ຄະນະຈັດຕັ້ງໃຫ້ຮູ້ວ່າ Photo Hanoi’25 ໄດ້ເຕົ້າໂຮມນັກສິລະປິນ, ນັກຖ່າຍຮູບ, ນັກຊ່ຽວຊານ 170 ທ່ານທີ່ມາຈາກ 21 ປະເທດ ພ້ອມກັບ 25 ອົງການວິຊາສະເພາະເຂົ້າຮ່ວມ.
(ທີ່ການປະຊຸມຂ່າວແນະນຳ Photo Hanoi’25)
Biennale ຖ່າຍຮູບສາກົນ Photo Hanoi’25 ຈະເລີ່ມຈັດຂຶ້ນແຕ່ວັນທີ 01 ພະຈິກ, ແກ່ຍາວຮອດວັນທີ 30 ພະຈິກ 2025 ຢູ່ ຮ່າໂນ້ຍ.
Biennale ແມ່ນເຫດການສິລະປະເຊິ່ງໄດ້ຈັດຂຶ້ນ 2 ປີເທື່ອໜຶ່ງ, ໂດຍແນະນຳບັນດາທ່າອ່ຽງໃໝ່ສຸດຂອງສິລະປະຍຸກສະໄໝ ຜ່ານຫຼາຍຮູບແບບສິລະປະ, ຄື: ການແຕ້ມ, ຄວັດແກະສະຫຼັກ ແລະ ຖ່າຍຮູບ. ເຫດການປີນີ້ໂດຍສະຖາບັນ ຝລັ່ງ ປະຈຳ ຫວຽດນາມ ແລະ ພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ສົມທົບກັນຈັດຂຶ້ນຢູ່ກວ່າ 20 ສະຖານທີ່ໃນບໍລິເວນ ຮ່າໂນ້ຍ.
ທີ່ການປະຊຸມຂ່າວແນະນຳ Photo Hanoi’25 ທີ່່ຈັດຂຶ້ນໃນຕອນບ່າຍວັນທີ 22 ຕຸລາ, ຢູ່ ຮ່າໂນ້ຍ, ຄະນະຈັດຕັ້ງໃຫ້ຮູ້ວ່າ Photo Hanoi’25 ໄດ້ເຕົ້າໂຮມນັກສິລະປິນ, ນັກຖ່າຍຮູບ, ນັກຊ່ຽວຊານ 170 ທ່ານທີ່ມາຈາກ 21 ປະເທດ ພ້ອມກັບ 25 ອົງການວິຊາສະເພາະເຂົ້າຮ່ວມ. ໃນຕະຫຼອດ 1 ເດືອນ, ມະຫາຊົນຈະໄດ້ຮັບຊົມງານວາງສະແດງພາບຖ່າຍໂດຍບໍ່ເກັບຄ່າ, ພ້ອມກັບ 29 ເຫດການອ້ອມຂ້າງ. ທ່ານ ຫງວຽນເທເຊີນ, ຫົວໜ້າໜ່ວຍງານຖ່າຍຮູບສິລະປະ ໂຮງຮຽນວິທະຍາສາດລະຫວ່າງຂະແໜງ ແລະ ສິລະປະ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ຜູ້ຄຸ້ມຄອງ ແລະ ຄັດເລືອກ Photo Hanoi’25, ໃຫ້ຮູ້ວ່າ:
“ຈຸດໃໝ່ໃນຄັ້ງນີ້ແມ່ນ ເປັນຄັ້ງທຳອິດທີ່ຈຳນວນງານວາງສະແດງຫຼາຍກວ່າແຕ່ 20 – 30%. ພິເສດ, ຈຳນວນນັກສິລະປິນສາກົນເຂົ້າຮ່ວມກໍ່ເພີ່ມຂຶ້ນເກືອບ 2 ເທົ່າ. ສິ່ງດັ່ງກ່າວເປັນສິ່ງພິສູດໃຫ້ເຫັນຄວາມສົນໃຈຢ່າງໃຫຍ່ຫຼວງຈາກບັນດານັກຖ່າຍຮູບຕ່າງປະເທດ. ຈິດໃຈແມ່ນ ພວກເຮົາຖອດຖອນບົດຮຽນຈາກງານບຸນ Festival ຖ່າຍຮູບ. ນຳການຖ່າຍຮູບໃຫ້ນັບມື້ນັບມີຄວາມສະໜິດຕິດພັນກັບບັນດາເຂດມໍລະດົກຢູ່ນະຄອນ ຮ່າໂນ້ຍ ຫຼາຍກວ່າ”.