ຂ່າວສານ

Olympic Tokyo 2020: ເກຼັກມອບທວນໄຟໃຫ້ແກ່ຍີ່ປຸ່ນ

      ຄະນະກຳມະການ Olympic ເກຼັກ ໄດ້ມອບທວນໄຟໃຫ້ບັນດານັກຈັດຕັ້ງ Olympic Tokyo 2020 ຢູ່ສະໜາມກິລາ Panathenaic, ຢູ່ນະຄອນຫຼວງ ອາແທັນ.

ງານມະຫາກຳກິລາ
(ພາບ: THX/TTXVN)
      ວັນທີ 19 ມີນາ, ເກຼັກ ໄດ້ມອບທວນໄຟງານມະຫາກຳກິລາ (Olympic) ລະດູແລ້ງ 2020 ໃຫ້ແກ່ ຍີ່ປຸ່ນ ໃນພິທີເຊິ່ງໄດ້ຈັດຂຶ້ນຢ່າງງ່າຍດ່າຍທີ່ສຸດ ຍ້ອນມີຄວາມວິຕົກກັງວົນຕໍ່ຄວາມສ່ຽງການແຜ່ລະບາດຂອງ ໂລກພະຍາດໂຄວິດ-19. ຄະນະກຳມະການ Olympic ເກຼັກ ໄດ້ມອບທວນໄຟໃຫ້ບັນດານັກຈັດຕັ້ງ Olympic Tokyo 2020 ຢູ່ສະໜາມກິລາ Panathenaic, ຢູ່ນະຄອນຫຼວງ ອາແທັນ.
ພາຍຫຼັງພິທີມອບທວນໄຟ Olympic, ຄະນະຜູ້ແທນ ຍີ່ປຸ່ນ ຈະນຳທວນໄຟນັ້ນຂຶ້ນຍົນກັບເມືອຍີ່ປຸ່ນ. ວັນທີ 20 ມີນາ, ທວນໄຟນີ້ຈະມາຮອດຍີ່ປຸ່ນ, ແຕ່ບັນດາການເຄື່ອນໄຫວຕ້ອນຮັບທວນໄຟກໍ່ລ້ວນແຕ່ຖືກຍົກເລີກ.
 (ແຫຼ່ງຄັດຈາກ VOV)


top