢາກໃຫ້ ທີມຂອງເຂດ ເດື່ອງ ຈະຊະນະ, ເພາະວ່າ ເຂົາເຈົ້າຄິດວ່າ ຖ້າ ເຂດເດື່ອງ ເປັນຝ່າຍຊະນະ ໝາຍຄວາມວ່າ ຊາວບ້ານຈະ ຢູ່ດີມີສຸກ, ຜົນລະປູກຈະອຸດົມສົມບູນ, ມີສຸຂະພາບ ທີ່ ເຂັ້ນແຂງຕະຫຼອດປີ.

ງານບຸນ ດຶງເຊືອກ ໄດ້ຊາວບ້ານ ແທກບ່ານ ອະນຸລັກຮັກສາຢ່າງໝັ້ນຄົງໃນຫຼາຍປີຜ່ານມາ. ເຂົາເຈົ້າເຂົ້າຮ່ວມງານດ້ວຍຄວາມສະໝັກໃຈ, ບໍ່ຫາຜົນປະໂຫຍດສ່ວນຕົວ ຫຼື ຖືການ ໄດ້ ເສຍເປັນເລື່ອງສຳຄັນ. ອີກດ້ານໜຶ່ງ, ງານບຸນດຶງເຊືອກ ກໍ່ຄື ບັນດາງານບຸນຕ່າງໆ ຂອງໝູ່ບ້ານແຫ່ງນີ້ ໄດ້ປະກອບສ່ວນ ສຳຄັນ ເຂົ້າໃນການຊຸກຍູ້ຄວາມສາມັກຄີ, ຄວາມສະໜິດຕິດພັນ ໃນປະຊາຊົນ. 
 
ປະຕິບັດ: ກົງດາດ