ຂ່າວສານ

OECD ຄາດ​ຄະ​ເນ​ເສດ​ຖະ​ກິດ ຫວຽດ​ນາມ ປີ 2023 ບັນ​ລຸ​ດັບ​ເຕີ​ບ​ໂຕ 6,5%

ໄລຍະເກີດພະຍາດໂຄວິດ - 19, ການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ໄດ້ລື່ນກາຍຢ່າງກະໂດດຂັ້ນເມື່ອທຽບໃສ່ກັບບັນດາພື້ນຖານເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້.
  ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເຈິ່ນກວັກເຟືອງກ່າວຄຳເຫັນທີ່ພິທີປະກາດບົດລາຍງານ (ພາບ: nhandan.vn)  

ຕອນເຊົ້າວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນເປັນເຈົ້າພາບຈັດຕັ້ງ, ສົມທົບກັບອົງການຮ່ວມມື ແລະ ພັດທະນາເສດຖະກິດ OECD ແລະ ທະນາຄານພັດທະນາອາຊີ (ADB) ແລະ ບັນດາກະຊວງ, ອົງການທຽບເທົ່າກະຊວງຈັດຕັ້ງພິທີ ປະກາດ “ບົດລາຍງານເສດຖະກິດຂອງ OECD: ຫວຽດນາມ ປີ 2023”. ນີ້ແມ່ນບົດລາຍງານສະບັບທຳອິດກ່ຽວກັບເສດຖະກິດ ຫວຽດນາມ ໂດຍ OECD ແລະ ADB ປະຕິບັດ.

ປະກາດບົດລາຍງານ, ທ່ານ ປ.ອ Koen Vincent ສັງກັດຄະນະເສດຖະກິດຂອງ OECD ໃຫ້ຮູ້ວ່າ ຫວຽດນາມ ບັນລຸໄດ້ຄວາມກ້າວໜ້າດ້ານເສດຖະກິດຫຼາຍພໍສົມຄວນ ໃນຊຸມທົດສະວັດຜ່ານມາ ແລະ ຮັກສາລະດັບເຕີບໂຕສູງ. ບັນດາການປະຕິຮູບຢ່າງເລິກເຊິ່ງ ແລະ ຕໍ່ເນື່ອງ ນັບແຕ່ທ້າຍຊຸມປີ 1980 ແມ່ນຂໍ້ກຸນແຈພາໄປເຖິງຜົນສຳເລັດດ້ານເສດຖະກິດນີ້. ເສດຖະກິດ ຫວຽດນາມ ກໍ່ພິສູດໃຫ້ເຫັນຄວາມສາມາດໃນການຟື້ນຟູຕໍ່ໜ້າບັນດາບັນຫາລວມມີ: ພະຍາດໂຄວິດ - 19. ໄລຍະເກີດພະຍາດໂຄວິດ - 19, ການເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ໄດ້ລື່ນກາຍຢ່າງກະໂດດຂັ້ນເມື່ອທຽບໃສ່ກັບບັນດາພື້ນຖານເສດຖະກິດຢູ່ອາຊີຕາເວັນອອກສ່ຽງໃຕ້. OECD ຄາດວ່າ, ເສດຖະກິດ ຫວຽດນາມ ມີການເຕີບໂຕຢ່າງໝັ້ນແກ່ນ ດ້ວຍຍອດຜະລິດຕະພັນພາຍໃນປະເທດ (GDP) ຢູ່ລະດັບ 6,5%ໃນປີ 2023 ແລະ 6,6%ໃນປີ 2024.


top