30/12/2018 09:54 GMT+7 print

ສິລະປະໃນການເຮັດ ພິນຕິ໊ງ ຂອງຊາວເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ

      ພິນຕິ໊ງ ແມ່ນເຄື່ອງດົນຕີປະເພດຫນຶ່ງທີ່ພົ້ນເດັ່ນຂອງພໍ່ແມ່ປະຊາຊົນ ຊົນເຜົ່າ ໄຕ່, ນຸ່ງ, ຜູ້ໄທ ເວົ້າລວມ. ພິນຕິ໊ງໄດ້ໃຊ້ເຂົ້າໃນຊີວິດແຫ່ງຈິດວິນຍານ, ໃນງານບຸນ, ການຮ້ອງລຳທຳເພງ, ຂັບກ້ຽວ, ຜູກມິດ.
         ເຖິງຢ່າງໃດກໍຕາມ, ແຕ່ລະຊົນເຜົ່າຢູ່ແຕ່ລະທ້ອງຖິ່ນ ກໍສືບທອດສິລະປະໃນການເຮັດພິນຕິ໊ງທີ່ແຕກຕ່າງກັນ. ບົດຂຽນຂອງນັກຂ່າວ ເລເຟືອງ ແນະນຳບົດ ສິລະປະໃນການເຮັດ ພິນຕິ໊ງ ຂອງ ພໍ່ແມ່ປະຊາຊົນ ຊົນເຜົ່າ ໄຕ່ ຢູ່ແຂວງ ກາວບັ່ງ”.
        ພິນຕິ໊ງ ໃນດົນຕີຂອງຊາວເຜົ່າ ໄຕ່ ແມ່ນມີທີ່ຕັ້ງ ແລະ ບົດບາດສຳຄັນ. ພິນຕິ໊ງ ທັງເປັນສຽງຂຶ້ນນຳ, ທັງເປັນສຽງບັນເຟີ (Buffer) ແລະ ກໍທັງເປັນສຽງຂັບຮ້ອງທີສອງ, ເພີ່ມເຕີມໃຫ້ແກ່ສຽງຂັບຮ້ອງຂອງນັກສິລະປິນຂັບລຳເພງພື້ນເມືອງ. ພິນຕິ໊ງ ແມ່ນນອນໃນພິນປະເພດສາຍ. ເມື່ອດີດພິນ ແມ່ນໃຊ້ນິ້ວຊີ້ຂອງມືເບື້ອງຂວາດີດ.
        ບໍ່ມີເທົ່າໃດຄົນທີ່ຮູ້ວ່າ ຕ້ອງຜ່ານຂັ້ນຕອນທີ່ສັບສົນຫຍຸ້ງຍາກຫຼາຍປານໃດ ຈຶ່ງສ້າງເປັນພິນຕິ໊ງໄດ້. ພິນຕິ໊ງ ລວມມີບັນດາພາກສ່ວນຕົ້ນຕໍຄືໜ່ວຍພິນ ເຊິ່ງເຮັດດ້ວຍໝາກນ້ຳເຕົ້າແຫ້ງເຄິ່ງໜ່ວຍ, ດ້າມຈັບຕາມປົກກະຕິແລ້ວ ແມ່ນເຮັດດ້ວຍໄມ້ມອນ, ສາຍພິນແມ່ນເຮັດດ້ວຍເສັ້ນໃຍທອງຂອງຈັກລົດ. ການເຮັດພິນຕິ໊ງ ຍາກທີ່ສຸດແມ່ນການຊອກໝາກນ້ຳເຕົ້າ. ຕ້ອງເລືອກເອົາໜ່ວຍທີ່ບໍ່ໃຫຍ່ ແລະ ບໍ່ນ້ອຍເກີນໄປ, ປາກມົນກົມ, ມີຮອບນອກແຕ່ 60 - 70 ຊັງຕີແມັດ, ຕ້ອງເອົາໜ່ວຍແກ່, ມີຮູບຊົງພາຍນອກມົນງາມ, ເປືອກໜາ, ເວລາເຄາະຕ້ອງມີສຽງທຸ້ມ, ຄືແນວນັ້ນ ພິນຈຶ່ງມີສຽງທີ່ໄດ້ມາດຕະຖານ. ລຸງ ດ່າມຊວັນຮວ່າ, ຊາວເຜົ່າ ໄຕ່ ເຊິ່ງເປັນຊ່າງເຮັດພິນຕິ໊ງ ຢູ່ ກາວບັ່ງ ໃຫ້ຮູ້ວ່າ:
        ເລືອກເອົາໝາກນ້ຳເຕົ້າແກ່, ເມື່ອນຳມາແລ້ວຕ້ອງຕັດສ່ວນເທິງຖີ້ມ, ເອົາໃນອອກ ແລະ ແຊ່ນ້ຳ 1 ອາທິດ ແລ້ວນຳມາລ້າງໃຫ້ສະອາດ, ຕາກໃຫ້ແຫ້ງ. ເມື່ອຕາກແຫ້ງແລ້ວ, ຂັ້ນຕອນທີສອງແມ່ນແຊ່ໃສ່ນໍ້າປູນປະມານ 2 – 3 ມື້. ຈຸດປະສົງໃນການແຊ່ນໍ້າປູນ ແມ່ນເພື່ອກັນບໍ່ໃຫ້ມອດກິນ. ຖ້າບໍ່ແຊ່ ແມ່ນພຽງແຕ່ໃຊ້ໄດ້ໄລຍະໜຶ່ງ ໝາກນ້ຳເຕົ້າກໍຈະເປັນມອດ, ໜ່ວຍບໍ່ແຂງ ແລະ ສຽງກໍຕ່າງ”.
            ພາຍຫຼັງຕາກໝາກນ້ຳເຕົ້າແຫ້ງແລ້ວ ກໍນຳມາເຈາະເປັນຮູຢູ່ອ້ອມໜ່ວຍ ເພື່ອສ້າງສຽງໃຫ້ພິນ. ຂະໜາດຂອງຮູທີ່ເຈາະ ກໍຕ້ອງອີງຕາມຂະໜາດໃຫຍ່ ຫຼື ນ້ອຍຂອງໝາກນ້ຳເຕົ້າ.ລຸງ ຮວ່າ ແບ່ງປັນວ່າ:
            “ເມື່ອກ່ອນ ບັນດາຜູ້ເຖົ້າຜູ້ແກ່ເຈາະຮູຢູ່ພື້ນລຸ່ມຂອງພິນ ສະນັ້ນ ເມື່ອເວລາດີດພິນ, ເອົາພິນແນບຕິດໃສ່ຄີງ, ເຮັດໃຫ້ສຽງພິນດັງອອກມານອກບໍ່ໄດ້. ເຈາະຮູຂອງພິນຢູ່ 6 ຈຸດ, ແຕ່ລະຈຸດມີ 9 ຮູ, ທັງໝົດແມ່ນ 54 ຮູ. ໝາກນ້ຳເຕົ້າໜ່ວຍນ້ອຍ ແມ່ນເຈາະຮູນ້ອຍ, ໜ່ວຍໃຫຍ່ແມ່ນເຈາະຮູໃຫຍ່ ເພື່ອໃຫ້ສຽງຂອງພິນດັງອອກມາ. ເມື່ອດີດມີສຽງດັງຂຶ້ນ, ຟັງສຽງພິນບັນລຸມາດຕະຖານແລ້ວກໍໄດ້, ຖ້າຫາກຍັງບໍ່ໄດ້ແມ່ນຕ້ອງເຈາະຮູຕື່ມອີກ”.

