ຂ່າວສານ

Oramed (ອິ​ດ​ສະ​ລາ​ແອນ​) ຮ່ວມ​ມື​ກັ​ບ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໃນ​ການ​ຫັນວັກ​ຊິນ​ຕ້ານ​ໂຄວິດ - 19 ແບບ​ດື່ມ​ເປັນ​ການ​ຄ້າ

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອນ ໂດມິງຮູ່ງ ຢັ້ງຢືນວ່າການຮ່ວມມືລະຫວ່າງ ເຕິນແທງ ແລະ Oramed ມີຄວາມໝາຍສຳຄັນທີ່ສຸດ.
ພິທີລົງນາມ (ພາບ: ທາງວິສາຫະກິດສະໜອງໃຫ້)

ວັນທີ 29 ທັນວາ, ພິທີລົງນາມຂໍ້ຕົກລົງການຮ່ວມມື, ຫັນເປັນການຄ້າວັກຊິນຕ້ານໂຄວິດ - 19 ແບບດື່ມເປັນສິດຜູກຂາດທົ່ວພາກພື້ນອາຊີຕາເວັນອອກສ່ຽງໃຕ້ ລະຫວ່າງບໍລິສັດຫຸ້ນສ່ວນການລົງທຶນ ເຕິນແທງ Holdings - ບໍລິສັດຫຸ້ນສ່ວນເລກ 10 Pharma (ຫວຽດນາມ) ກັບ ກຸ່ມບໍລິສັດ Oravax Medical (ອາເມລິກາ) - ບໍລິສັດ Oravax Medical ຈຳກັດ (ອິດສະລາແອນ) ໄດ້ຈັດຂຶ້ນແບບທາງໄກທັງຢູ່ ຫວຽດນາມ, ອິດສະລາແອນ ແລະ ອາເມລິກາ.

        ກ່າວຄຳເຫັນທີ່ພິທີລົງນາມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະລາແອນ ໂດມິງຮູ່ງ ຢັ້ງຢືນວ່າການຮ່ວມມືລະຫວ່າງ ເຕິນແທງ ແລະ Oramed ມີຄວາມໝາຍສຳຄັນທີ່ສຸດ. ນີ້ແມ່ນຄັ້ງທຳອິດທີ່ວິສາຫະກິດ 2 ປະເທດ ຜັນຂະຫຍາຍການຮ່ວມມືດ້ານການແພດນຳໃຊ້ເຕັກໂນໂລຊີສູງ, ທັງດ້ານການຄ້າ ແລະ ການຖ່າຍທອດ ເຕັກໂນໂລຊີ. ນີ້ແມ່ນທິດເດີນໃໝ່ໃນການພົວພັນຮ່ວມຮ່ວມມືລະຫວ່າງ 2 ປະເທດ. ເນື້ອໃນການຮ່ວມມືແມ່ນເໝາະສົມກັບຄຳຊີ້ນຳຂອງລັດຖະບານ ແລະ ຕອບສະໜອງຄວາມຕ້ອງການຢູ່ພາຍໃນປະເທດກ່ຽວກັບການນຳໃຊ້ແຫຼ່ງວັກຊິນ, ເປັນເຈົ້າການໃນການຄົ້ນຄ້ວາພັດທະນາ, ຖ່າຍທອດ ເຕັກໂນໂລຊີໃນການຜະລິດວັກຊິນຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)


top