ຂ່າວສານ

Ne’ang Kunh Thia ຊາວເຜົ່າ ຂະແມເມົາມົວກັບສິລະປະ

      Ne’ang Kunh Thia  ປະຈຸບັນ ພວມເຮັດວຽກຢູ່ສູນວັດທະນະທຳ ເມືອງ ຈີໂຕນ ແຂວງ ອານຢາງ ແມ່ນພະນັກງານຫລັກແຫລ່ງໃນຂະບວນການສິລະປະວັນນະຄະດີຂອງທ້ອງຖິ່ນ. ນອກຈາກຄວາມສາມາດສ້າງລາຍການແລ້ວ, Ne’ang Kunh Thia ຍັງສະແດງ ສິລະປະ ຫລາຍປະເພດ ອື່ນທີ່ເປັນເອກະລັກສະເພາະ ຄື: ສິລະປະສະແດງບົນເວທີ ຢີເກ, ສິລະປະ ຈຳຣຽງຈາໄປ. ບົດຂຽນຂອງນັກຂ່າວ ງອກເຕືອຍ.
      
 
ນາງ Ne’ang Kunh Thia
      Ne’ang Kunh Thia ຢູ່ ຕາແສງ ໂອເລີມ ເມືອງ ຈີໂຕນ ປີນີ້ ມີອາຍຸ 29 ປີ. ເຖິງວ່າ ຍັງຫນຸ່ມຢູ່ກໍຕາມ ແຕ່ນາງ Ne’ang Kunh Thia ໄດ້ມີການປະກອບສ່ວນຫລາຍຢ່າງໃຫ້ຂະບວນການສິລະປະວັນນະຄະດີ  ຂອງທ້ອງຖິ່ນ. ໂດຍແມ່ນລູກສາວຂອງນັກສິລະປີນ Chau Men Sa ray ແລະ ນັກສິລະປິນ Ne’ang Ok ທີ່ມີຊື່ສຽງຢູ່ເຂດ ໄບນູຍ, Ne’ang Kunh Thia ມີພອນສະຫວັນດ້ານສິລະປະນັບແຕ່ຄາວຍັງນ້ອຍ. ເມື່ອມີອາຍຸ 14 ປີ, ນາງ Ne’ang Kunh Thia ໄດ້ໄປສະແດງບົນເວທີ ຢີ່ເກ ຊື່ງແມ່ນປະເພດສິລະປະພື້ນເມືອງຂອງຊາວເຜົ່າ ຂະແມ ທ່ີເປັນເອກະລັກສະເພາະ.
 ຄວາມສະດວກຂອງ Ne’ang Kunh Thia ແມ່ນໄດ້ດຳລົງຊີວິດໃນອູ່ສິລະປະ ແລະ ໄດ້ຮັບຄວາມສະຫນັບສະຫນູນຢ່າງເຕັມທີ່ຈາກຄອບຄົວ ດ້ວຍຄວາມເມົາມົວຂອງນາງເອງ. ເມື່ອເຫັນວ່າ ລູກຂອງຕົນມີພອນສະຫວັນດ້ານສິລະປະນັບແຕ່ຄາວຍັງນ້ອຍ, ຜົວເມຍນັກສິລະປິນ Chau Men Sa ray ພະຍາຍາມບຳລຸງ, ຖ່າຍທອດບົດຮຽນຂອງຕົນໃນການສະແດງ ຢີເກ ໃຫ້ລູກສາວຕົນ. Kunh Thia ຮັບເອົາບົດຮຽນວ່ອງໄວ, ເຮັດໃຫ້ທ່ານ Chau Men Sa ray ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ.
        ຂ້າພະເຈົ້າດີໃຈຫລາຍເມື່ອມີລູກສາວ Kunh Thia ໄດ້ສືບທອດວັດທະນະທຳທີ່ເປັນມູນເຊື້ອຂອງເຜົ່າຕົນ. ຂ້າພະເຈົ້າມີຄວາມໄວ້ເນື້ອເຊື່ອໃຈຕໍ່ລູກຂອງຕົນ ແລະ ພະຍາຍາມຖ່າຍທອດບົດຮຽນໃນການສະແດງ, ການຮ້ອງລຳທຳເພງໃນສິລະປະສະແດງບົນເວທີ ຢີເກ ໃຫ້ແກ່ຄົນລຸ້ນຫລັງ. ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນ ເພາະລູກຂອງຕົນ ໄດ້ມີການປະກອບສ່ວນໃຫ້ແກ່ຂົງເຂດສິລະປະ.
ນອກຈາກສະແດງປະເພດສິລະປະ ສະແດງບົນເວທີຢີເກ ໄດ້ດີແລ້ວ, Ne’ang Kunh Thia ຍັງມີຄວາມສາມາດສະແດງ ສິລະປະຫລາຍປະເພດ ທີ່ເປັນເອກະລັກສະເພາະ ດ້ວຍສຽງຂັບຮ້ອງອ່ອນຊອນ ຜ່ານບັນດາບົດເພງພື້ນເມືອງ. ພິເສດກວ່າ Ne’ang Kunh Thia ສາມາດສະແດງ ສິລະປະ ຈຳຣຽງຈາໄປ ແມ່ນປະເພດສິລະປະມີຄວາມສ່ຽງຈະຖືກສູນຫາຍໄປ ຊື່ງໄດ້ຮັບການ ຮັບຮອງຈາກ ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມວ່າ ແມ່ນມໍລະດົກວັດທະນະທຳບໍ່ແມ່ນວັດຖຸລະດັບຊາດປີ 2013. Ne’ang Kunh Thia ໄດ້ເຂົ້າຮ່ວມງານປະກວດສິລະປະຫລາຍຄັ້ງ ແລະ ໄດ້ຮັບໃບຍ້ອງຍໍຫລາຍໃບ, ໃນນັ້ນ ເປັນຫນ້າສົນໃຈແມ່ນລາງວັນຄຳ ໃນງານມະໂຫລານສິລະປະສະແດງບົນເວທີ ຢູ່ເກ ຂະແມ ພາກໃຕ້ ຄັ້ງທີຫນຶ່ງ ປີ 2013 ຢູ່ ຊອກຈັງ, ລາງວັນ A ທີ່ວັນບຸນວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຊາວເຜົ່າ ຂະແມ ແຂວງ ອານຢາງ ປີ 2017. Ne’ang Kunh Thia ໃຫ້ຮູ້ວ່າ:
        ຕົນເອງແມ່ນໄດ້ຮັບການກຳເນີດໃນຄອບຄົວທີ່ມີມູນເຊື້ອດ້ານສິລະປະ, ສະນັ້ນ ຕົນເອງຕ້ອງຮັກສາກາລະໂອກາດນີ້. ນັບແຕ່ຄາວຍັງນ້ອຍ ນ້ອງສາມາດຮ້ອງລຳທຳເພງ ສະແດງສິລະປະ ຢີເກ, ຢູ່ເກໄດ້. ນ້ອງຢາກຮູ້ຈັກສິລະປະປະເພດນີ້ໃຫ້ຫລາຍກວ່າອີກ, ນັບທັງເຄື່ອງດົນຕີພື້ນເມືອງ.
        ເມື່ອຕີລາຄາກ່ຽວກັບການປະກອບສ່ວນຂອງນາງ Ne’ang Kunh Thia ໃນບັນດາການເຄື່ອນໄຫວຂະບວນການສິລະປະວັນນະຄະດີຂອງທ້ອງຖິ່ນ, ທ່ານ ເຈົາຊອກຟາຍ, ພະນັກງານວັດທະນະທຳຕາແສງ ໂອເລີມໃຫ້ຮູ້ວ່າ:
        “ນາງ Ne’ang Kunh Thia ມີຄວາມເອົາໃຈໃສ່ເຖິງການຮັກສາ ແລະ ເສີມຂະຫຍາຍສິລະປະ ເຈີມຣຽງຈາໄປ”. ນາງຖືກຈັດເຂົ້າປະເພດຫນຶ່ງ,  ປະເພດ 2 ໃນຊຸດຮຽນສິລະປະ ເຈີມຣຽງຈາໄປ ຢູ່ ທ້ອງຖິ່ນ. ຂ້າພະເຈົ້າເຫັນວ່າ Ne’ang Kunh Thia ບໍ່ພຽງແຕ່ເສບເຄື່ອງດົນຕີພື້ນເມືອງ, ຮ້ອງລຳທຳເພງໄດ້ດີເທົ່ານັ້ນ ຫາກຍັງມີຄວາມສາມາດໃນການປະດິດແຕ່ງບົດເພງອີກດ້ວຍ.”
        ນອກນັ້ນ Ne’ang Kunh Thia ຍັງປະກອບສ່ວນຫລາຍຢ່າງໃຫ້ແກ່ຫົວຫນ່ວຍທີ່ນາງພວມເຮັດວຽກ ຜ່ານການປະດິດແຕ່ງ, ສ້າງບັນດາລາຍການສິລະປະວັນນະຄະດີເພື່ອໃຫ້ຫົວຫນ່ວຍຂອງຕົນເຂົ້າຮ່ວມການສະແດງ, ຮັບໃຊ້ຢູ່ພາຍໃນ ແລະ ຕ່າງແຂວງອີກດ້ວຍ. ທ່ານ ກາວເຕີນຖາວ, ຮອງຫົວຫນ້າສູນວັດທະນະທຳ ເມືອງ ຈີໂຕນ ມີຂໍ້ສັງເກດວ່າ:
        “Ne’ang Kunh Thia ແມ່ນຜູ້ເກັ່ງຫລາຍ, ບໍ່ພຽງແຕ່ຢູ່ໃນຂະບວນການ ສິລະປະວັນນະຄະດີຂອງເມືອງເທົ່ານັ້ນ ຫາກ ທາງແຂວງກໍ່ເຊີນນາງໄປ ເຂົ້າຮ່ວມງານແຂ່ງຂັນໃຫຍ່ຢູ່ເຂດ ແລະ ລະດັບຊາດຫລາຍຄັ້ງອີກດ້ວຍ  .”
        ດ້ວຍບັນດາຄວາມມານະພະຍາຍາມໃນການເຄື່ອນໄຫວວັດທະນະທຳ ວັນນະສິນ ໄດ້ສະແດງໃຫ້ເຫັນວ່າ ຄວາມເມົາມົວກັບດ້ານສິລະປະຂອງນັກສິລະປີນຫນຸ່ມ Ne’ang Kunh Thia ແມ່ນນັບມື້ນັບເພີ່ມຂຶ້ນ. ຈາກສິ່ງດັ່ງກ່າວໄດ້ ປະກອບສ່ວນເຂົ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍດ້ານວັດທະນະທຳສິລະປະທີ່ເປັນມູນເຊື້ອຂອງເຜົ່າ ຂະແມ ໃນພື້ນຖານວັດທະນະທຳຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ. 
 (ແຫຼ່ງຄັດຈາກ VOV)
 
 

top