ເຄື່ອງໝາຍ ຫວຽດ

Nature Queen - ພິຊິດຕະຫຼາດໂລກ

ບໍ່ດົນມານີ້, Nature Queen ໄດ້ນຳຜະລິດຕະພັນຂອງຕົນ ເຂົ້າສູ່ລະບົບຕ່ອງໂສ້​​ ສັບ​ພະ​ສິນ​ຄ້າ ລອງດ່ານ ໃນປະເທດ ອັງກິດ ດ້ວຍ 47ປະເພດຜະລິດຕະພັນ ເພື່ອຈໍາໜ່າຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ຮ້ານ​ທຳ​ອິດ​ທີ່​ຈໍາໜ່າຍ ເຄື່ອງ​​ສະ​ໝຸນ​ໄພ​ ຂອງ ​ຫວຽດນາມ​ ຢູ່​ຕະຫຼາດ ​ເອີ​ຣົບ​, ​ເປັນ​ຂີດ​ໝາຍ​ການ​ບຸກທະລຸ ​ຂອງ​ ​ສະໝຸນ​ໄພ​ ຫວຽດນາມ​ ຢູ່​ຕະຫຼາດ​ໂລກ.


ດ້ວຍ​ຄວາມຄິດທີ່​ຕ້ອງ​ມີ​ແນວທາງລະດັບ​ໂລກ ສໍາລັບຢາແຜນບູ ຮານ, ບໍລິສັດ​ແຖວ​ໜ້າ​ໃນ​ຂົງ​ເຂດ​ການ​ຢາ - ​ເຄື່ອງ​ສຳອາງ​ ຫວຽດ ນາມ ຊາວຖ໋າຍເຢືອງ ​ໄດ້​ນຳ​ໃຊ້​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ເພື່ອ​ພິສູດ​ການ​ແພດ​ພື້ນ​ເມືອງ. ແຊມພູ ສະໝຸນໄພ, ເຈວ ອາບນ້ຳ... ຍີ່ຫໍ້ Nature Queen ແມ່ນໜຶ່ງໃນ ຜະລິດຕະພັນ ທີ່ສະແດງ ໃຫ້ເຫັນເຖິງ ຄວາມເປັນຢາພື້ນເມືອງ ຂອງຊາດ ສົມທົບກັບ ເຕັກໂນໂລຊີ ທັນສະໄໝ ເຂົ້າໃນຂະບວນ ການຜະລິດ.


ຄວາມເຂັ້ມຂຸ້ນຂອງການດູແລຜົມ ຂອງ ຄົນບູຮານ ໄດ້ຖືກກັ່ນ ໃນຂະບວນການຄົ້ນຄວ້າຜະລິດຕະພັນ ພ້ອມກັບ ເຕັກໂນໂລຊີ ທີ່ທັນສະໄຫມ ແລະ ສານສະກັດຈາກໂຮງງານຜະລິດຢາ ແລະ ເຄື່ອງສໍາອາງ ໄດ້ບັນລຸມາດຕະຖານ WHO-GMP, ດ້ວຍ ກິ່ນຫອມ ພິເສດ ແລະ ຄຸນປະໂຫຍດທີ່ໜ້າປະຫຼາດໃຈ, Nature Queen ໄດ້ກາຍເປັນຜະລິດຕະພັນ ທີ່ໄດ້ຮັບຄວາມນິຍົມ, ບໍ່​ພຽງ​ແຕ່​ຢູ່ພາຍໃນ​ປະ​ເທດ, ​ແຕ່​ຍັງ​ຢູ່​ໃນ​ຕະ​ຫຼາດ ສ ອາເມລິກາ ​ຫຼື​ ບັນດາປະ​ເທດ ​ເອີ​ຣົບ ອີກດ້ວຍ​.

