ຂ່າວສານ

Olympic ເຄມີສາກົນປີ 2020: ຫວຽດນາມ ຢືນອັນດັບທີ 2 ໃນໂລກ

ນັກຮຽນທັງໝົດ 4 ຄົນທີ່ເຂົ້າຮ່ວມການເສັງ Olympic ເຄມີສາກົນປີ 2020 ຂອງທິມຊາດຫວຽດນາມ ລ້ວນແຕ່ຄວ້າໄດ້ຫຼຽນຄຳ.


ນັກຮຽນເຂົ້າຮ່ວມການເສັງ Olympic ເຄມີສາກົນປີ 2020 

(ພາບ: moet.gov.vn)


ຕອນເຊົ້າວັນທີ 31 ກໍລະກົດ, ຕາມຂໍ້ມູນຂ່າວຈາກົມຄຸ້ມຄອງຄຸນນະພາບ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໃຫ້ຮູ້ວ່າ, ນັກຮຽນທັງໝົດ 4 ຄົນທີ່ເຂົ້າຮ່ວມການເສັງ Olympic ເຄມີສາກົນປີ 2020 ຂອງທິມຊາດຫວຽດນາມ ລ້ວນແຕ່ຄວ້າໄດ້ຫຼຽນຄຳ. ໝາກຜົນລວມຂອງທົ່ວຄະນະແມ່ນ ທິມຊາດຫວຽດນາມ ຢຶນອັນດັບທີ 2, ຖັດຈາກອາເມລິກາ. ນີ້ແມ່ນໝາກຜົນສູງສຸດຂອງທິມຊາດຫວຽດນາມ ທີ່ເຂົ້າຮ່ວມການເສັງ Olympic ເຄມີສາກົນປີ 2020 ນັບແຕ່ກ່ອນມາຮອດປະຈຸບັນ,

        Olympic ເຄມີສາກົນຄັ້ງທີ 52 ປີ 2020, ໄດ້ຈັດຕັ້ງຢູ່ ຕວກກີ ໃນສະພາບໂລກລະບາດໂຄວິດ-19 ພວມຜັນແປໄປຢ່າງສັບສົນ. ມີ 60 ທິມຊາດ ແລະ ເຂດແຄ້ວນເຂົ້າຮ່ວມການເສັງຕາມຮູບແບບອອນລາຍຖືກຕ້ອງຕາມຂໍ້ກຳນົດກົດລະບຽບຂອງ Olympic ເຄມີສາກົນ.

ແຫຼ່ງຄັດຈາກ VOV)


top