ຂ່າວສານ

Novartis, Roche ຮ່ວມມືຜະລິດຢາປິ່ນປົວພະຍາດອັກເສັບປອດທີ່ກ່ຽວຂ້ອງເຖິງ ໂລກລະບາດໂຄວິດ - 19

      ປັດຈຸບັນ, Novartis ພວມຮ່ວມມືກັບ BioNTech ແລະ Cure Vac ເພື່ອ ຜະລິດວັກຊິນກັນໂຄວິດ - 19 ຊະນິດຕ່າງໆ. 
 
ສັນຍາລັກຂອງບໍລິສັດການຢາ Novartis ຢູ່ສະວິດ (ພາບ: AFP/TTXVN)   
       ວັນທີ 15 ເມສາ, ບໍລິສັດການຢາ ຂອງ ສະວິດ Novartis ໄດ້ປະກາດວ່າຈະຮ່ວມມືກັບກຸ່ມບໍລິສັດການຢາ Roche ເພື່ອຜະລິດຢາຕ້ານອັກເສັບ tocilizumab ຊຶ່ງແມ່ນຢາຊະນິດໜຶ່ງທີ່ພວມໄດ້ຮັບການທົດລອງ ກ່ຽວກັບປະສິດທິຜົນໃນການປິ່ນປົວພະຍາດອັກເສັບປອດທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19. ປັດຈຸບັນ, Novartis ພວມຮ່ວມມືກັບ BioNTech ແລະ Cure Vac ເພື່ອ ຜະລິດວັກຊິນກັນໂຄວິດ - 19 ຊະນິດຕ່າງໆ. ຕາມຂໍ້ຕົກລົງການຜະລິດຢາ tocilizumab ຊະນິດໃໝ່ແລ້ວ, ໃນໄຕມາດທີ II ຈະມາເຖິງນີ້, Roche ຈະຖ່າຍທອດວິຊາການ ກ່ຽວກັບວິວັດການຜະລິດຢາ tocilizumab ໃຫ້ແກ່ຮາກຖານຜະລິດຢາຂອງ Novartis ຢູ່ສິງກະໂປ.
(ແຫຼ່ງຄັດຈາກ VOV)

  

top