ເພື່ອຜະລິດແຊມພູສະໝຸນໄພ ແລະ ຄີມສະຜົມ Nature Queen 480 ມລ, ຕ້ອງໃຊ້ເຖິງ 20 ກິໂລກຣາມ ສະໝຸນໄພທີ່ເປັນຢາເຊັ່ນ: ຜັກສະເຜົາ, ຫົວສີໄຄ ເພື່ອກັ່ນເອົານ້ໍາມັນທີ່ບໍລິສຸດ. ຕໍ່​ໄປ​ແມ່ນ​ 4 ກິ​ໂລກຣາມ ບັນດາປະເພດຫຍ້າປາກຄວາຍ, ຕົ້ນມອນ, ດອກໄມ້ ຫ້າ​ສີ ແລະ ຕົ້ນໝາກລີ້ນໄມ້, ໝາກ​ເດືອຍ 1 ກິ​ໂລກຣາມ. ແຕ່ລະ ຢາສະໝຸນໄພ ຂ້າງເທິງນີ້ ໄດ້ຖືກສະກັດອອກ ຕາມຂັ້ນຕອນ ການແຍກຕ່າງຫາກ ເພື່ອໃຫ້ໄດ້ນໍ້າມັນບໍລິສຸດ ແລະ ສະກັດເອົາ ສິ່ງສົກກະປົກອອກ.

 

Nature Queen Face Oil ເປັນການປະສົມ ຂອງ ສະໝຸນໄພ 8 ຊະນິດ, ນ້ຳມັນຫອມ ລະເຫີຍ ແລະ ນ້ຳມັນທຳມະຊາດ ທີ່ອຸດົມ ໄປດ້ວຍ ສານອາຫານ, ວິຕາມິນ ແລະ ກົດໄຂມັນທີ່ ຈຳເປັນ, ຊ່ວຍໃຫ້ຜິວພັນສົດໃສ, ຊຸ່ມຊື່ນ, ປ້ອງກັນຜິວໜັງ ຈາກ ສານອັນ ຕະລາຍ ທີ່ມີໃນສິ່ງແວດລ້ອມ. ພາບ: ກົງດາດ/VNP

ພິເສດໄປກວ່ານັ້ນ, ພືດສະໝຸນໄພທັງໝົດຂ້າງເທິງນີ້ ໄດ້ຖືກ ກະ ກຽມຢ່າງ ພິຖີພິຖັນຕາມຂັ້ນຕອນການຜະລິດໃນ ໂຮງງານ ທີ່ໄດ້ມາດຕະຖານ GMP. ສ່ວນປະກອບເຊັ່ນດຽວກັນ ກັບຫ້ອງປຸງແຕ່ງຢາ ລ້ວນແຕ່ບັນລຸມາດຕະຖານເພື່ອໃຫ້ FDA ສ ອາເມລິກາ ຮັບຮອງເປັນຜະລິດຕະພັນທີ່ປອດໄພ ສໍາລັບ ສຸຂະພາບຂອງຜູ້ບໍລິໂພກ.

ມີຕົ້ນກຳເນີດ ມາຈາກທົ່ງນາເຂດຮ້ອນອັນຂຽວງາມ ຂອງ ຫວຽດ ນາມ, ທຳມະຊາດ ທີ່ອຸດົມສົມບູນ ໄດ້ມອບໃຫ້ ຊາວ ຫວຽດນາມ ດ້ວຍສະໝຸນໄພອັນມະຫັດສະຈັນ ໃນການດູແລຜົມງານ ແລະ ແຂງແຮງດີແບບທຳມະຊາດ, ສ່ວນປະກອບ ໃນຜະລິດຕະພັນ Nature Queen ລ້ວນແຕ່ຖືກເລືອກມາ ຈາກທໍາມະຊາດ. ນີ້​ແມ່ນ​ຄວາມ​ເຂັ້ມ​ແຂງ​ທີ່​ເຮັດ​ໃຫ້​ຜະລິດ​ຕະພັນ​ມີ​ຄຸນຄ່າ​ທີ່​ແຕກ​ຕ່າງ​ກັນ​ເພື່ອ​ສາ ມາດ​ເອົາ​ຊະ​ນະ ​ຕະຫຼາດ​ທີ່​ເອົາໃຈຍາກ, ບ່ອນທີ່ຜູ້​ບໍລິ​ໂພ​ກມັກ​ເລືອກ​ຜະລິດ​ຕະພັນ ​ທີ່​ມີ​ຕົ້ນ​ກຳ​ເນີ​ດຈາກ​ທຳ​ມະ​ຊາດ, ບໍ່​ສ້າງອັນຕະລາຍ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ​ ດີ​ຕໍ່​ສຸຂະພາບ​ຂອງ​ມະນຸດ.

