Pickeball ເປັນປະເພກິລາ ທີ່ມີຕົ້ນກໍາເນີດຈາກ ສ ອາເມລິກາ, ຫຼັງຈາກນັ້ນ ໄດ້ຂະຫຍາຍໄປຍັງປະເທດຕ່າງໆ ໃນໂລກ. ເມື່ອມໍ່ໆ ມານີ້, ມັນໄດ້ກາຍເປັນປະເພດກິລາໃໝ່ ທີ່ມີຄວາມນິຍົມຢູ່ ຫວຽດ ນາມ ເມື່ອເຮັດໃຫ້ຜູ້ຫຼິ້ນ ມີປະສົບການທີ່ປະທັບໃຈ ແລະ ຄວາມ ທົດສອບຫຼາຍຢ່າງ.
ທ່ານນາງ ເຈິ່ນຮວ່ຽນຈາງ-ຄູສອນກິລາ ເທນນິດ ຂອງມະຫາວິທະ ຍາໄລ ພາລະສຶກສາ ບັກນິງ, ທັງເປັນຄູສອນກິລາ Pickeball ໃຫ້ຮູ້ວ່າ: Pickeball ຖືກນຳເຂົ້າມາ ຫວຽດນາມ ເມື່ອ 3 ປີກ່ອນ, ເມື່ອຊາວຫວຽດນາມ ຢູ່ ສ ອາເມລິກາ ມາຫຼິ້ນຢູ່ນະຄອນໂຮ່ຈີມິນ, ໃນ ເດືອນ ເມສາ 2023, ກິລາປະເພດນີ້ ໄດ້ຂະຫຍາຍໄປຍັງ ຮ່າໂນ້ຍ. ນີ້ເປັນປະເພດກິລາ ຫຼິ້ນໄດ້ງ່າຍ, ທຸກເພດທຸກໄວ ສາມາດ ຫຼິ້ນໄດ້, ເພາະສະນັ້ນ ເຂົາເຈົ້າຈຶ່ງເອີ້ນວ່າ ເປັນປະເພດກິລາຄອບ ຄົວ ເພື່ອຄວາມບັນເທີງ ແລະ ອອກກຳລັງກາຍ ໄດ້ທັງຄອບຄົວ.
ຜູ້ຫຼິ້ນ ມັກຫຼິ້ນ Pickeball ໃນພື້ນທີ່ເດີ່ນ ທີ່ມີຄວາມຍາວ ປະມານ 13
ມ ແລະ ກວ້າງປະມານ 6 ມ.
ຜູ້ຫຼິ້ນ ຝຶກການເລືອກຈຸດຕົກ ຂອງ ລູກບານ.
Pickeball ແມ່ນປະເພດກິລາ ທີ່ປະສົມປະສານ ລະຫວ່າງ 3 ປະ ເພດກິລາຄື: ເທນນິດ, ດອກປີກໄກ່ ແລະ ປິ່ງປ່ອງ, ສະນັ້ນມັນ ຮຽກຮ້ອງໃຫ້ມີການໂຕ້ຕອບສູງ.
Pickeball ຈະມີການແຂ່ງຂັນໃນ 2 ປະເພດຄື: ດ່ຽວ ແລະ ຄູ່. ເນື່ອງຈາກວ່າ ມັນຕ້ອງໃຊ້ຄວາມໄວສູງ, ສະນັ້ນການ ແຂ່ງຂັນ ຈະແບ່ງອອກເປັນກຸ່ມ ອາຍຸ U19, U35 ແລະ U50. ເວລາຫຼິ້ນ, ຜູ້ເສີບບານ ຈະຢືນຢູ່ເສັ້ນຫຼັງ ແລະ ຕີບານ ໄປຫາເດີ່ນ ຂອງຄູ່ຕໍ່ສູ້ ເພື່ອເລີ່ມຕົ້ນເກມ. ຫຼັງຈາກເສີບບານ, ທັງສອງທີມ ຈະປ່ຽນກັນ ຕີບານ ຈົນກວ່າໜຶ່ງ ໃນສອງທີມເຮັດຜິດພາດ. ຈຸດພິເສດ ໃນກົດລະບຽບ ການໃຫ້ຄະແນນ ຂອງກິລາປະເພດນີ້ ແມ່ນມີພຽງ ແຕ່ຝ່າຍເສີບບານ ຈຶ່ງສາມາດເອົາຄະແນນໄດ້. ເມື່ອເອົາຊະນະ ຄັ້ງໜຶ່ງ, ຜູ້ບໍ່ໄດ້ຄະແນນ ຈະມີສິດເສີບບານ ໃນຄັ້ງຕໍ່ໄປ. ຄະແນນ ຈະຖືກບັນທຶກໄວ້ໃນຄັ້ງ ຂອງ ຜູ້ເສີບບານ.
Pickeball ບໍ່ຈໍາແນກຜູ້ຫຼິ້ນ ສາມາດຫຼິ້ນ ກິລາປະເພດກິລານີ້.
ການແຂ່ງຂັນ Pickeball ຈະສິ້ນສຸດລົງໃນຮອບຄັດເລືອກ 1/16 ເມື່ອທັງສອງທີມ ໄດ້ 11 ຄະແນນ, ຮອບຕໍ່ໄປແມ່ນເວລາທີ່ ທັງ ສອງທີມ ໄດ້ 15 ຄະແນນ ແລະ ຫຼາຍກວ່າຢ່າງໜ້ອຍ 2 ຄະແນນ ເມື່ອທຽບກັບຄະແນນ ຂອງ ຄູ່ແຂ່ງ. ປັດຈຸບັນ ການແຂ່ງຂັນ Pickeball ບໍ່ພຽງແຕ່ຖືກຈັດຂຶ້ນໃນລະດັບຊາດເທົ່ານັ້ນ, ການແຂ່ງຂັນ Pickeball ສາກົນ ກໍ່ໄດ້ຈັດຂຶ້ນຢູ່ ຫວຽດນາມ. ນັກກິລາ Pickeball ມືອາຊີບ ຫວັງວ່າ ໃນອະນາຄົດ ກິລາປະເພດນີ້ ຈະຖືກນໍາເຂົ້າໃນ ການແຂ່ງຂັນ ຂອງ ງານມະຫາກຳກິລາ ທີ່ສໍາຄັນ.
ບົດ: VNP/ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ຢືຟຽນ