ຂ່າວສານ

NATO ຕັ້​ງ​ສຳ​ນັກ​ງານກອງ​ບັນ​ຊາ​ການ​ທະ​ຫານ​ບົກແຫ່ງ​ໃໝ່​ຢູ່ ແຟງ​ລັງ

ວັນທີ 14 ມິຖຸນາ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຟງລັງ, Antti Hakhanen ແຈ້ງໃຫ້ຊາບວ່າ ປະເທດນີ້ ຈະຕັ້ງສຳນັກງານກອງບັນຊາການທະຫານບົກແຫ່ງໃໝ່ຢູ່ອົງການສົນທິສັນຍາອັກລັງຕິກເໜືອ (NATO).
ທະຫານ NATO ຊ້ອມຮົບຢູ່ Korzeniewo, ພາກເໜືອ ໂປໂລຍ ໃນວັນທີ 4/3/2024 (ພາບ:PAP/TTXVN)

ກ່າວຄຳເຫັນກັບວົງການສື່ມວນຊົນພາຍຫຼັງກອງປະຊຸມຂອງ NATO  ຢູ່ ບຣຸກແຊນ (ແບນຊິກ), ລັດຖະມົນຕີ Hakkanen ໃຫ້ຮູ້ວ່າ ສຳນັກງານກອງບັນຊາການກຳລັງການທະຫານບົກຂອງ NATO  ຢູ່ ແຟນລັງ ມີໜ້າທີ່ຊີ້ນຳບັນດາເຄື່ອນໄຫວສູ້ຮົບຢູທາງບົກຢູ່ ເອີຣົບເໜືອ.

ກໍ່ຕາມເຈົ້າໜ້າທີ່ທ່ານດັ່ງກ່າວ, ໃນໂຄງປະກອບຂອງກອງບັນຊາການໃໝ່ຂອງ NATO, ທຸກປະເທດ ເອີຣົບເໜືອ ຈະຢູ່ພາຍໃຕ້ສິດບັນຊາຂອງກອງບັນຊາການກຳລັງປະສົມ Norfolk ທີ່ມີສຳນັກງານຕັ້ງຢູ່ ອາເມລິກາ, ເຊິ່ງມີໜ້າທີ່ປ້ອງກັນຕົວຢູ່ ອັກລັງຕິກເໜືອ.


top