ທ່ານເລຂາທິການໃຫຍ່ Mark Rutte ຢັ້ງຢືນວ່າ NATO ພວມກ້າວເຂົ້າສູ່ໄລຍະຫຼັກແຫຼ່ງໃນການປັບປຸງຄວາມສາມາດດ້ານປ້ອງກັນ ແລະ ຄວາມນາບຂູ່ຂອງກຸ່ມນີ້.
ທ່ານເລຂາທິການໃຫຍ່ NATO Mark Rutte (ພາບ: REUTERS/Yves Herman)
ໃນສະພາບການຄວາມໝັ້ນຄົງສາກົນ ສືບຕໍ່ມີການຜັນແປທີ່ສັບສົນ, ບັນດາປະເທດສະມາຊິກ ອົງການສົນທິສັນຍາອັດລັງຕິກເໜືອ (NATO) ພວມຍູ້ແຮງຄວາມມານະພະຍາຍາມເພີ່ມທະວີຄວາມສາມາດດ້ານປ້ອງກັນຊາດລວມໝູ່. ວັນທີ 4 ມິຖຸນາ, ທ່ານເລຂາທິການໃຫຍ່ NATO Mark Rutte ເປັນປະທານກອງປະຊຸມຖະແຫຼງຂ່າວເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ສະມາຊິກ NATO ທີ່ໄດ້ດຳເນີນໃນວັນທີ 5 ມິຖຸນາ.
ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ສຳນັກງານ NATO, ທ່ານເລຂາທິການໃຫຍ່ Mark Rutte ຢັ້ງຢືນວ່າ NATO ພວມກ້າວເຂົ້າສູ່ໄລຍະຫຼັກແຫຼ່ງໃນການປັບປຸງຄວາມສາມາດດ້ານປ້ອງກັນ ແລະ ນາບຂູ່ຂອງກຸ່ມນີ້. ທ່ານສະແດງຄວາມເຊື່ອໝັ້ນ ຢູ່ກອງປະຊຸມຂັ້ນລັດຖະມົນຕີ ໃນວັນທີ 5 ມິຖຸນາ, NATO ຈະສ້າງບາດກ້າວກະໂດດຂັ້ນດ້ວຍວິທີການເປັນເອກະພາບບັນດາເປົ້າໝາຍຄວາມສາມາດໃໝ່ທີ່ເຕັມໄປດ້ວຍຄວາມມຸ່ງຫວັງ. ຕາມທ່ານ Mark Rutte ແລ້ວ ບັນດາບຸລິມະສິດແຖວໜ້າຂອງ NATO ໃນປັດຈຸບັນ ລວມມີການເພີ່ມທະວີຄວາມສາມາດດ້ານປ້ອງກັນອາກາດ ແລະ ປ້ອງກັນລູກສອນໄຟ, ພັດທະນາອາວຸດຂະໜາດໄກຊະນິດຕ່າງໆ, ປັບປຸງພາລາທິການດ້ານການທະຫານ ແລະ ສ້າງກຸ່ມສູ້ຮົບທາງທະຫານລາບທີ່ມີຂອບຂະໜາດໃຫຍ່.