ເຄື່ອງໝາຍ ຫວຽດ

Mr.Muop -ເລື່ອງລາວ ຂອງ ໃຍໝາກບວບ ທີ່ກ້າວສູ່ລະດັບສາກົນ

ໃນສະພາບການທີ່ໂລກ ກຳລັງຊອກຫາວິທີແກ້ໄຂ ບັນຫາດ້ານຄວາມຍືນຍົງ ຕໍ່ສິ່ງແວດລ້ອມ, ຍີ່ຫໍ້ ຫວຽດນາມ ຍີ່ຫໍ້ໜຶ່ງໄດ້ປ່ຽນ ຜະລິດຕະພັນກະສິກຳ ທີ່ຄິດວ່າ ເປັນສິ່ງເສດເຫຼືອໃຫ້ກາຍເປັນຜະ ລິດຕະພັນ ທີ່ມີມູນຄ່າ. ເລື່ອງລາວ ຂອງ Mr. Muop ບໍ່ພຽງແຕ່ສະ ທ້ອນໃຫ້ເຫັນເຖິງຈິດໃຈ ຂອງ ການເລີ່ມຕົ້ນທຸລະກິດສີຂຽວເທົ່ານັ້ນ, ແຕ່ຍັງສະແດງເຖິງການເຕີບໂຕ ຂອງ ເສດຖະກິດເອກະຊົນ, ເຊິ່ງເປັນກຳລັງ ທີ່ຖືກກຳນົດວ່າ ເປັນ “ກຳລັງຂັບເຄື່ອນທີ່ສຳຄັນທີ່ສຸດ” ຂອງ ເສດຖະກິດ ຫວຽດນາມ.

ໃນສະພາບການທີ່ໂລກ ກຳລັງຊອກຫາວິທີແກ້ໄຂ ບັນຫາດ້ານຄວາມຍືນຍົງ ຕໍ່ສິ່ງແວດລ້ອມ, ຍີ່ຫໍ້ ຫວຽດນາມ ຍີ່ຫໍ້ໜຶ່ງໄດ້ປ່ຽນ ຜະລິດຕະພັນກະສິກຳ ທີ່ຄິດວ່າ ເປັນສິ່ງເສດເຫຼືອໃຫ້ກາຍເປັນຜະ ລິດຕະພັນ ທີ່ມີມູນຄ່າ. ເລື່ອງລາວ ຂອງ Mr. Muop ບໍ່ພຽງແຕ່ສະ ທ້ອນໃຫ້ເຫັນເຖິງຈິດໃຈ ຂອງ ການເລີ່ມຕົ້ນທຸລະກິດສີຂຽວເທົ່ານັ້ນ, ແຕ່ຍັງສະແດງເຖິງການເຕີບໂຕ ຂອງ ເສດຖະກິດເອກະຊົນ, ເຊິ່ງເປັນກຳລັງ ທີ່ຖືກກຳນົດວ່າ ເປັນ “ກຳລັງຂັບເຄື່ອນທີ່ສຳຄັນທີ່ສຸດ” ຂອງ ເສດຖະກິດ ຫວຽດນາມ.

Ceo Mr. Muop, ທ່ານ ໂດ໋ດັງຄວາ (ເສື້ອ​ດຳ, ຢູ່​ກາງ) ໄດ້​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ ຂອງ Mr. Muop ຕັ້ງ​ແຕ່​ປີ 2017 ຢູ່​ແຂວງ ດົ່ງ​ຖາບ. ພາບ: ເອກະສານໂດຍ Mr. Muop ສະໜອງ ໃຫ້

ຟື້ນຟູມູນຄ່າຈາກປະເພນີ

ເສັ້ນທາງເດີນ ຂອງ Mr. Muop ເລີ່ມຕົ້ນໃນປີ 2017 ທີ່ແຂວງ ດົ່ງ ທ໋າບ, ຈາກແນວຄິດ ຂອງ ທ່ານ ໂດ໋ດັງຄວາ  ພ້ອມກັບເພື່ອນອີກສອງຄົນຄື ທ່ານ ໂດ໋ແມງກວນ ແລະ ທ່ານນາງ ເລນາ: ນັ້ນຄື ການສ້າງຜະລິດຕະພັນໃໝ່ຈາກວັດຖຸດິບທຳມະຊາດ ທີ່ເປັນມິດກັບສິ່ງ ແວດລ້ອມ, ພ້ອມທັງເພີ່ມມູນຄ່າ ທາງດ້ານເສດຖະກິດ ໃຫ້ແກ່ສິ່ງເສດເຫຼືອທາງການກະເສດ, ໂດຍສະເພາະແມ່ນໃຍໝາກບວບ. ແນວຄິດນີ້ ໄດ້ຮັບແຮງບັນດານໃຈ ຈາກປະເພນີໃນການນຳໃຊ້ໃຍ  ໝາກບວບ ໃນຊີວິດປະຈຳວັນຂອງຊາວ ຫວຽດນາມ ມາແຕ່ບູຮານ.

