ຂ່າວສານ

Nvidia ແຕ່ງ​ຕັ້ງ​ທ່ານ Jensen Huang ເຂົ້າ​ດຳ​ລົງບັນ​ດາ​ຕຳ​ແໜ່ງ​ການ​ນຳ​ກຸ່ມ​ບໍ​ລິ​ສັດ​ຄືນ​ໃໝ່

ພາຍຫຼັງ​ກັບ​ຄື​ນສູ່​ຕຳ​ແໜ່ງ, ທ່ານ Jensen Huangໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ກັບ​ຄືນ Nvidia ແລະ ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈຕໍ່​ທຸກໆ​ຄົນ​ທີ່​ສະ​ໜັບ​ສະ​ໜູນ ແລະ ເຊື່ອ​ໝັ້ນ​ທ່ານ. ພາຍຫຼັງ
  ທ່ານ Jensen Huang ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ (CEO) Nvidia (ພາບ: Yonhap/VNA)  
ວັນ​ທີ 23 ພະ​ຈິກ, Nvidia ປະ​ກາດ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ແຖວ​ໜ້າ​ໃນ​ຂົງ​ເຂດ​ປັນ​ຍາ​ປະ​ດິດ (AI) ນີ້​ໄດ້​ແຕ່ງ​ຕັ້ງ​ທ່ານ Jensen Huang ດຳ​ລົງ​ຕ່ຳ​ແໜ່ງ​ປະ​ທານ, ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ (CEO) ທັງ​ເປັນ​ສະ​ມາ​ຊິກ​ສະ​ພາ​ບໍ​ລິ​ຫານ​ຄືນ​ໃໝ່. ແຈ້ງ​ການ​ໄດ້​ລົງ​ປະ​ກາດ​ໃນ​ເວັບ​ໄຊ​ຂອງ Nvidia ໂດຍ​ຊີ້​ແຈ້ງວ່າ​ສະ​ພາ​ບໍ​ລິ​ຫານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ປ່ອ​ນ​ບັດ​ຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງ​ສະ​ບັບ​ນີ້​ພາຍ​ຫຼັງ​ບັນ​ດາ​ການ​ປຶກ​ສາ​ຫາ​ລື ແລະ ພົບ​ປະ​ກັບ​ທ່ານ Huang, ຜ່ານ​ນັ້ນ, ສະ​ພາ​ບໍ​ລິ​ຫານ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ທ່າ​ທີກົງ​ໄປ​ກົງ​ມາ​ກໍ່​ຄື​ຄວາມ​ສາ​ມາດ​ໃນ​ການ​ຊີ້​ນຳ​ນຳ​ພາ NVIDIA ຂອງ​ທ່ານ, ພ້ອ​ມ​ທັງ​ຢັ້ງ​ຢືນເລື່ອງ​ທ່ານ Huang ​ກັບ​ຄືນສູ່​ຕຳ​ແໜ່ງ​ການ​ນຳ ບໍ່​ກໍ​ຄວາມ​ສ່ຽງ​ໃດໆ​ຕໍ່​ຄວາມ​ສະ​ຫງົບແຫ່ງ​ຊາດ. ພາຍຫຼັງ​ກັບ​ຄື​ນສູ່​ຕຳ​ແໜ່ງ, ທ່ານ Jensen Huangໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ໄດ້​ກັບ​ຄືນ Nvidia ແລະ ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈຕໍ່​ທຸກໆ​ຄົນ​ທີ່​ສະ​ໜັບ​ສະ​ໜູນ ແລະ ເຊື່ອ​ໝັ້ນ​ທ່ານ. ພາຍຫຼັງ​​ແຈ້ງ​ການປະ​ກາດ​ຂອງ Nvidia, ຫຸ້ນ​ຂອງ​​ກຸ່ມບໍ​ລິ​ສັດ​ໄດ້​ເພີ່ມ​ຂຶ້ນກວ່າ 31% ມູນ​ຄ່າ​ກ່ອນ​ທີ່​ຈະ​ເປີດ​ປະ​ຕູ​ຕະຫຼາດ.

top