ເຊັ່ນດຽວກັບອາຫານ ແລະ ຈິດວິນຍານແຫ່ງຊີວິດ, ແຟຊັ່ນ ສະ ໄໝໃໝ່ ແມ່ນການເຊື່ອມໂຍງຢ່າງໃກ້ຊິດ ກັບຊີວິດ ຂອງ ແຕ່ ລະຄົນ, ໂດຍສະເພາະແມ່ນການເຊີດຊູຄວາມງາມ ຂອງ ພູມ ປັນຍາ ແລະ ຄວາມປາຖະໜາ ປ່ຽນແປງ ຂອງແມ່ຍິງ. ດ້ວຍ ສານ ຂ້າງເທິງ, ແຟຊັ່ນ Pantio ໄດ້ ແລະ ພວມພະຍາຍາມ ເພື່ອນຳ ບັນດາຊຸດສະສົມໃໝ່ ມາຍົກລະດັບ ແບບສະບັບ ແຟ ຊັ່ນ ຂອງ ແມ່ຍິງ ຫວຽດນາມ.
ເຊັ່ນດຽວກັບອາຫານ ແລະ ຈິດວິນຍານແຫ່ງຊີວິດ, ແຟຊັ່ນ ສະ ໄໝໃໝ່ ແມ່ນການເຊື່ອມໂຍງຢ່າງໃກ້ຊິດ ກັບຊີວິດ ຂອງ ແຕ່ ລະຄົນ, ໂດຍສະເພາະແມ່ນການເຊີດຊູຄວາມງາມ ຂອງ ພູມ ປັນຍາ ແລະ ຄວາມປາຖະໜາ ປ່ຽນແປງ ຂອງແມ່ຍິງ. ດ້ວຍ ສານ ຂ້າງເທິງ, ແຟຊັ່ນ Pantio ໄດ້ ແລະ ພວມພະຍາຍາມ ເພື່ອນຳ ບັນດາຊຸດສະສົມໃໝ່ ມາຍົກລະດັບ ແບບສະບັບ ແຟ ຊັ່ນ ຂອງ ແມ່ຍິງ ຫວຽດນາມ.
ແຟຊັ່ນ Pantio ແມ່ນຕິດພັນກັບຊື່ຜູ້ກໍ່ຕັ້ງ, CEO, ນັກອອກແບບ ມາຍເຟື້ອງແອ໋ງ. ເພິ່ນເປັນຜູ້ຢູ່ເບື້ອງຫຼັງຢ່າງງຽບໆ ໃນການພັດ ທະນາ ແລະ ຜົນສຳເລັດຂອງໂຮງງານ ແຟຊັ່ນ Parosy, ຍີ່ຫໍ້ ແຟ ຊັ່ນ Pantio ດ້ວຍລະບົບຫ້ອງວາງສະແດງ 60 ແຫ່ງຢູ່ທົ່ວ ຫວຽດ ນາມ, ປະກອບສ່ວນຊ່ວຍໃຫ້ແມ່ຍິງ ຫວຽດນາມ ນັບລ້ານຄົນ ໄດ້ນຳໃຊ້ຫຼາຍຊຸດ ແຟຊັ່ນ ທີ່ສວຍງາມກວ່າ, ມີຄວາມໝັ້ນໃຈ ແລະ ປະສົບຜົນສຳເລັດ ໃນທຸກດ້ານ ພື້ນທີ່ຂອງຊີວິດ.
ນັກອອກແບບ ມາຍເຟື້ອງແອ໋ງ ເຮັດວຽກກັບເພື່ອນຮ່ວມງານ. ພາບ: ເອກະສານ
ທ່ານນາງ ມາຍເຟື້ອງແອ໋ງ ໃນເບື້ອງຕົ້ນແມ່ນຮຽນວິຊາ ເຄມີ ຢູ່ ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ, ແຕ່ເນື່ອງຈາກພອນສະຫວັນ ທ່ີ ຟ້າບັນດານໃຫ້ ພ້ອມກັບສີມືທີ່ຄ່ອງແຄ່ວ ແລະ ມີຄວາມມັກ ຮັກໃນການ ອອກແບບ ແຟຊັ່ນ ແບບພິເສດ, ເຮັດວຽກໃນ ຂະ ແໜງການ ສຶກສາ ໄດ້ໄລຍະໜຶ່ງ, ເພິ່ນໄດ້ຮຽນຕໍ່ ປະລິນຍາຕີ ຂະແໜງ ການອອກແບບແຟຊັ່ນ - ວິທະຍາໄລວິຈິດສິນ ອຸດສາ ຫະກໍາ ຮ່າໂນ້ຍ.
