ຂ່າວສານ

Petrovietnam ຈັດພິທີຕ້ອນຮັບ ອາຍແກັດ ທຳອິດ ໄລຍະ 2A ຈາກ ບໍ່ ຊືຕື໊ຈັ໋ງ

      ເວລາ 11 ໂມງ ຂອງ ວັນທີ 18 ມິຖຸນາ 2021, ກຸ່ມບໍລິສັດ ນ້ຳ ມັນອາຍແກັສ ຫວຽດນາມ (Petrovietnam) ໄດ້ຈັດພິທີ ຕ້ອນ ຮັບການຂຸດຄົ້ນ ອາຍແກັສ ທຳອິດ, ໄລຍະ 2A ຈາກ ບໍ່ ຊືຕື໊ຈັ໋ງ, ແປງ (ຕອນ) 15-1, ເຂົ້າໃນການຂຸດຄົ້ນ ກ່ອນກໍານົດ16 ວັນ ເມື່ອທຽບກັບແຜນການ. ໃນສະພາບການຜັນແປຢ່າງສັບສົນ ຂອງ ການແຜ່ລະບາດໂຄວິດ-19, ພິທີດັ່ງກ່າວໄດ້ຈັດຂຶ້ນໃນ ຮູບແບບທາງໄກ ຜ່ານ 4 ຈຸດ ຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີ ມິນ.
      ເຂົ້າຮ່ວມພິທີ ມີປະທານສະພາບໍລິຫານ Petrovietnam ຮວ່າງ ກວັກເວື້ອງ, ຜູ້ອຳນວຍການໃຫຍ່ບໍລິສັດ Petrovietnam ເລ ແມ້ງຮຸ່ງ; ບັນດາສະຫາຍ ໃນຄະນະປະຈໍາ ຄະນະພັກ, ສະມາ ຊິກສະພາ, ຄະນະຜູ້ອຳນວຍການໃຫຍ່; ຜູ້ນຳບໍລິສັດ ສຳຫຼວດ ຂຸດຄົ້ນ ນ້ຳມັນອາຍແກັສ (PVEP), ກື໊ວລອງ JOC ແລະ ຜູ້ຕາງ ໜ້າ ຄູ່ຮ່ວມມືຕ່າງປະເທດ Perenco, KNOC, SK ແລະ Geopetrol.
      ບໍ່ ຊືຕື໊ຈັ໋ງ ແມ່ນໜຶ່ງໃນສີ່ບໍ່ ຖືກຄົ້ນພົບທີ່ສຳຄັນ ໃນແປງ 15-1, ຂຶ້ນກັບອ່າງໂຕ່ງ ກື໊ວລອງ, ຖືກຕີລາຄາວ່າ ເປັນໜຶ່ງໃນບັນດາ ເຂດ ທີ່ມີທ່າແຮງບົ່ມຊ້ອນສູງສຸດ ກ່ຽວກັບປະລິມານ ນໍ້າມັນ ອາຍແກັສ ໃນເຂດໄຫຼ່ທະວີບ ຂອງ ຫວຽດນາມ, ຕັ້ງຢູ່ຫ່າງຈາກ ຝັ່ງທະເລ ຫວຸ໊ງເຕົ່າ ປະມານ 62 ກິໂລແມັດ ກັບລະດັບນໍ້າເລິກ ແມ່ນ 56 ແມັດ.
 
ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດນ້ຳມັນອາຍແກັສ ຫວຽດນາມ (Petrovietnam) ໄດ້ມອບໃບຍ້ອງຍໍ ໃຫ້ບັນດາໝູ່ຄະນະ ແລະ ບຸກຄົນ. ພາບ: ຫາຍອ໋ຽນ

ຜູ້ອຳນວຍການໃຫຍ່ ກື໊ວລອງ JOC ທ່ານ ຫງວຽນວັນເກ໋ວ ກ່າວ ປາໄສ ທີ່ບໍລິສັດ ຢູ່ນະຄອນ ໂຮ່ຈີມິນ. ພາບ: ຫາຍອ໋ຽນ

ປະທານສະພາສະມາຊິກ ທ່ານ ຮວ່າງກວັກເວື້ອງ ພ້ອມກັບ ຜູ້ ຕາງໜ້າຜູ້ນຳ Petrovietnam ແລະ PVEP ຈັດພິທີ ຕ້ອນຮັບ ອາຍແກັສ
ທຳອິດ ໄລຍະ 2A ຈາກ ບໍ່ ຊືຕື໊ຈັ໋ງ. ພາບ: ຫາຍອ໋ຽນ


