ຂ່າວສານ

PP22 ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ຂ​ວາງ​ລະ​ຫວ່າງ ອ​າ​ເມ​ລິ​ກາ ກັບ ຫວຽດ​ນາມ

ຜ່ານສອງອາທິດທີ່ເຄື່ອນໄຫວຢ່າງເປັນທາງການ, PP22 ໄດ້ສຸມໃສ່ການເຄື່ອນໄຫວຮ່ວມມື, ເບິ່ງແຍງດູແລສຸຂະພາບ ສ້າງຫ້ອງຮຽນຈຳນວນໜຶ່ງ; ບຳລຸງສ້າງທັກສະຮັບມືກັບໄພທຳມະຊາດ ແລະ ພົບປະແລກປ່ຽນສະແດງສິລະປະ, ກິລາກາຍຍະກຳ.
  ບັນດາຜູ້ແທນເຂົ້າຮ່ວມລາຍການ (ພາບ: TTXVN)   

ວັນທີ 3 ກໍລະກົດ, ລາຍການຄູ່ຮ່ວມມືປາຊີຟິກ - ປີ 2022 (Pacific Partnership ເອີ້ນຫຍໍ້ວ່າ PP22) ໄດ້ອັດລົງຢູ່ກຳປັ່ນໂຮງໝໍຂອງກອງທັບເຮືອ ອາເມລິກາ Mercy. ເຂົ້າຮ່ວມພິທີມີຜູູ້ຕາງໜ້າຂອງບັນດາປະເທດສະມາຊິກ PP22 ລວມມີ: ອາເມລິກາ, ອົດສະຕາລີ, ອັງກິດ, ຍີ່ປຸ່ນ ແລະ ບັນດາປະເທດ, ບັນດາອົງການຈັດຕັ້ງຕ່າງປະເທດຄື ຟີລິບປິນ, ອິນໂດເນເຊຍ, ປາປົວ ນິວກີເນ ແລະ Fiji. ສ່ວນຝ່າຍ ຫວຽດນາມ, ມີຜູ້ຕາງໜ້າຂອງກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງສາທາລະນະສຸກ ແລະ ການນຳອຳນາດການປົກຄອງແຂວງ ຝຸອຽນ.

ຜ່ານສອງອາທິດທີ່ເຄື່ອນໄຫວຢ່າງເປັນທາງການ, PP22 ໄດ້ສຸມໃສ່ການເຄື່ອນໄຫວຮ່ວມມື, ເບິ່ງແຍງດູແລສຸຂະພາບ ສ້າງຫ້ອງຮຽນຈຳນວນໜຶ່ງ; ບຳລຸງສ້າງທັກສະຮັບມືກັບໄພທຳມະຊາດ ແລະ ພົບປະແລກປ່ຽນສະແດງສິລະປະ, ກິລາກາຍຍະກຳ.    

ກ່າວຄຳເຫັນທີ່ພິທີ, ທ່ານ Marc Evans Knapper ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ສະແດງຄວາມປະຕິຊົມຊື່ນຕໍ່ໝາກຜົນເຊິ່ງ PP22 ບັນລຸໄດ້ ແລະ ຢັ້ງຢືນວ່າ ນີ້ແມ່ນສານຊຸກຍູ້ການພົວພັນຮ່ວມມືຢ່າງເລິກເຊິ່ງກວ້າງຂວາງລະຫວ່າງ ອາເມລິກາ ກັບ ຫວຽດນາມ. ອາເມລິກາ ສະໜັບສະໜູນ ປະເທດ ຫວຽດນາມ ວັດທະນາຖາວອນ ແລະ ເອກະລາດ. ລາຍການ PP22 ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມລວມໃນການສະໜອງການຊ່ວຍເຫຼືອມະນຸດສະທຳໃນການເຄື່ອນໄຫວສາທາລະນະສຸກ, ການພົບປະແລກປ່ຽນສະແດງດົນຕີ ເພື່ອຍົກສູງຄຸນນະພາບຂອງການດຳລົງຊີວິດຂອງປະຊາຊົນ.


top