 


ນອກຈາກນັ້ນ, ຜະລິດຕະພັນ Face Oil ຍີ່ຫໍ້ Nature Queen, ທີ່ມີສ່ວນປະກອບຕົ້ນຕໍແມ່ນນ້ໍາມັນ ຈາກແກ່ນ ຜັກຊີ, ຍັງຄອງໃຈຜູ້ບໍລິໂພກ ຊາວ ອາເມລິກາ ໃນເວລາ ທີ່ປາກົດຢູ່ໃນຊັ້ນວາງຂອງ ໃນຮ້ານສັບພະສິນຄ້າ Macy’s.

ດັ່ງນັ້ນ, ເຖິງວ່າ ຫາກໍ່ເຂົ້າສູ່ຕະຫຼາດໄດ້ພຽງ 5 ປີ, ແຕ່ Nature Queen ໄດ້ຮັບຮອງຄຸນນະພາບ ຕາມມາດຕະຖານຂອງ ສ ອາ ເມລິກາ ທັງໝົດ. ຜະລິດຕະພັນໄດ້ຖືກແຈກຢາຍ ແລະ ຂາຍຍ່ອຍ ຢູ່ໃນລະບົບຕ່ອງໂສ້ການຂາຍຍ່ອຍ ທີ່ໃຫຍ່ທີ່ສຸດໃນ ສ ອາເມລິກາ Macy's ແລະ ລະບົບການຂາຍຍ່ອຍຂອງກຸ່ມບໍລິສັດ Imex Panpacific ແລະ ຍັງຢູ່ໃນເວັບໄຊ ຂາຍຍ່ອຍທີ່ໃຫຍ່ທີ່ສຸດຂອງໂລກ Amazone. Nature Queen ກໍ່​ໄດ້​ຮັບ​ການ ​ຄັດ​ເລືອກ​ໂດຍ​ທ່ານ ຮວິ່ງຊວນລອງ, ປະ​ທານລະບົບຕ່ອງໂສ້​​ສັບ​ພະ​ສິນ​ຄ້າ ລອງດ່ານ ໃຫ້​ເຂົ້າ​ຮ່ວມ​ໃນ​ລະບົບຕ່ອງໂສ້​​ສັບ​ພະ​ສິນ​ຄ້າ ​ໃຫຍ່ທີ່ສຸດ​ຂອງ ​ຫວຽດ​ນາມ ຢູ່ ​ອັງ​ກິດ ເພາະ​ຜະ​ລິດ​ຕະ​ພັນ​ນີ້​ຕອບ​ສະ​ໜອງ​ມາດ​ຖານ​ຂອງ​ຜູ້​ບໍ​ລິ​ໂພກ​ ຊາວ​ ອັງ​ກິດ ໄດ້.


ການທີ່ຜະລິດຕະພັນ Nature Queen ໄດ້ຮັບການຍອມ ຮັບຈາກຜູ້ບໍລິໂພກທົ່ວໂລກ ແມ່ນມີຄວາມໝາຍ ອັນໃຫຍ່ຫຼວງ, ນັ້ນແມ່ນການຮັບຮູ້ຂອງສູດຢາສະໝຸນໄພ ຂອງ ຫວຽດນາມ ເຊິ່ງໃນເມື່ອກ່ອນແມ່ນມີພຽງແຕ່ ປະສົບການພື້ນເມືອງເທົ່ານັ້ນ. ປະສິດທິຜົນ ແລະ ຄຸນປະໂຫຍດ ຂອງການປິ່ນປົວດ້ວຍຢາພື້ນເມືອງ ໄດ້ຖືກພິສູດ ທາງວິທະຍາສາດຢ່າງຊັດເຈນ ແລະ ເຕັມສ່ວນ ໂດຍຜ່ານ ເຕັກໂນໂລຊີ ແລະ ການສຶກສາດ້ານວິທະຍາສາດ.

 


ບົດ: VNP/ຖາວວີ - ພາບ: ກົງດາດ - ແປໂດຍ: ຢືຟຽນ

top