 

ທ່ານ ຄວາ ໄດ້ສືບທອດພື້ນຖານອັນໜັກແໜ້ນຈາກບໍລິສັດເອກະຊົນ ຖາວມິງ (ດຳເນີນງານມາຕັ້ງແຕ່ປີ 2005), ເຊິ່ງເປັນຕົ້ນກຳ ເນີດ ຂອງ ບໍລິສັດ Green Is Goldຈຳກັດໃນປັດຈຸບັນ, ເຊິ່ງຊ່ຽວ ຊານ ດ້ານຜະລິດຕະພັນຫັດຖະກຳ ທີ່ເປັນມິດກັບສິ່ງແວດລ້ອມ. ທຸ ລະກິດ ດັ່ງກ່າວ ໄດ້ໃຊ້ເວລາ ປະມານ 7 ປີ ໃນການຄົ້ນຄວ້າ ແລະ ພັດທະນາ ຜະລິດຕະພັນ ຈາກ ໃຍໝາກບວບ ກ່ອນທີ່ Mr. Muop ຈະກຳເນີດຂຶ້ນຢ່າງເປັນທາງການ, ເຊິ່ງສ້າງຄວາມໄດ້ປຽບໃນການສ້າງຕັ້ງລະບົບຕ່ອງໂສ້ການສະໜອງ ແລະ ພັດທະນາຜະລິດຕະພັນ.

 

 

Mr. Muop ໄດ້ຮັບການຕີລາຄາວ່າ ເປັນຮູບແບບການດຳເນີນທຸລະກິດທີ່ສ້າງຜົນກະທົບທາງບວກໃຫ້ແກ່ສັງຄົມ ຍ້ອນການເປັນເຈົ້າການໃນການສ້າງເຂດການຜະລິດ ແລະ ການຮ່ວມມືຢ່າງໃກ້ຊິດກັບບັນດາຄົວເຮືອນຊາວກະສິກອນໃນທ້ອງຖິ່ນ. ພາບ: ເອກະສານໂດຍ Mr. Muopສະໜອງ ໃຫ້
Ceo Mr. Muop, ທ່ານ ໂດ໋ດັງຄວາ (ເສື້ອ​ດຳ, ຢູ່​ກາງ) ໄດ້​ເລີ່ມ​ຕົ້ນ​ການ​ເດີນ​ທາງ​ ຂອງ Mr. Muop ຕັ້ງ​ແຕ່​ປີ 2017 ຢູ່​ແຂວງ ດົ່ງ​ຖາບ. ພາບ: ທົງຫາຍ/VNP

ຕັ້ງແຕ່ມື້ເລີ່ມຕົ້ນ, ຍີ່ຫໍ້ດັ່ງກ່າວ ໄດ້ຮັບການຮັບຮູ້: ໃນປີ 2018 ໄດ້ຮັບລາງວັນທີສອງ ໃນງານປະກວດເລີ່ມຕົ້ນທຸລະກິດ ຂອງ ແຂວງ ດົ່ງທ໋າບ; ໃນປີ 2023 ໄດ້ຮັບລາງວັນຊະນະເລີດ ໃນງານປະກວດໂຄງການເລີ່ມຕົ້ນທຸລະກິດສີຂຽວ ທົ່ວປະເທດ, ເອົາຊະນະ 36 ໂຄງ ການຈາກ 25 ແຂວງ ແລະ ນະຄອນ, ພ້ອມດ້ວຍເງິນລາງວັນ 150 ລ້ານດົ່ງ. ຜະລິດຕະພັນ ຂອງ Mr. Muop ຍັງໄດ້ຮັບໃບຢັ້ງຢືນ OCOP 3ດາວ ແລະ 4 ດາວ, ເຊິ່ງເປັນການຢືນຢັນຄຸນນະພາບ ແລະ ແຫຼ່ງກຳເນີດ ທີ່ຍືນຍົງ.