ໜ່ວຍພິນໄດ້ເຮັດດ້ວຍໝາກນໍ້າເຕົ້າແຫ້ງ (ພາບ: cand.com.vn) 
      ຂັ້ນຕອນຕໍ່ໄປ ແມ່ນເຮັດຝາພິນ. ຝາພິນແມ່ນປ່ຽງໄມ້ເນື້ອອ່ອນ, ປົກກະຕິ ແມ່ນໃຊ້ໄມ້ຕົ້ນຕີນເປັດ (ເອົາສ່ວນລຳ), ມີບາງບ່ອນແມ່ນເຮັດດ້ວຍໄມ້ຕົ້ນທອງຫຼາງ, ຍ້ອນເນື້ອໄມ້ອ່ອນ ເພື່ອເຮັດໃຫ້ມີສຽງດັງກ້ອງ, ໜາປະມານ 3 ມີລີແມັດ. ກ່ອນນັ້ນ ຍັງບໍ່ທັນມີກາວຕິດ, ຊາວເຜົ່າ ໄຕ່ ຕ້ອງເຂົ້າໄປປ່າ ເພື່ອຊອກເອົາຢາງຕົ້ນໝາກໂກ. ການເອົາຢາງຈາກຕົ້ນໄມ້ ບໍ່ແມ່ນວ່າລະດູໃດກໍມີ ເພາະວ່າປີໜຶ່ງມີພຽງລະດູດຽວເທົ່ານັ້ນ.
            ລຸງ ດ່າມຊວັນຮວ່າ ໃຫ້ຮູ້ວ່າ ໃນທັງໝົດບັນດາຂັ້ນຕອນເຮັດ ພິນຕິ໊ງ ນັ້ນ, ການເຮັດດ້າມຈັບ ແມ່ນຮຽກຮ້ອງໃຫ້ມີຄວາມລະອຽດອ່ອນ ແລະ ລະມັດລະວັງ. ດ້າມຈັບແມ່ນເຮັດດ້ວຍມືທັງໝົດ. ດ້າມຈັບແມ່ນເຮັດດ້ວຍໄມ້ເນື້ອອ່ອນ ເຊິ່ງໄດ້ຖາກຢ່າງພິຖີພິຖັນ ແລະ ຂັດຖູໃຫ້ເຫຼື້ອມເປັນເງົາງາມດີ. ຕ້ອງເລືອກເອົາຕົ້ນແກ່, ກ້ຽງ, ມີລາຍ ແລະ ຕາໜ້ອຍ, ເພື່ອໃຫ້ພິນໃຊ້ໄດ້ດົນ ຕ້ອງເລືອກເອົາໄມ້ທີ່ບໍ່ຄົດບ້ຽວ. ດ້າມຈັບພິນ ມີລວງຍາວສະເລ່ຍ ແຕ່ 0,8 – 1 ແມັດ, ອີງຕາມວາແຂນຂອງຜູ້ດີດພິນ.
            ສ່ວນເທິງຂອງດ້າມຈັບພິນ ແມ່ນຫົວພິນ ມີຮູບກົ່ງກ່ຽວກ່ຽວເຂົ້າ. ຊ່າງແຕ່ລະຄົນຈະແກະສະຫຼັກບັນດາລວດລາຍປະດັບດ້ວຍມື ໃສ່ຫົວພິນ. ພາຍຫຼັງເຮັດດ້າມຈັບພິນສຳເລັດ ກໍຈະນຳມາຕໍ່ໃສ່ກັບໜ່ວຍພິນ ແລ້ວຂັດເງົາ ແລະ ຕາກໃຫ້ແຫ້ງ. ສຸດທ້າຍແມ່ນຂັ້ນຕອນໃສ່ສາຍພິນ. ພິນຕິ໊ງ ແບບດັ້ງເດີມມີ 3 ສາຍ. ເມື່ອກ່ອນ, ສາຍພິນແມ່ນເອົາມາຈາກເສັ້ນໃຍທອງຂອງຈັກລົດ, ແຕ່ປັດຈຸບັນ ເຂົາເຈົ້າອາດປ່ຽນແທນດ້ວຍປະເພດເສັ້ນສາຍທີ່ມີທາດວັດຖຸແຕກຕ່າງກັນ ຄື ເຊືອກຈ້ອງ ຫຼື ສາຍນີລົງ (ທີ່ໃຊ້ເຮັດເຊືອກເບັດ).
