ໃນສະພາບການປະທະກັນຢູ່ ຕາເວັນອອກກາງເຄັ່ງຕຶງຂຶ້ນ ແລະ ກໍ່ກຳລັງກົດດັນຢ່າງໃຫຍ່ຫຼວງຕໍ່ສາງອາວຸດສຳຮອງຂອງຝ່າຍຕາເວັນຕົກນັ້ນ, ຢູແກຼນ ຍັງສືບຕໍ່ໄດ້ຮັບການຊ່ວຍເຫຼືອດ້ານການທະຫານທີ່ສຳຄັນເພື່ອຮັກສາກຳລັງຄວາມສາມາດປ້ອງກັນຕົວ.
ານ Mark Rutte ເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ກ່າວຄຳເຫັນໃນວາລະປະກາດບົດລາຍງານປະຈຳປີຂອງ ສະຫະພາບຢູ່ ບຣຸກແຊັນ ໃນວັນທີ 26 ມີນາ (ພາບ: REUTERS/Omar Havana)
ທ່ານ Mark Rutte ເລຂາທິການໃຫຍ່ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໄດ້ຢັ້ງຢືນສິ່ງດັ່ງກ່າວໃນວາລະປະກາດບົດລາຍງານປະຈຳປີຂອງ ສະຫະພາບຢູ່ ບຣຸກແຊັນ ໃນວັນທີ 26 ມີນາ.
ທ່ານເລຂາທິການໃຫຍ່ NATO ເນັ້ນໜັກວ່າ ບັນດາອຸປະກອນທີ່ຈຳເປັນຍັງຄົງໄດ້ຮັບການຂົນສົ່ງໄປຍັງ ຢູແກຼນ ຢ່າງຕໍ່ເນື່ອງ. ອຸປະກອນຈຳນວນຫຼາຍພໍສົມຄວນຍັງໄດ້ຮັກສາການສະໜອງຜ່ານໂຄງການບັນຊີລາຍຊື່ຄຳຮຽກຮ້ອງບຸລິມະສິດຂອງ ຢູແກຼນ (PURL), ເຊິ່ງເປັນກົນໄກທີ່ໄດ້ຮັບການຜັນຂະຫຍາຍແຕ່ປີກາຍ ໂດຍແນໃສ່ອະນຸຍາດໃຫ້ບັນດາປະເທດ ເອີຣົບ ໃຫ້ການຊ່ວຍເຫຼືອ ເພື່ອໃຫ້ Kiev ຮັບອາວຸດຈາກ ອາເມລິກາ. ເຖິງຢ່າງໃດກໍຕາມ, ເລື່ອງລາວຂອງແຫຼ່ງສະໜອງຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍ. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ NATO ຮຽກຮ້ອງໃຫ້ບັນດາປະເທດ ເອີຣົບ ເປີດກວ້າງກຳລັງແຮງການຜະລິດອຸດສາຫະກຳປ້ອງກັນຊາດຢ່າງວ່ອງໄວ.