ບັນດາຜູ້ແທນເຂົ້າຮ່ວມພິທີຕ້ອນຮັບອາຍແກັສ ທຳອິດ ໄລຍະ 2A ຢູ່ ຮ່າໂນ້ຍ ຕາມຮູບການທາງໄກ. ພາບ: ຫາຍອ໋ຽນ
 
      ສັນຍານຳ້ມັນອາຍແກັສ ແປງ 15-1 ໄດ້ຮັບການລົງນາມ ໃນ ວັນທີ 16 ກັນຍາ 1998 ລະຫວ່າງ Petrovietnam ແລະ ຝ່າຍ ຕ່າງໆ ທີ່ເຂົ້າຮ່ວມສັນຍາ ຊຶ່ງລວມມີ PVEP (50%), Perenco (23,25%), KNOC (14,25%), SK (9%) ແລະ Geopetrol (3.5%) ) ໂດຍ JOC ເປັນຜູ້ບໍລິຫານ.
      ແຜນການພັດທະນາ ບໍ່ ຊືຕື໊ຈັ໋ງ-ໄລຍະ 2A ໄດ້ຮັບການອະນຸມັດ ຈາກນາຍົກລັດຖະມົນຕີ ໃນວັນທີ 6 ທັນວາ 2019 ດ້ວຍການ ເຈາະ ຕື່ມອີກ 03 ຂຸມ (ໃນນັ້ນມີ 02 ຂຸມແນ່ນອນ ແລະ 01 ຂຸມ ສຳຮອງ) ດ້ວຍຍອດການລົງທຶນທັງໝົດ ຂອງ CAPEX ແມ່ນ ເກືອບ 138 ລ້ານ ໂດລາສະຫະລັດ, ປະລິມານ ຂຸດຄົ້ນ ຄາດວ່າ ເຖິງທ້າຍເດືອນກັນຍາ 2025 ຈະຂຸດຄົ້ນ ໄດ້ 63 ລ້ານຖັງ condensate ແລະ ອາຍແກັສ 193 ຕື້ ແມັດກ້ອນ.
      ໃນຂະບວນການຈັດຕັ້ງປະຕິບັດ, ຜູ້ນໍາບໍລິຫານ ໄດ້ພົບກັບ ຄວາມຫຍຸ້ງຍາກຫຼາຍຢ່າງເຊັ່ນ: ຍ້ອນສະພາບການ ແຜ່ລະບາດ ຂອງໂຄວິດ-19, ການຜະລິດ, ປະດິດສ້າງ, ລະດົມອຸປະກອນ, ລະດົມຊັບພະຍາກອນ ມະນຸດ ຖືກໃຊ້ ເວລາດົນກວ່າ ເມື່ອທຽບ ໃສ່ ປົກກະຕິ; ຂຸມເຈາະ ຂອງ ບໍ່ ຊືຕື໊ຈັ໋ງ - ໄລຍະ 2A ແມ່ນຂຸມ ເຈາະມີອຸ່ນຫະພູມສູງ, ຄວາມກົດດັນຂ້ອນຂ້າງສູງ, ມີຄວາມຫຼຸດ ຜ່ອນຄວາມດັນສູງ ເພາະສະນັ້ນ ຂັ້ນຕອນການເຈາະ ແລະ ສຳ ເລັດການສ້າງຂຸມເຈາະແມ່ນມີຄວາມຫຍຸ້ງຍາກ ແລະ ທ້າທາຍ ຢ່າງຫຼວງຫຼາຍ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄວາມພະຍາຍາມ ຂອງຜູ້ນໍາບໍລິຫານ, ການຊ່ວຍໜູນ ແລະ ຊີ້ນຳຢ່າງຕັ້ງໜ້າ ຂອງ ຜູ້ນຳ Petrovietnam ແລະ ພາກສ່ວນກ່ຽວຂ້ອງ, ອາຍແກັສ ຊຸດ ທຳອິດ ຂອງ ໄລຍະ 2A (ບໍ່ ST-7P) ຖືກຂຸດຄົ້ນໃນເວລາ 6 ໂມງແລງ ຂອງ ວັນທີ 14 ມິຖຸນາ 2021.
      ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນວັນເກ໋ວ, ຜູ້ອຳນວຍການໃຫຍ່ ບໍລິສັດ ກື໊ວລອງ JOC ໄດ້ທົບທວນຄືນ ບັນດາຈຸດໝາຍສຳ ຄັນ ຂອງໂຄງການ; ຢືນຢັນຜົນສຳເລັດ ຂອງໂຄງການແມ່ນ ຄວາມ ມານະພະຍາຍາມອັນໃຫຍ່ຫຼວງ ຂອງ ຄະນະການນຳ ແລະ ພະນັກງານ ກຳມະກອນ ລັດຖະກອນ ກື໊ວລອງ JOC ພ້ອມກັບ ບັນດາຄູ່ຮ່ວມມື, ດ້ວຍການສະໜັບສະໜູນສູງສຸດ ຈາກ Petro vietnam / PVEP ແລະ ບັນດາກະຊວງ, ຄະນະ,ຂະແໜງການ. ຜົນໄດ້ຮັບນີ້ ພິສູດໃຫ້ເຫັນເຖິງ ຜົນສຳເລັດຂອງ ການປະກາດ ຄຳໝັ້ນສັນຍາ ໃນການຂາຍອາຍແກັສ, ພ້ອມດຽວກັນນັ້ນ ກໍ່ ສ້າງເງື່ອນໄຂໃຫ້ການພັດທະນາໂຄງການໃນໄລຍະຕໍ່ໄປ - 2B.
      ຕາງໜ້າຄູ່ຮ່ວມມືຕ່າງປະເທດ, ທ່ານ Gilles d'Argouges - ປະ ທານບໍລິສັດ Perenco ຫວຽດນາມຢືນຢັນວ່າ ນີ້ແມ່ນຜົນງານທີ່ ສຳຄັນ, ແມ່ນສັນຍາລັກແຫ່ງການ ຮ່ວມມື ທີ່ ປະສົບຜົນສຳເລັດ ຂອງ ບັນດາຄູ່ຮ່ວມມືພາຍໃນ ແລະຕ່າງປະເທດ. ທ່ານ Gilles d'Argouges ເນັ້ນໜັກວ່າ ບັນດາຄູ່ຮ່ວມມື ໄດ້ພົບເຫັນເສັ້ນທາງ ພັດທະນາລວມ ແລະ ຫວັງວ່າ ຈະສືບຕໍ່ ປະສົບຜົນສຳເລັດ ໃນ ຂະບວນການ ສືບຕໍ່ພັດທະນາບໍ່ ຊືຕື໊ຈັ໋ງ ແລະ ໂຄງການທັງໝົດ.
      ທ່ານ ເຈິ່ນຮົ່ງນາມ- ຜູ້ອຳນວຍການໃຫຍ່ PVEP ໃຫ້ຮູ້ວ່າ ຜົນ ສຳເລັດ ຂອງ ໂຄງການໄລຍະ 2A, ບໍ່ ຊືຕື໊ຈັ໋ງ ທີ່ມີການຮັບປະ ກັນ ຄວາມປອດໄພຢ່າງ ເດັດຂາດ, ຄ່າໃຊ້ຈ່າຍຕໍ່າກວ່າ ຄາດ ໝາຍ ແລະ ຜົນໄດ້ຮັບທີ່ດີກວ່າຄາດໝາຍ ແມ່ນເງື່ອນໄຂເບື້ອງ ຕົ້ນທີ່ສຳຄັນ ໃຫ້ PVEP ແລະ ບັນດາຄູ່ຮ່ວມມືໃນການ ວາງ ແຜນ ໃນໄລຍະຕໍ່ໄປ ຂອງ ການພັດທະນາ.
