ຂ່າວສານ

PAPI 2022 ສະ​ແດງ​ໃຫ້​ເຫັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ເພື່ອ​ແນ​ໃສ່​ຟື້ນ​ຟູ​ບັນ​ດາ​ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19

ຜົນການສຳຫຼວດ ດັດຊະນີ PAPI ກໍຊີ້ໃຫ້ເຫັນຄວາມມານພະຍາຍາມຂອງ ຫວຽດນາມ ໃນປີ 2022 ໃນການແກ້ໄຂຜົນກະທົບຕໍ່ເສດຖະກິດ - ສັງຄົມ ໃນ 2 ປີເກີດໂລກລະບາດໂຄວິດ - 19 ອັນໄດ້ຊ່ວຍເພີ່ມຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ເງື່ອນໄຂເສດຖະກິດຄອບຄົວ ແລະ ຂອງປະເທດຊາດ ໃນປີຜ່ານມາ.
ທ່ານນາງ Ramla Khalidi, ຫົວໜ້າຄະນະຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn)

ຕອນເຊົ້າວັນທີ 12 ເມສາ, ຢູ່ຮ່າໂນ້ຍ, ອົງການ ສປຊ ເພື່ອການພັດທະນາ (UNDP) ພ້ອມກັບຄູ່ຮ່ວມມືໄດ້ປະກາດບົດລາຍງານດັດຊະນີປະສິດທິຜົນວຽກງານບໍລິຫານ ແລະ ການປົກຄອງສາທາລະນະ ຂັ້ນແຂວງ ຢູ່ ຫວຽດນາມ (PAPI) ປີ 2022. ບົດລາຍງານດັ່ງກ່າວເປັນຜົນການສ່ອງແສງຂອງປະຊາຊົນກວ່າ 16.000 ຄົນທີ່ເຂົ້າຮ່ວມການສຳຫຼວດ. ນີ້ແມ່ນຕົວເລກສູງສະຖິຕິໃນ 14 ປີແຫ່ງການປະຕິບັດການສຳຫຼວດ PAPI. ກ່າວຄໍາເຫັນທີ່ພິທີປະກາດ, ທ່ານນາງ Ramla Khalidi, ຫົວໜ້າຄະນະຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ ເນັ້ນໜັກວ່າ:

“ດ້ວຍຂໍ້ມູນທີ່ເກັບກຳມາໄດ້ຈາກປະຊາຊົນນັບພັນຄົນ - ເຊິ່ງເປັນເປົ້າໝາຍຊົມໃຊ້ສຸດທ້າຍຂອງການບໍລິການສາທາລະນະ, PAPI ຊ່ວຍໃຫ້ພວກເຮົາຮັບຮູ້ໄດ້ໄລຍະຫ່າງຈາກນະໂຍບາຍ ກັບ ພຶດຕິກຳຕົວຈິງ ເພື່ອສະໜອງຂໍ້ມູນໃຫ້ບັນດາອົງການວາງກຳນົດນະໂຍບາຍ ແລະ ບັນດາອົງການຄຸ້ມຄອງຂະແໜງການ. ສິ່ງດັ່ງກ່າວສ້າງກຳລັງໜູນປົວແປງປະສິດທິຜົນການບໍລິຫານລັດ.”

ຜົນການສຳຫຼວດ ດັດຊະນີ PAPI ກໍຊີ້ໃຫ້ເຫັນຄວາມມານພະຍາຍາມຂອງ ຫວຽດນາມ ໃນປີ 2022 ໃນການແກ້ໄຂຜົນກະທົບຕໍ່ເສດຖະກິດ - ສັງຄົມ ໃນ 2 ປີເກີດໂລກລະບາດໂຄວິດ - 19  ອັນໄດ້ຊ່ວຍເພີ່ມຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ເງື່ອນໄຂເສດຖະກິດຄອບຄົວ ແລະ ຂອງປະເທດຊາດ ໃນປີຜ່ານມາ. ສິ່ງທີ່ໜ້າສົນໃຈແມ່ນ, ມີເຖິງ 56% ຈຳນວນຜູ້ຖືກຖາມ ກໍ່ຢັ້ງຢືນວ່າ ເງື່ອນໄຂເສດຖະກິດຄອບຄົວຂອງເຂົາເຈົ້າດີກວ່າ, ສູງກວ່າເມື່ອທຽບໃສ່ປີ 2021.


top