ເມື່ອຫວນຄືນ ສະໄໝເລີ່ມຕົ້ນການດຳເນີນເຮັດທຸລະກິດ, ທ່ານ ນາງ ມາຍເຟື້ອງແອ໋ງ ເລົ່າສູ່ຟັງກ່ຽວກັບ ການເລີ່ມຕົ້ນ ດຳເນີນ ເຮັດທຸລະກິດ ຂອງ ຍີ່ຫໍ້ ຊຸດແຕ່ງງານ ເຟື້ອງແອ໋ງ ໃນຊຸມປີ 90. ໃນຕອນນັ້ນ, ເພິ່ນເປັນນັກອອກແບບໜຸ່ມ ທີ່ຫາກໍ່ທຳ ອາຊີບ ມີ ຄວາມກັງວົນຫຼາຍຢ່າງ ກ່ຽວກັບຕະຫຼາດ ແຟຊັ່ນ ຊຸດແຕ່ງງານ ໃນຍຸກນັ້ນ. ດ້ວຍຄວາມຢືດຢຸ່ນ ແລະ ມີວິໄສທັດຍຸດທະສາດ ທີ່ ຖືກຕ້ອງໃນທຸລະກິດ, ບັນດາຊຸດອອກແບບ ຊຸດແຕ່ງງານ ເຟື້ອງ ແອ໋ງ ເຄີຍສ້າງຊື່ສຽງ ໂດ່ງດັງທົ່ວພາກເໜືອ ເມື່ອເປັນຜູ້ ບຸກເບີກ ໃນການສ້າງຊຸດແຕ່ງງານ ແບບໃໝ່ ແລະ ການບໍລິການແບບ ຄົບວົງຈອນ ນັບແຕ່ການຖ່າຍຮູບ, ຊຸດແຕ່ງງານ, ໄປຈົນເຖິງບໍລິ ການ ແຕ່ງໜ້າເຈົ້າສາວ ແລະ ວີດີໂອ ຖ່າຍຮູບ.
ພາຍຫຼັງຄວາມສຳເລັດ ຂອງ ຊຸດແຕ່ງງານ ເຟື້ອງແອ໋ງ, ທ່່ານນາງ ມາຍເຟື້ອງແອ໋ງ ໄດ້ຂະຫຍາຍທຸລະກິດ ແຟຊັ່ນ ຂອງຕົນ ດ້ວຍ ເສັ້ນທາງທີ່ກ້າຫານ ແລະ ບຸກທະລຸ ຄືກໍ່ສ້າງໂຮງງານ ຜະລິດ ແຟຊັ່ນ Parosy.
ບັນດານັກອອກແບບໄດ້ຮັບດອກໄມ້ ແລະ ຄຳຂອບໃຈຈາກ ຄະນະກໍາມະການຈັດງານວາງສະແດງ ແຟຊັ່ນ
“ເຕົ້າໂຮມຄວາມ ຍອດຍິ່ງ
ຂອງ ຕົ້ນກຳເນີດ”.
ຊຸດສະສົມ Fantasy ໄດ້ແຕ່ງບົດເລື່ອງສິລະປະ
ຂອງ ແຟຊັ່ນ ຍຸກປັດຈຸບັນ ຕາມແນວໂນ້ມ ໂຣແມນຕິກ-ທັນສະໄໝ.
ໂຮງງານຜະລິດ ແຟຊັ່ນ Parosy ເປັນທັງສະຖານທີ່ ຜະລິດ ເຄື່ອງນຸ່ງ ອຸປະໂພກ ບໍລິໂພກ “made in Việt Nam” ແລະ ທັງ ເປັນຄູ່ຮ່ວມມື ການຜະລິດຂອງ ຫຼາຍຍີ່ຫໍ້ໃຫຍ່ຄື: Zara, Mango, Esprit, Taka&Dance...ພິເສດ, ໂຮງງານ Parosy ຍັງເປັນບ່ອນ ຜະລິດຊຸດເຄື່ອງນຸ່ງ ສໍາລັບງານບຸນ, ຊຸດສະແດງ, ຊຸດແຕ່ງງານ, ຊຸດລາຕີ... ໄດ້ສົ່ງອອກໄປສູ່ຕະຫຼາດ ເຢຍລະມັນ, ອີຕາລີ ແລະ ຍີ່ປຸ່ນ.