      ກ່າວຄຳເຫັນຊີ້ນໍາ, ຜູ້ອຳນວຍການໃຫຍ່ Petrovietnam ເລແມ້ງ ຮຸ່ງ ເນັ້ນໜັກວ່າ ແປງ 15-1 ແມ່ນຄັນທຸງ ນຳໜ້າໃນການເຄື່ອນ ໄຫວຂຸດຄົ້ນນໍ້າມັນອາແກັສ ຢູ່ ຫວຽດນາມ, ນຳມາເຊິ່ງ ຜົນປະ ໂຫຍດ ໃຫ້ຝ່າຍຕ່າງໆ, ປະກອບສ່ວນສຳຄັນເຂົ້າ ໃນແຫຼ່ງລາຍ ຮັບ ຂອງ ລັດຖະບານ ຫວຽດນາມ (ປະມານ 10,4 ຕື້ໂດລາ ສະຫະລັດ). Petrovietnam ຕີລາຄາສູງ ຕໍ່ຄວາມ ມານະ ພະ ຍາຍາມ ຂອງ ກື໊ວລອງ JOC ແລະ ບັນດາຄູ່ຮ່ວມມື ທີ່ໄດ້ ສຳ ເລັດ ການກໍ່ສ້າງ ຂຸມເຈາະ ແລະ ຂຸດຄົ້ນ ອາຍແກັສ ທຳອິດ ໃນ ເດືອນ ມິຖຸນາ ປີ 2021 ຖືກຕາມແຜນການ ທີ່ໄດ້ໃຫ້ຄຳ  ໝັ້ນໝາຍ ໃນສັນຍາຊື້-ຂາຍ ອາຍແກັສ ແລະ ແຜນການພັດທະນາ ບໍ່. ຜູ້ອຳນວຍການໃຫຍ່ ເລແມ້ງຮຸ່ງ ໄດ້ຍ້ອງຍໍຊົມເຊີຍຕໍ່ ເຫດ ການສຳຄັນນີ້; ພ້ອມດຽວກັນນີ້, ພວກເຮົາຫວັງວ່າ ຝ່າຍຕ່າງໆ ຈະສືບຕໍ່ຮັກສາ ແລະ ພັດທະນາຄວາມສາມາດ, ສະຕິປັນຍາ, ຄວາມກະຕືລືລົ້ນ ແລະ ຄວາມສາມັກຄີ, ມຸ່ງໄປສູ່ຜົນສຳ ເລັດ ໃນໄລຍະ ທ່ີຈະມາເຖິງ.
      ເນື່ອງໃນໂອກາດນີ້, Petrovietnam ໄດ້ມອບໃບຍ້ອງຍໍ ໃຫ້ໝູ່ ຄະນະ ແລະ ບຸກຄົນ ຜູ້ທີ່ມີຜົນງານດີເດັ່ນ ໃນວຽກງານຜັນຂະ ຫຍາຍການ ຈັດຕັ້ງປະຕິບັດໂຄງການ ບໍ່ ຕື໊ຈັ໋ງ ໄລຍະ 2A ຢ່າງ ປອດໄພ ແລະ ຂຸດຄົ້ນອາຍແກັດ ທຳອິດ ກ່ອນກໍານົດ 16 ວັນ, ຮັກສາໄດ້ຄວາມປອດໄພ ຈໍານວນ 92.007 ຊົ່ວໂມງ.
      ບໍ່ ຊືຕື໊ຈັ໋ງ-ໄລຍະ 2A, ແປງ 15-1 ໄດ້ ນໍາເຂົ້າຂຸດຄົ້ນທັນເວລາ ແມ່ນໜຶ່ງ ໃນບັນດາຂີດໝາຍສຳຄັນຂອງ Petrovietnam ສືບຕໍ່ ຮັກສາ ແລະ ເພີ່ມການຜະລິດນໍ້າມັນ ອາຍແກັສ ທີ່ໄດ້ລັດຖະ ບານ ອະນຸມັດ, ສືບຕໍ່ປະກອບສ່ວນເຂົ້າ ໃນການສະໜອງ, ຮັບ ປະກັນຄວາມປອດໄພ ດ້ານພະລັງງານ ແລະ ຊຸກຍູ້ການ ພັດ ທະນາເສດຖະກິດແຫ່ງຊາດ.
      ເຫດການ ຕ້ອນຮັບອາຍແກັດ ທຳອິດ ໃນໄລຍະ 2A ຈາກບໍ່ ຊືຕື໊ ຈັ໋ງ ແມ່ນຂີດໝາຍ ທີ່ມີຄວາມໝາຍ ຕໍ່ Petrovietnam, PVEP ແລະ ກື໊ວລອງ JOC ເພື່ອສະເຫຼີມສະຫຼອງ 60 ປີແຫ່ງ ວັນມູນ ເຊື້ອ ຂອງ ຂະແໜງນໍ້າມັນອາຍແກັສ ຫວຽດນາມ  (27 ພະຈິກ 1961) -27 ພະຈິກ 2021).
ປະຕິບັດໂດຍ: ຫາຍອ໋ຽນ - ແປໂດຍ: ບິກລຽນ
      
 

top