            ເພື່ອເຮັດພິນຕິ໊ງໄດ້ນັ້ນ ຕ້ອງມີຄວາມອົດທົນ ແລະ ສີມືອັນຄ່ອງແຄ້ວ. ພິນຕິ໊ງ ທີ່ດີ, ມີສຽງມ່ວນ ແລະ ໄດ້ມາດຕະຖານ ຕ້ອງມີບັນດາປັດໄຈຢ່າງຄົບຖ້ວນ ຄື: ໜ່ວຍພິນ ມີຂະໜາດທີ່ພໍດີ, ເຈາະຮູ ແລະ ປັບສາຍໃຫ້ໄດ້ຕາມມາດຕະຖານ. ຕາມລຸງ ຮວ່າ ແລ້ວ, ສຳລັບພິນຕິ໊ງ ຈະມີສຽງໄດ້ມາດຕະຖານຫຼືບໍ່ນັ້ນ ແມ່ນຕ້ອງຂຶ້ນກັບປະສົບການ ແລະ ຫູຟັງທີ່ຮູ້ຟັງແບບຊຶມຊັບຂອງຊ່າງເຮັດພິນ. ຍ້ອນແນວນັ້ນ, ຖ້າຢາກມີພິນທີ່ດີ, ສຽງໄດ້ມາດຕະຖານນັ້ນ ຊ່າງຕ້ອງເປັນຜູ້ທີ່ຮູ້ຈັກຂັບບັນດາຈັງຫວະທຳນອງຂັບແທນ, ບັນດາສຽງດົນຕີພື້ນຖານ. ໂດຍສ່ວນຕົວລຸງ ຮວ່າ ແລ້ວ, ລຸງທັງຮູ້ຂັບແທນ, ທັງຮູ້ດີດພິນຕິ໊ງນຳອີກ ສະນັ້ນ ການປັບສາຍພິນແມ່ນບໍ່ໃຊ້ເວລາຫຼາຍ. ພາຍຫຼັງເຮັດພິນສຳເລັດ, ລຸງກໍດີດຈັງຫວະແທນ ເພື່ອກວດກາເບິ່ງຄຸນນະພາບສຽງຂອງພິນ.
        ບໍ່ຈັກວ່າເທົ່າໃດເຊັ່ນຄົນມານີ້, ພິນຕິ໊ງ ບໍ່ອາດຂາດໄດ້ໃນບັນດາຈັງຫວະຂັບແທນ, ໃນບັນດາງານບຸນ, ການເຄື່ອນໄຫວທາງດ້ານສິລະປະ, ວັດທະນະທຳທີ່ເປັນມູນເຊື້ອຢູ່ ກາວບັ່ງ. ພິນຕິ໊ງ, ຂັບແທນ ໄດ້ປະກອບສ່ວນຮັກສາມູນເຊື້ອວັດທະນະທຳ, ແມ່ນເຍື່ອງອາຫານທາງດ້ານຈິດໃຈທີ່ບໍ່ອາດຂາດໄດ້ໃນການດຳລົງຊີວິດວົງຄະນະຍາດຂອງຊາວເຜົ່າ ໄຕ່ ຢູ່ ກາວບັ່ງ. ປັດຈຸບັນ, ພໍ່ແມ່ປະຊາຊົນຍັງຄົງສືບຕໍ່ຮັກສາ ແລະ ຖ່າຍທອດອາຊີບເຮັດພິນຕິ໊ງໃຫ້ຄົນລຸ້ນໜຸ່ມຕໍ່ໆໄປ.
 (ແຫຼ່ງຄັດຈາກ VOV)