ຄວາມຝັນດ້ານ ແຟຊັ່ນ ບໍ່ໄດ້ຢຸດຢູ່ເທົ່ານີ້, ປີ 2010, ນັກທຸລະ ກິດ ມາຍເຟື້ອງແອ໋ງ ສືບຕໍ່ພັດທະນາຍີ່ຫໍ້ ແຟຊັ່ນ Pantio, ຫັນ ຄວາມມຸ່ງມາດປາດຖະໜາຂອງຕົນ ໃຫ້ກາຍເປັນຄວາມຈິງ ຄື : ສ້າງເຄື່ອງໝາຍ ແຟຊັ່ນ ຫວຽດ ເພື່ອຮັບໃຊ້ລູກຄ້າ ຫວຽດ ດ້ວຍລາຄາທີ່ເໝາະສົມ ແລະ ມີຄຸນນະພາບດີທີ່ສຸດ, ສ້າງ ຂີດໝາຍ ແຟຊັ່ນຫວຽດນາມ ໃນແຜນທີ່ ແຟຊັ່ນ ໂລກ.
ປັດຈຸບັນ, ໂຮງງານ Parosy ມີເນື້ອທີ່ກວ່າ 10.000 ມ2, ຈໍາ ໜ່າຍສິນຄ້າ ອອກສູ່ຕະຫຼາດ 400.000 - 500.000 ຊຸດໃນແຕ່ລະເດືອນ ແລະ ແຟຊັ່ນ Pantio ໄດ້ຂະຫຍາຍຫ້ອງວາງສະແດງຢູ່ ຫວຽດນາມ ເຖິງ 60 ຫ້ອງ, ໄດ້ບຸກເບີກທ່າອ່ຽງ ແຟຊັ່ນ ທີ່ສະ ຫງ່າງາມ ແລະ ທັນສະໄໝ, ຮັບໃຊ້ແມ່ຍິງ ຫວຽດນາມ ຫຼາຍລ້ານ ຄົນໃນແຕ່ລະປີ.
ເກືອບ 15 ປີແຫ່ງການພັດທະນາ ແລະ ພິຊິດ ລູກຄ້າຢູ່ຕະຫຼາດ ພາຍໃນປະເທດ, ປີ 2021 ແລະ 2022, Pantio ໄດ້ຮັບກຽດ ຖືກ ຄັດເລືອກ ໃຫ້ເປັນໜຶ່ງ ໃນ 10 ເຄື່ອງໝາຍການຄ້າ ທີ່ໄດ້ຮັບ ຄວາມໄວ້ວາງໃຈ ຈາກຜູ້ບໍລິໂພກ ຫວຽດນາມ 2 ປີ ຕິດຕໍ່ກັນ, ຍີ່ຫໍ້ ທີ່ມີຊື່ສຽງໃນ ຂົງເຂດອາຊີປາຊີຟິກ 2023, ຍີ່ຫໍ້, ຜະລິດຕະ ພັນ, ບໍລິການທີ່ມີຊື່ສຽງແຫ່ງຊາດ 2023. ລາງວັນອັນຊົງກຽດນີ້ ໄດ້ປະກອບສ່ວນຢັ້ງຢືນບົດບາດ ແລະ ທີ່ຕັ້ງ ຂອງ Pantio ໃນ ຂະແໜງອຸດສາຫະກຳ ແຟຊັ່ນ, ບໍ່ພຽງແຕ່ຢູ່ ຫວຽດນາມ ເທົ່າ ນັ້ນ, ແຕ່ຍັງແມ່ນບາດກ້າວ ສໍາຄັນໃນການເດີນທາງ ເພື່ອຍາດ ເອົາຕະຫຼາດ ແຟຊັ່ນ ສາກົນ ໃນອະນາຄົດ ອີກດ້ວຍ.
