ຂ່າວສານ

Mon Chea: ຈິດຕະກອນບໍ່ມີມືກັບມານະຈິດພິເສດ

ເຖິງວ່າເປັນຄົນພິການກໍ່ຕາມ, ແຕ່ອ້າຍຍັງຢືດໝັ້ນ ແລະ ພັດທະນາທັກສະສຸດຍອດ ເພື່ອໃຫ້ທຸກຄົນເຫັນໄດ້ຄຸນຄ່າຂອງຄວາມມານະພະຍາຍາມ.
(ອ້າຍ Mon Chea ຕັດສິນໃຈຮ່ຳຮຽນ ແລະ ຊອກໄດ້ຄວາມຫວັງ)

ຢູ່ນະຄອນທ່ອງທ່ຽວ Siem Reap, ກຳປູເຈຍມີຈິດຕະກອນພິເສດ - ລາວບໍ່ມີມືແຕ່ພັດແຕ້ມໄດ້ບັນດາຮູບພາບທີ່ເຕັມໄປດ້ວຍພະລັງຊີວິດ ດ້ວຍມານະຈິດພິເສດ. ໂດຍເສຍມືທັງສອງຂ້າງພາຍຫຼັງຖືກອຸບັດຕິເຫດໃນເວລາອອກແຮງງານກ່ອນນີ້ 15 ປີອ້າຍ Mon Chea, ຍັງຢືດໝັ້ນສ້າງບັນດາພາບຄວັດແກະສະຫຼັກດ້ວຍໄມ້ທີ່ເຕັມໄປດ້ວຍພະລັງຊີວິດ - ຄືດັ່ງຄຳຢືນຢັນແຮງກ້າທີ່ວ່າ ສີລະປະບໍ່ມີຂອບເຂດ.

ໂດຍກຳເນີດຢູ່ແຂວງ Kampot, ແຕ່ຄາວຍັງນ້ອຍ Mon Chea ແມ່ນເດັກທຸກຍາກ, ຕ້ອງປະການຮຽນແຕ່ຄາວອາຍຸ 13 ປີ ເພື່ອໄປຕັດໄມ້ຫາເງິນລ້ຽງຄອບຄົວ. ປີ 2010, ຕອນອາຍຸ 20 ປີ ຖືກໄຟຊອດຢູ່ສະຖານທີ່ກໍ່ສ້າງທີ່່ Kampot ເຮັດໃຫ້ມືສອງຂ້າງຖືກເປ້ຍລ່ອຍ ແລະ ຕ້ອງຕັດ. ບໍ່ມີມື, ຄາວນັ້ນ ຮູ້ສຶກປົມດ້ອຍອ້າຍ ບໍ່ກ້າອອກໄປນອກ, ບໍ່ກ້າເຂົ້າຮ່ວມບັນດາລາຍການຊຸມຊົນ, ຊ້ຳບໍ່ໜຳແມ່ນບໍ່ກ້າພົບກັບຜູ້ໃດນອກຈາກສະມາຊິກໃນຄອບຄົວຂອງຕົນ.

“ຄາວນັ້ນຂ້າພະເຈົ້າຕົກຢູ່ໃນອາການຊຶມເສົ້າໜັກ. ຕະຫຼອດໄລຍະເກືອບ 3 ປີແຕ່ປີ 2010 ຮອດປີ 2013, ສ່ວນຫຼາຍແມ່ນຢູ່ໃນເຮືອນເທົ່ານັ້ນ. ອອກໄປນອກພົບກັບຜູ້ໃດກໍ່ຢ້ານຊ້ຳບໍ່ໜຳແມ່ນບໍ່ກ້າຫຼຽວເບິ່ງຕາຜູ້ອື່ນ. ຕອນຍັງມີຄູ່ມືຂ້າພະເຈົ້າເຄີຍໄປເຮັດວຽກຫາເງິນຊ່ວຍພໍ່ແມ່. ເມື່ອບໍ່ມີມືທັງ 2 ແລ້ວທຸກສິ່ງທຸກຢ່າງເກືອບຄືວ່າຖືກພັງທະລາຍໝົດ. ນັບທັງການກິນການດື່ມກໍ່ຕ້ອງອາໄສການຊ່ວຍເຫຼືອຈາກພໍ່ແມ່…”

        ປີ 2015 ໄດ້ສ້າງບາດລ້ຽວຢ່າງແທ້ຈິ່ງໃຫ້ແກ່ອ້າຍ, ເມື່ອລາວໄດ້ຮັບການແນະນຳເຂົ້າຮ່ວມຊຸດບຳລຸງກໍ່ສ້າງສິລະປະທີ່ສະຫງວນໃຫ້ຄົນພິການຢູ່ແຂວງ Kampot. ເຖິງວ່າສົງໄສຕໍ່ຄວາມສາມາດຮຽນແຕ້ມໂດຍບໍ່ມີມືກໍ່ຕາມ, ແຕ່ອ້າຍ Mon Chea ຍັງຕັດສິນໃຈຮ່ຳຮຽນ ແລະ ຊອກໄດ້ຄວາມຫວັງ.