 

ຈາກແຫຼ່ງ ໃຍໝາກບວບ ໃນທ້ອງຖິ່ນ, ຍີ່ຫໍ້ດັ່ງກ່າວ ໄດ້ພັດທະນາລາຍການຜະລິດຕະພັນ ທີ່ຫຼາກຫຼາຍ: ຂອງຫຼິ້ນສໍາລັບສັດລ້ຽງ (ຊ່ວຍເຮັດຄວາມແຂ້ວສະອາດ, ເຊິ່ງເນັ້ນໃສ່ຕະຫຼາດສົ່ງອອກ), ຟອງນໍ້າລ້າງຈານ (ສາຍການຜະລິດ ທີ່ຂາຍດີພາຍໃນປະເທດ), ຊຸດຜະລິດຕະພັນ ຟອງອາບນໍ້າ (ຟອງນໍ້າອາບນໍ້າ, ຂັດຫຼັງ), ພ້ອມດ້ວຍຜະ ລິດຕະພັນອື່ນໆເຊັ່ນ: ແຜ່ນຮອງເກີບ, ດອກໄມ້ແຫ້ງ ຂອງຂວັນ. ເພື່ອຮັບປະກັນຄຸນນະພາບ, ໃຍໝາກບວບ ໄດ້ຖືກທຳຄວາມສະ ອາດ ອັດເນື້ອ, ຂຶ້ນຮູບຫຍິບ ໃຫ້ຄົງທີ່ ແລະ ປ້ອງກັນເຊື້ອລາຕາມຂັ້ນຕອນທີ່ເຂັ້ມງວດ.

 

 
 

Mr. Muop ຍັງເປັນຕົ້ນແບບ ທີ່ສ້າງຜົນກະທົບທາງສັງຄົມ ໃນທາງບວກ. ທຸລະກິດ ດັ່ງກ່າວໄດ້ເຊື່ອມໂຍງຢ່າງຫ້າວຫັນກັບຊາວກະສິ ກອນ, ສ້າງຕັ້ງເຂດວັດຖຸດິບ ທີ່ໝັ້ນຄົງ. ປັດຈຸບັນ, ປະມານ 70% ຂອງ ວັດຖຸດິບ ແມ່ນມາຈາກ 20 ຄົວເຮືອນທີ່ເຊື່ອມໂຍງ, ເຊິ່ງທັງຮັບປະກັນລະບົບຕ່ອງໂສ້ ການສະໜອງ ແລະ ສ້າງລາຍໄດ້ ທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນ ໃນທ້ອງຖິ່ນ.

Mr. Muop ໄດ້​ປະ​ສົບ​ຜົນ​ສໍາ​ເລັດ​ຢ່າງ​ຫຼວງ​ຫຼາຍ​ໃນ​ການ​ຂະ​ຫຍາຍ​ຕະ​ຫຼາດ​ໄປ​ຕ່າງ​ປະ​ເທດ, ເປັນ​ການ​ຢືນ​ຢັນ​ຕຳ​ແໜ່ງ​ຂອງ​ຍີ່​ຫໍ້​ ຫວຽດ​ນາມ ​ໃນ​ແຜນ​ທີ່​ໂລກ. ພາບ: ທົງຫາຍ/VNP

ພາລະກິດ “ເຊື່ອມຕໍ່ຜູ້ຄົນ ກັບ ທຳມະຊາດ”

ໃຍໝາກບວບ ເປັນວັດຖຸດິບ ທີ່ຄຸ້ນເຄີຍ ແລະ ໃກ້ຊິດ, ພ້ອມທັງມີຄຸນສົມບັດພິເສດຫຼາຍຢ່າງ: ແຫ້ງໄວ, ເປັນສານອິນຊີ 100% ແລະ ສາມາດຍ່ອຍສະຫຼາຍໄດ້ໝົດພາຍໃນໜຶ່ງປີ. ໃຍໝາກບວບ ປອດໄພຕໍ່ສິ່ງແວດລ້ອມ, ມີຄວາມທົນທານສູງ, ກັນນໍ້າ, ທົນຄວາມຮ້ອນໄດ້ດີ ແລະ ຊ່ວຍຫຼຸດຜ່ອນ ການປ່ອຍອາຍພິດຄາບອນ ໃນຂະບວນການຜະລິດ.

 
 

ຈິດວິນຍານຂອງ Mr. Muop ບໍ່ພຽງແຕ່ ຢູ່ທີ່ຜະລິດຕະພັນ ເທົ່ານັ້ນ, ແຕ່ຍັງຢູ່ໃນປັດຊະຍາ “ເຊື່ອມຕໍ່ຜູ້ຄົນ ກັບ ທຳມະຊາດ” ອີກດ້ວຍ. ຍີ່ຫໍ້ນີ້ ມີເປົ້າໝາຍໃນການສ້າງຜະລິດຕະພັນ ທີ່ນຳໃຊ້ວັດຖຸດິບ ທຳມະຊາດ, ພ້ອມທັງສ້າງມູນຄ່າທາງເສດຖະກິດໃໝ່ໃຫ້ແກ່ສິ່ງເສດເຫຼືອທາງການກະເສດ, ເຊິ່ງເປັນທິດທາງທີ່ສອດຄ່ອງກັບແນວໂນ້ມຂອງ ເສດຖະກິດສີຂຽວ ແລະ ການເລີ່ມຕົ້ນທຸລະກິດສີຂຽວ.

