ຂ່າວສານ

Pfizer ແລະ BioNTech ຂໍໜັງສືອະນຸດຍາດນໍາໃຊ້ວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເດັກນ້ອຍໃນເກັ່ນອາຍຸແຕ່ 5 – 12 ປີ

      ບໍລິສັດການຢາ Pfizer Inc (ອາເມລິກາ) ແລະ ຄູ່ຮ່ວມມື BioNTech (ເຢຍລະມັນ) ປະກາດວ່າ ໄດ້ມອບຂໍ້ມູນໃຫ້ອົງການຄຸ້ມຄອງການຢາ ເອີຣົບ (EMA) ເພື່ອພິຈາລະນາອອກໜັງສືອະນຸຍາດ ກ່ຽວກັບການນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ທີ່ສອງບໍລິສັດນີ້ໄດ້ຮ່ວມມືກັນພັດທະນາ ໃຊ້ສຳລັບກຸ່ມເດັກນ້ອຍໃນເກັ່ນອາຍຸແຕ່ 5 – 12 ປີ.
ວັກຊິນກັນພະຍາດໂຄວິດ - 19 ຂອງບໍລິສັດ Pfizer Inc  (ພາບ: AFP/TTXVN)
      ວັນທີ 15 ຕຸລາ, ບໍລິສັດການຢາ Pfizer Inc (ອາເມລິກາ) ແລະ ຄູ່ຮ່ວມມື BioNTech (ເຢຍລະມັນ) ປະກາດວ່າ ໄດ້ມອບຂໍ້ມູນໃຫ້ອົງການຄຸ້ມຄອງການຢາ ເອີຣົບ (EMA) ເພື່ອພິຈາລະນາອອກໜັງສືອະນຸຍາດ ກ່ຽວກັບການນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ທີ່ສອງບໍລິສັດນີ້ໄດ້ຮ່ວມມືກັນພັດທະນາ ໃຊ້ສຳລັບກຸ່ມເດັກນ້ອຍໃນເກັ່ນອາຍຸແຕ່ 5 – 12 ປີ. ກ່ອນໜ້ານັ້ນ, ວັນທີ 20 ກັນຍາ, ບໍລິສັດ Pfizer ແລະ BioNTech ກໍປະກາດຂໍ້ມູນການທົດລອງເບື້ອງຕົ້ນກັບອາສາສະໝັກ 2.268 ຄົນ ຜົນການທົດລອງໄດ້ໃຫ້ເຫັນວ່າ ວັກຊິນກັນໂຄວິດ - 19 ຂອງສອງບໍລິສັດນີ້ ໄດ້ສ້າງປະຕິກິລິຍາພູມຕ້ານທານທີ່ແຂງແຮງ ແລະ ມີຄວາມປອດໄພເມື່ອນຳໃຊ້ກັບກຸ່ມເດັກນ້ອຍທີີ່ມີອາຍຸແຕ່ 5 – 12 ປີ. ຄາດວ່າສອງບໍລິສັດນີ້ ຈະສືບຕໍ່ຂໍໜັງສືອະນຸຍາດນຳໃຊ້ວັກຊິນນີ້ຢູ່ຫຼາຍປະເທດ. ບໍລິສັດ Pfizer ແລະ BioNTech ກໍພວມດຳເນີນການທົດລອງວັກຊິນກັນໂຄວິດ - 19 ກັບກຸ່ມເດັກນ້ອຍທີ່ຫາກໍເກີດໃໝ່ (ແຕ່ 6 ເດືອນຫາ 2 ປີ) ແລະ ເດັກນ້ອຍທີ່ມີອາຍຸແຕ່ 2 – 5 ປີ. ຂໍ້ມູນກ່ຽວກັບການທົດລອງເບື້ອງຕົ້ນກັບກຸ່ມນີ້ ອາດຈະປະກາດກ່ອນທ້າຍປີນີ້.
(ແຫຼ່ງຄັດຈາກ VOV)


top