“ຮອດປີ 2015, ເມື່ອຂ້າພະເຈົ້າໄດ້ຮູ້ຈັກເຖິງຊຸດຮຽນ ແລະ ເຂົ້າຮ່ວມຂ້າພະເຈົ້າຶ່ງເຫັນວ່າ ມີຫຼາຍຄົນຍັງດ້ອຍໂອກາດກວ່າຂ້າພະເຈົ້າ. ມີຜູ້ຕາບອດທັງ 2 ເບື້ອງມີຜູ້ທັງຕາບອດ ທັງບໍ່ມີມືບໍ່ມີແຂນແຕ່ເຂົາເຈົ້າຍັງມານະພະຍາຍາມຮຽນວິຊາອາຊີບຍັງຍິ້ມດຳລົງຊີວິດດ້ວຍຄວາມປະເອີບໃຈ. ຈາກນັ້ນຂ້າພະເຈົ້າໄດ້ຕັດສິນໃຈຕ້ອງປ່ຽນແປງຕ້ອງລຸກຂຶ້ນມາ... ແລ້ວຂ້າພະເຈົ້າກໍ່ຄ່ອຍໆຜ່ານຜ່າໄດ້”.

ໂດຍບໍ່ມີມື, ອ້າຍ Mon Chea ໄດ້ໃຊ້ແຂນເພື່ອຈັບບິກ, ແຕ້ມລວດລາຍ, ຫຼັງຈາກນັ້ນໃຊ້ມີດເພື່ອຄວັດແກະສະຫຼັກໃສ່ແຜ່ນໄມ້, ກິ້ງທານ້ຳມຶກ ແລະ ພິມໃສ່ເຈ້ຍ. ວິທີແຕ້ມນີ້ເຮັດໃຫ້ 2 ແຂນຂອງລາວປວດ ແລະ ເຈັບໄວ. ສະນັ້ນ, ແຕ່ລະມື້ ລາວຍາດເວລາພຽງແຕ່ 2-3 ຊົ່ວໂມງເພື່ອແຕ້ມພາບ, ເຮັດໃຫ້ແຕ່ລະຜະລິດຕະພັນຂອງລາວຕ້ອງໃຊ້ເວລາ ແລະ ອອກເຫື່ອແຮງຫຼາຍຈຶ່ງສຳເລັດ. ບັນດາຜະລິດຕະພັນຂອງລາວສ່ວນຫຼາຍແມ່ນພາບຂາວດຳ, ເຖິງວ່າບໍ່ມີສີສົດໃສກໍ່ຕາມ, ແຕ່ພັດມີຄວາມໝາຍ ແລະ ຄຸນຄ່າອັນເລິກເຊິ່ງ, ສະແດງໃຫ້ເຫັນບັນດາແງ່ມູມຂອງຊີວິດປະຈຳວັນ, ວັດທະນະທຳ, ທຳມະຊາດຂອງ ກຳປູເຈຍ… ມີຫຼາຍຄົນໄດ້ຍ້ອງວ່າ ເຖິງວ່າເປັນຄົນພິການກໍ່ຕາມ, ແຕ່ອ້າຍຍັງຢືດໝັ້ນ ແລະ ພັດທະນາທັກສະສຸດຍອດ ເພື່ອໃຫ້ທຸກຄົນເຫັນໄດ້ຄຸນຄ່າຂອງຄວາມມານະພະຍາຍາມ.

“ວຽກງານນີ້ແມ່ນຍາກທີ່ສຸແຕ່ລາວໄດ້ເຮັດດີທີສຸດ. ລາວກໍ່ສະແດງໃຫ້ເຫັນວ່າ ໃນການດຳລົງຊິດມີຍາມທຸກ, ຍາມສຸກ, ຍາມຫຍຸ້ງຍາກ… ແຕ່ສິ່ງສຳຄັນທີ່ສຸດແມ່ນຄວາມຕັດສິນໃຈເພື່ອຜ່ານຜ່າໃຫ້ໄດ້. ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ເລື່ອງລາວຂອງອ້າຍ Mon Chea ຈະສ້າງແຫຼ່ງບັນດານໃຈໃຫ້ຫຼາຍໆຄົນ”.

ເຖິງວ່າລາຍຮັບຈາກການຂາຍພາບແຕ້ມບໍ່ເປັນປົກກະຕິ, ພຽງແຕ່ພໍລ້ຽງຕົນເອງເທົ່ານັ້ນ, ແຕ່ອ້າຍ Mon Chea ຍັງຮັກສາຄວາມປະເອີບໃຈ, ຄວາມເອກອ້າງທະນົງໃຈຍ້ອນບັນດາຄົນພິການຄືລາວສາມາດຫາເງິນ ແລະ ລ້ຽງຄອບຄົວໄດ້. ແຕ່ລະລວດລາຍທີ່ຄວັດແກະສະຫຼັກໃນພາບຂອງອ້າຍ Mon Chea ບໍ່ພຽງແຕ່ແມ່ນສີລະປະເທົ່ານັ້ນ, ຫາກຍັງແມ່ນເລື່ອງລາວກ່ຽວກັບຄວາມມານະພະຍາຍາມ ແລະ ຄວາມເຊື່ອໝັ້ນອີກດ້ວຍ. ພຽງແຕ່ມີຄວາມເຊື່ອໝັ້ນ, ພວກເຮົາກໍ່ສາມາດສ້າງສິ່ງມະຫັດສະຈັນໄດ້.


top