ຫວ່າງມໍ່ໆ ມານີ້, ໃນການເດີນທາງກັບຄືນສູ່ມະຫາວິທະຍາໄລວິຈິດສິນ ອຸດສາຫະກໍາ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ, ນັກອອກແບບ, ນັກທຸລະກິດ ມາຍເຟື້ອງແອ໋ງ ແມ່ນໜຶ່ງໃນບັນດາຜູ້ສະໜັບສະໜູນຫຼັກ ຂອງ ງານວາງສະແດງ ແຟຊັ່ນ “ເຕົ້າໂຮມຄວາມຍອດຍິ່ງຂອງຕົ້ນກຳເນີດ”, ພ້ອມນີ້ກໍ່ໄດ້ສະເໜີຊຸດ ແຟຊັ່ນ ຊັ້ນສູງທີ່ມີຊື່ວ່າ Fantasy ຢູ່ຕໍ່ໜ້າແຂກ ແລະ ຄົນຮັກ ແຟຊັ່ນ 1.000 ຄົນຢູ່ ຮ່າໂນ້ຍ. ເຫດການໃນຄັ້ງນີ້, ທ່ານນາງ ມາຍເຟື້ອງແອ໋ງ ໄດ້ສ້າງກຳລັງໃຈ ແລະ ພະລັງງານທີ່ດີ ໃຫ້ນັກຮຽນ ແລະ ນັກອອກແບບໜຸ່ມ ຫຼາຍລຸ້ນຄົນໃນອະນາຄົດ ດ້ວຍບັນດາເລື່ອງລາວ ກ່ຽວກັບການເລີ່ມຕົ້ນເຮັດທຸລະກິດ ແລະ ຄວາມມານະພະຍາຍາມ ຮັກສາຄວາມຫຼົງໄຫຼ ເພື່ອປະກອບ ສ່ວນພັດທະນາ ອຸດສາຫະກໍາ ແຟຊັ່ນ ຫວຽດນາມ ຢ່າງບໍ່ຢຸດຢັ້ງ.
ຖືແຮງບັນດານໃຈ ຈາກຄວາມຮູ້ສຶກຫຼາຍດ້ານ ຂອງໂລກແຫ່ງ ພາບລວງຕາ, ຊຸດສະສົມ Fantasy ມາຈາກຍີ່ຫໍ້ ແຟຊັ່ນ Pantio ໄດ້ແຕ່ງບົດເລື່ອງສິລະປະຂອງ ແຟຊັ່ນ ຍຸກປັດຈຸບັນ ຕາມແນວ ໂນ້ມ ໂຣແມນຕິກ-ທັນສະໄໝ. ນີ້ແມ່ນການອອກແບບ ທີ່ເປັນ ເອກະລັກ ແລະ ປະທັບໃຈ, ນໍາໜ້າທ່າອ່ຽງແຟຊັ່ນ ລະດູໃບໄມ້ ຫຼົ່ນ-ລະດູໜາວ 2024.
ນັກອອກແບບ ມາຍເຟື້ອງແອ໋ງ ປະກົດຕົວຢູ່ເທິງເວທີ ເພື່ອສະ ແດງຄຳຂອບໃຈ ຕໍ່ນໍ້າໃຈ
ຂອງ ຜູ້ຊົມ ທີ່ສະຫງວນໃຫ້ແກ່ຕົນ ແລະ ຍີ່ຫໍ້ ແຟຊັ່ນ Pantio.
ອອກແບບກວ່າ 30 ຊຸດ ທີ່ເປັນເອກະລັກ ແລະ ປະທັບໃຈ ຂອງ ແຟຊັ່ນ ລະດູໃບໄມ້ຫຼົ່ນ - ລະດູໜາວ 2024 ນັບແຕ່ການ ອອກ ແບບ, ການອະນຸມັດຕົວຢ່າງ ໄປຈົນເຖິງການຜະລິດ ໃນ ທຸກໆ ຂັ້ນຕອນແມ່ນດໍາເນີນໂດຍທີມງານຜູ້ຊ່ຽວຊານ ແລະ ຊ່າງ ຝີມື ທີ່ມີປະສົບການ ຂອງ Pantio ແລະ ໄດ້ຮັບການຄວບຄຸມ ຢ່າງ ເຂັ້ມງວດ ໂດຍລະບົບການຜະລິດ ຂອງ ໂຮງງານຜະລິດ ແຟ ຊັ່ນ Parosy ຕາມມາດຕະຖານສາກົນ. ບັນດາຊຸດສະສົມດັ່ງ ກ່າວ ອາດຈະນໍາໜ້າທ່າອ່ຽງ ແຟຊັ່ນ ຂອງ ແມ່ຍິງ ແຕ່ເວທີ ສະແດງ ເຖິງຊີວິດປະຈໍາວັນ. ຜ່ານຊຸດສະສົມ Fantasy, ນັກອອກແບບ ມາຍເຟື້ອງແອ໋ງ ຢາກສົ່ງສານ ກ່ຽວກັບອິດສະລະ ພາບ, ຄວາມ ຝັນ ແລະ ດຳເນີນຕາມຄວາມປາດຖະໜາຂອງ ຕົນ. ແມ່ຍິງ ທີ່ ທັນສະໄໝ, ສະຫຼາດ ແລະ ເອກະລາດ ຈະພົບເຫັນຕົວເອງ ໃນບັນດາຊຸດອອກແບບທີ່ໂດນໃຈເຫຼົ່ານີ້.
ບົດ: VNP/ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