ການກະທຳນີ້ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິດສະລາແອັນ ແລະ ອີຣານ.
ອົງການບັນດາປະເທດສົ່ງອອກນ້ຳມັນ ແລະ ບັນດາຄູ່ຮ່ວມມື (OPEC+) ບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບການເພີ່ມ ປະລິມານນ້ຳມັນໜ້ອຍໜຶ່ງ ໃນກອງປະຊຸມວັນທີ 1 ມີນາ. ການກະທຳນີ້ເພື່ອແນໃສ່ຮັບມືກັບສະພາບການຂາດວັກຂາດຕອນໃນການຂົນສົ່ງທາງທະເລທີ່ຮ້າຍແຮງຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງບັນດາການຜັນແປດ້ານການທະຫານຄັ້ງຫຼ້າສຸດລະຫວ່າງ ອາເມລິກາ - ອິດສະລາແອັນ ແລະ ອີຣານ.
OPEC+ ເຫັນດີກ່ຽວກັບຫຼັກການ ເພີ່ມປະລິມານການຂຸດຄົ້ນຕື່ມອີກ 206.000ຖັງ/ວັນ. ຂໍ້ຕົກລົງນີ້ໄດ້ຍົກອອກມາພາຍຫຼັງບັນດາສະມາຊິກຊັ່ງຊາຫຼາຍແຜນການ, ດ້ວຍບັນດາວິທິການສະເໜີແຕ່ 137.000ຖັງ/ວັນຂຶ້ນເຖິງ 548.000ຖັງ/ວັນ. ການກະທຳເພີ່ມປະລິມານໄດ້ຮັບຄວາມຄາດຫວັງ ຈະຫຼຸດຜ່ອນກຳລັງດັ່ນຂາດເຂີນແຫຼ່ງສະໜອງທົ່ວໂລກ, ພິເສດພາຍຫຼັງ ຊ່ອງແຄບ Hormuz ເຊິ່ງແມ່ນເສັ້ນທາງທະເລຫຼັກແຫຼ່ງ ຂົນສົ່ງ ກວ່າ 20%ປະລິມານນ້ຳມັນໃນທົ່ວໂລກ ຖືກປິດລ້ອມແຕ່ວັນທີ 28 ກຸມພາ ຕາມຄຳກ່າວເຕືອນຂອງ ຝ່າຍອີຣານ.
ເຖິງວ່າ OPEC+ ມີມູນເຊື້ອເພີ່ມປະລິມານເພື່ອຊົດເຊີຍຄວາມຂາດເຂີນ ແຕ່ວົງການນັກໄຈ້ແຍກກ່າວເຕືອນວ່າ ຄວາມສາມາດໃນການຜະລິດສຳຮອງໃນປັດຈຸບັນຂອງກຸ່ມແມ່ນຈຳກັດທີ່ສຸດ.