ວັນທີ 14 ຕຸລາ 2022, ຢູ່ສຳນັກງານໃຫຍ່ຂອງກຸ່ມບໍລິສັດ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດນ້ຳມັນ ອາຍແກັສ ຫວຽດນາມ (Petrovietnam) ເລແມ້ງຮຸ່ງ ໄດ້ມີການພົບປະກັບ ທ່ານ Changjie Gou, ຜູ້ອຳນວຍການໂຄງການ Industrial Liaison Program ILP ຂອງສະຖາບັນເຕັກໂນໂລຊີ Massachusetts (MIT) ກ່ຽວກັບການເຄື່ອນໄຫວພະລັງງານ.
ເຂົ້າຮ່ວມກອງປະຊຸມມີທ່ານຮອງຜູ້ອຳນວຍການໃຫຍ່ບໍລິສັດ Petrovietnam ຟ້າມຕຽນຢຸງ; ຜູ້ອຳນວຍການສະຖາບັນນ້ຳມັນອາຍແກັສ ຫວຽດນາມ ຫງວຽນແອງດຶກ, ບັນດາທ່ານຫົວໜ້າຄະນະວິຊາສະເພາະຂອງກຸ່ມບໍລິສັດ.
ທີ່ການພົບປະ, ທ່ານ Changjie Gou, ຜູ້ອຳນວຍການໂຄງການ ILP ໄດ້ແນະນຳໃຫ້ບັນດາຜູ້ນຳກຸ່ມບໍລິສັດກ່ຽວກັບການເຄື່ອນໄຫວຂອງ MIT. ແຕ່ລະປີ, MIT ມີປະມານ 300 ສິດທິບັດ, 25 startups. ລາຍຮັບທັງໝົດຂອງບັນດາ ວິສາຫະກິດ ທີ່ມາຈາກ MIT ແມ່ນສູງເຖິງ 2.000 ຕື້ ໂດລາສະຫະລັດຕໍ່ປີ.
ທ່ານ Changjie Gou ຍັງໄດ້ແນະນໍາກ່ຽວກັບໂຄງການ ILP ທີ່ເຊື່ອມຕໍ່ວິສາຫະກິດທົ່ວໂລກ ເພື່ອໃຫ້ບັນດາວິສາຫະກິດ ສາມາດຢູ່ທັນກັບແນວໂນ້ມເຕັກໂນໂລຊີຫຼ້າສຸດໃນໂລກ ແລະ ຄໍາສັ່ງບັນຫາທີ່ຕ້ອງແກ້ໄຂ ດ້ວຍເຕັກໂນໂລຊີ.
ຜູ້ອຳນວຍການໃຫຍ່ Petrovietnam ເລແມ້ງຮຸ່ງ ແລະ ທ່ານ Changjie Gou ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ທ່າອ່ຽງ ການຫັນປ່ຽນພະລັງງານ, ພິເສດແມ່ນການແລກປ່ຽນ ປະສົບການກ່ຽວກັບລະບົບຕ່ອງໂສ້ມູນຄ່າ hydrogen. ແຜນທີ່ເສັ້ນທາງ NZE ຮອດປີ 2030 ແມ່ນອີງໃສ່ບັນດາ ເສົາຄ້ຳຫຼັກຄື: ການປະຢັດພະລັງງານ, ພະລັງງານທົດແທນ ແລະ ໄຟຟ້າ. ຫຼັງຈາກປີ 2030, ພະລັງງານຂອງໂລກ ຈະອີງໃສ່ພະລັງງານຊີວະພາບ, hydrogen ແລະ ເຊື້ອເພີງ ທີ່ອີງໃສ່ hydrogen.
ຍຸດທະສາດພັດທະນາພະລັງງານແຫ່ງຊາດຮອດປີ 2030, ມີວິໄສທັດຮອດປີ 2045 ຍັງເນັ້ນໜັກເຖິງຈຸດສຸມພັດທະນາພະລັງງານທົດແທນ ແລະ ພະລັງງານໃໝ່; ເປົ້າໝາຍຮອດປີ 2030 ເພື່ອຫຼຸດຜ່ອນການປ່ອຍອາຍພິດຂອງຂະແໜງພະລັງງານໃຫ້ໄດ້ 5,5% ແລະ 16,7% (ການສະໜັບສະໜູນຈາກສາກົນ); ພິເສດແມ່ນຄຳໝັ້ນສັນຍາຂອງຫວຽດນາມ ໃນການປະຕິບັດການປ່ອຍອາຍພິດສຸດທິໃນປີ 2050 ຢູ່ COP26.
ນອກຈາກນັ້ນ, ບັນດາກົນໄກ, ນະໂຍບາຍ, ຄໍາໝັ້ນສັນຍາ ຂອງ ຫວຽດນາມ ກ່ຽວກັບການແກ້ໄຂການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາສີຂຽວ, ພະລັງງານສະອາດ ແລະ ການພັດທະນາແບບຍືນຍົງ ພວມກ້າວເຂົ້າສູ່ທ່າອ່ຽງທົ່ວໄປ ຂອງໂລກ. ດັ່ງນັ້ນ, ຄວາມຕ້ອງການເຊື້ອເພີງ ແລະ ຜະລິດຕະພັນ ຈາກເຊື້ອເພີງ (ນໍ້າມັນເຊື້ອໄຟ, ນໍ້າມັນ, ອາຍແກັສ ແລະ ຖ່ານຫີນ) ຈະຫຼຸດລົງພາຍຫຼັງປີ 2030.
ກຸ່ມບໍລິສັດໄດ້ສ້າງຍຸດທະສາດຮອດປີ 2030, ມີວິໄສທັດຮອດປີ 2045, ໃນນັ້ນ, ທ່າອ່ຽງການຫັນປ່ຽນດ້ານພະລັງງານແມ່ນຫຼີກລ່ຽງບໍ່ໄດ້. ໃນສະພາບການດັ່ງກ່າວ, ກຸ່ມບໍລິສັດຕ້ອງເອົາໃຈໃສ່ກວ່າອີກກ່ຽວກັບພະລັງງານທົດແທນ, ໃນນັ້ນການພັດທະນາພະລັງງານແຮງລົມຢູ່ນອກຝັ່ງກໍ່ແມ່ນໜຶ່ງໃນບັນດາຈຸດໝາຍພັດທະນາຕົ້ນຕໍຂອງ Petrovietnam ເພື່ອຍາດແຍ່ງເອົາທ່າໄດ້ປຽບຈາກເຂດທະເລຍາວ ແລະ ພື້ນຖານໂຄງລ່າງຂອງ Petrovietnam ແລະ ບັນດາບໍລິສັດສະມາຊິກ.
ທ່ານຜູ້ອຳນວຍການໃຫຍ່ ເລແມ້ງຮຸ້ງ ໄດ້ຕີລາຄາສູງບັນດາບັນຫາທີ່ MIT ຍົກອອກທີ່ມີຄວາມສາມາດແກ້ໄຂ ບັນດາສິ່ງທ້າທາຍໃນປະຈຸບັນຂອງ Petrovietnam ແລະ ຄາດຄະເນຄວາມຕ້ອງການໃນອະນາຄົດຕາມທ່າອ່ຽງຫັນປ່ຽນພະລັງງານ ແລະ ບັນດາໂຄງການພະລັງງານສີຂຽວ.
ໃນໄລຍະຈະມາເຖິງ, ການນຳ 2 ຝ່າຍຈະສືບຕໍ່ປຶກສາຫາລື ບັນດາເນື້ອໃນ ການຝຶກອົບຮົມໃນຂົງເຂດພະລັງງານ, ພ້ອມກັນນັ້ນ ກໍ່ພິຈາລະນາການເຂົ້າຮ່ວມຂອງ Petrovietnam ໃນໂຄງການ ILP ຂອງ MIT ເພື່ອປັບປຸງ, ຄາດຄະເນທ່າອ່ຽງ ເຕັກໂນໂລຊີເພື່ອໜູນຊ່ວຍ ກຸ່ມບໍລິສັດພັດທະນາ ໃນສະພາບການໃໝ່.
ປະຕິບັດ: VNA/VNP