ຂ່າວສານ

Omicron ຈະກາຍເປັນໄວຣັດຕິດແປດຕົ້ນຕໍຢູ່ຫຼາຍປະເທດ

      ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 295,4 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,47 ລ້ານຄົນ.
(ພາບປະກອບ: AFP/ TTXVN)
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 05 ມັງກອນ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດກວ່າ 295,4 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 5,47 ລ້ານຄົນ. ອາເມລິກາ, ອິນເດຍ, ບຣາຊິນ ຍັງແມ່ນ 3 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດໂຄວິດ-19.
        ວັນທີ 04 ມັງກອນ, ເຈົ້າໜ້າທີ່ອົງການອະນາໄມໂລກ (WHO) ທ່ານ Abdi Mahamud ໃຫ້ຮູ້ວ່າ, ນັບມື້ນັບມີຫຼັກຖານຫຼາຍຢ່າງທີ່ສະແດງໃຫ້ເຫັນວ່າ ໄວຣັດກາຍພັນ Omicron ໄດ້ເຮັດໃຫ້ອາການສຸຂະພາບສະແດງອອກໜ້ອຍກວ່າບັນດາກາຍພັນທີ່ໄດ້ກວດພົບກ່ອນໜ້ານັ້ນຂອງໄວຣັດ SARS-CoV-2. ທ່ານ Abdi Mahamud ຢືນຢັນວ່າ, ນີ້ແມ່ນສັນຍານຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, Omicron ຈະກາຍເປັນໄວຣັດກາຍພັນທີ່ຕິດແປດຕົ້ນຕໍຢູ່ຫຼາຍປະເທດໃນຮອບເວລາ 2-3 ອາທິດຈະມາເຖິງ ແລະ ນີ້ແມ່ນຄວາມສ່ຽງຕໍ່ບັນດາປະເທດມີອັດຕາການສັກວັກຊິນກັນໂຄວິດ-19 ຕ່ຳ.
(ແຫຼ່ງຄັດຈາກ VOV)


top