ຂ່າວສານ

PCI 2019 – ພ້ອມ​ກັນ​ແຜ່​ຂະຫຍາຍ​ສານຕ່າງໆກ່ຽວກັບ​ການ​ປະຕິ​ຮູບ​ສະພາບ​ແວດ​ລ້ອມ​​ແຫ່ງ​ການດໍາ​ເນີນ​ທຸລະ​ກິດ

“ພ້ອມກັນແຜ່ຂະຫຍາຍສານຕ່າງໆກ່ຽວກັບການປະຕິຮູບສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ” ແມ່ນຫົວຂໍ້ຂອງບົດລາຍງານກ່ຽວກັບດັດຊະນີການແກ້ງແຍ້ງຂັ້ນແຂວງ (PCI) 2019 ທີ່ໄດ້ ປະກາດທາງອອນລາຍໃນຕອນເຊົ້າວັນທີ 5 ພຶດສະພາ. 

 (ພາບປະກອບ: VOV)

ນີ້ແມ່ນບົດລາຍງານໂດຍຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ແລະ ອົງການພັດທະນາສາກົນ ອາເມລິກາ ຮ່ວມມືກັນກໍ່ສ້າງ ແລະ ປະກາດ ແນໃສ່ຕີລາຄາ ແລະ ຈັດອັນດັບສະພາບແວດລ້ອມດໍາເນີນທຸລະກິດ ແລະ ຄຸນນະພາບການບໍລິຫານດ້ານເສດຖະກິດຂອງບັນດາແຂວງ, ນະຄອນຂອງຫວຽດນາມ. ກ່ຽວກັບໝາກຜົນດັດຊະນີແກ້ງແຍ້ງຂັ້ນແຂວງ PCI 2019, ທ່ານ ຫວູຕ໊ຽນລົກ, ປະທານ ຫ້ອງການການຄ້າ ແລະ ອຸດສາຫະກໍາຫວຽດນາມ ຖືວ່າ:

        “ພວກເຮົາມີຄວາມພູມໃຈ ຕໍ່ໝາກຜົນດັດຊະນີ PCI 2019 ເຊິ່ງເປັນຕົວເລກສະແດງໃຫ້ເຫັນທ່າອ່ຽງອັນຕັ້ງໜ້າໃນການປະຕິຮູບຢູ່ຂັ້ນທ້ອງຖິ່ນຂອງຫວຽດນາມ. ພິເສດແມ່ນດັດຊະນີທີ່ມີຄະແນນສູງສຸດນັບແຕ່ກ່ອນມາຮອດປັດຈຸບັນ. ລະດັບຂະຫຍັນຂັນເຄື່ອນ, ຫົວຄິດປະດິດສ້າງຂອງອໍານາດການປົກຄອງຂັ້ນແຂວງໄດ້ເພີ່ມຂຶ້ນ, ວຽກງານແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງວິສາຫະກິດກໍໄດ້ມີຄວາມຄືບໜ້າຫຼາຍຢ່າງ, ເຮັດໃຫ້ສະພາບແວດລ້ອມດໍາເນີນທຸລະກິດສັງລວມຂອງຫວຽດນາມ ໃສແຈ້ງກວ່າ ແລະ 80% ຈໍານວນວິສາຫະກິດ ສະແດງຄວາມເພິ່ງພໍໃຈຕໍ່ວິທີການປະພຶດຂອງບັນດາອົງການອໍານາດການປົກຄອງ”.

(ແຫຼ່ງຄັດຈາກ VOV)


top