ໃນການຂະຫຍາຍການຕະຫຼາດ, Mr. Muop ໄດ້ບັນລຸຜົນເລັດສຳ ຄັນ ຫຼາຍຢ່າງ. ຜະລິດຕະພັນ ຂອງ ຍີ່ຫໍ້ໄດ້ຖືກວາງຂາຍ ຢູ່ລະບົບສັບພະສິນຄ້າ AEONໃນປະເທດ ຍີ່ປຸ່ນ, ເຊິ່ງເປັນຕະຫຼາດທີ່ມີຊື່ສຽງໃນດ້ານມາດຕະຖານການກວດສອບທີ່ເຂັ້ມງວດ. ນອກຈາກນີ້, ຍີ່ຫໍ້ ຍັງສືບຕໍ່ສົ່ງອອກ ຢ່າງສະໝໍ່າສະເໝີໄປຍັງປະເທດ ຍີ່ປຸ່ນ ແລະ ສ ເກົາຫຼີ ດ້ວຍສາຍການຜະລິດ ຫຼັກເຊັ່ນ: ຂອງຫຼິ້ນສໍາລັບສັດລ້ຽງ, ຟອງນໍ້າລ້າງຈານ ແລະ ຟອງນໍ້າອາບນໍ້າ. ການມີຢູ່ ຂອງ ຍີ່ຫໍ້ໃນຕະຫຼາດທີ່ “ເຂັ້ມງວດ” ເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ ແລະ ສ ອາເມລິກາ ແມ່ນເປັນຫຼັກຖານທີ່ຊັດເຈນເຖິງຄຸນນະພາບ ແລະ ຄວາມຍືນຍົງ ຂອງ ຜະລິດຕະພັນ.

ຜະ​ລິດ​ຕະ​ພັນ​ ຈຳ​ນວນ​ໜຶ່ງ​ ຂອງ ​ຍີ່​ຫໍ້ Mr. Muop. ພາບ: ທົງຫາຍ/VNP
 

ໃນອະນາຄົດອັນໃກ້ນີ້, Mr. Muop ຈະສືບຕໍ່ຂະຫຍາຍການດຳເນີນ ງານໃນ ສ ເກົາຫຼີ, ພ້ອມທັງຈັດຕັ້ງປະຕິບັດ ຍຸດທະສາດ ການຂາຍໂດຍກົງໃນເວທີ Amazon. ຍີ່ຫໍ້ຄາດຫວັງວ່າ ເວທີການຄ້າ ອີເລັກໂຕຣນິກ ທົ່ວໂລກນີ້ຈະເປັນບ່ອນສົ່ງເສີມ, ຊ່ວຍໃຫ້ທຸລະກິດ ຢືນຢັນຖານະ ຂອງ ຕົນໃນຂົງເຂດການສະໜອງຜະລິດຕະພັນ ໃຍໝາກບວບ ທີ່ເປັນມິດກັບສິ່ງແວດລ້ອມ.

ເອກະລັກຂອງ Mr. Muop ບໍ່ພຽງແຕ່ສະແດງອອກຢູ່ທີ່ຕົວຜະລິດຕະພັນເທົ່ານັ້ນ, ແຕ່ຍັງລວມເຖິງປັດຊະຍາທາງທຸລະກິດ "ການເຊື່ອມໂຍງລະຫວ່າງມະນຸດ ກັບ ທຳມະຊາດ". ພາບ: ເອກະສານໂດຍ Mr. Muopສະໜອງ ໃຫ້

Mr. Muop ບໍ່ພຽງແຕ່ເປັນເລື່ອງລາວ ການເລີ່ມຕົ້ນທຸລະກິດ ທີ່ປະ  ສົບຜົນສຳເລັດເທົ່ານັ້ນ, ແຕ່ຍັງເປັນຮູບພາບ ຂອງ ຮູບແບບສີຂຽວ, ບ່ອນທີ່ທຸລະກິດ ໄປຄຽງຄູ່ກັບຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງ ແວດລ້ອມ. ຈາກການຟື້ນຟູມູນຄ່າ ຂອງ ຜະລິດຕະພັນ ກະສິກຳແບບດັ້ງເດີມ, ຍີ່ຫໍ້ດັ່ງກ່າວກຳລັງປະກອບສ່ວນ ນຳເອົາຜະລິດຕະພັນຫວຽດນາມ ກ້າວໄປສູ່ຕະຫຼາດສາກົນ, ມຸ່ງໄປສູ່ອະນາຄົດ ການພັດທະນາແບບຍືນຍົງ.

ບົດ: ຖາວວີ/VNP -ພາບ: Mr.Muop, ທົງຫາຍ - ແປໂດຍ: ຢືຟຽນ 



top