ຂ່າວສານ

Lao VietBank - ຂົວເຊື່ອມຕໍ່ການຮ່ວມມືເສດຖະກິດລະຫວ່າງ ຫວຽດນາມ ແລະ ລາວ

      ພາຍຫຼັງ 20 ປີ ແຫ່ງການສ້າງສາ ແລະ ເຕີບໃຫຍ່, ມາຮອດປັດຈຸບັນ Lao VietBank ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ ແລະ ບັນລຸໄດ້ຜົນສຳເລັດທີ່ສຳຄັນ. ຈາກທຶນເບື້ອງຕົ້ນ 10 ລ້ານ USD , ປັດຈຸບັນ ທຶນຂອງ VietBank ບັນລຸໄດ້ 100 ລ້ານ USD, ກາຍເປັນ 1 ໃນບັນດາທະນາຄານທີ່ມີຂອບຂະໜາດທຶນໃຫຍ່ທີ່ສຸດຢູ່ລາວ.
ທ່ານ ຫງວຽນວັນບິ່ງ ຜູ້ອຳນວຍການໃຫຍ່  Lao VietBank (ພາບ: nhandan.com.vn)
      ຕອນຄ່ຳວັນທີ 22 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ທະນາຄານຮ່ວມທຸລະກິດ ລາວ - ຫວຽດນາມ ( ລາວ VietBank - ຮ່ວມທຸລະກິດລະຫວ່າງ ທະນາຄານລົງທຶນ ແລະ ພັດທະນາ ຫວຽດນາມ ແລະ ທະນາຄານການຄ້າຕ່າງປະເທດລາວ) ໄດ້ຈັດຕັ້ງພິທີຕ້ອນຮັບຫຼຽນໄຊແຮງງານຊັ້ນ I ຈາກ ລັດ ລາວ ມອບໃຫ້ ແລະ ພິທີສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງ Lao VietBank ( 22 ມິຖຸນາ 1999 - 22 ມິຖຸນາ 2019).
        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລາວ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມ, ການປະກອບສ່ວນ ແລະ ບັນດາຜົນງານທີ່ດີເດັ່ນ ເຊິ່ງ Lao VietBank ບັນລຸໄດ້ໃນຕະຫຼອດ 20 ປີ ຜ່ານມາ. ທ່ານ ສົມດີ ດວງດີ ຢັ້ງຢືນວ່າ Lao VietBank ເປັນຂົວເຊື່ອມຕໍ່ຊຳລະຕົ້ນຕໍລະຫວ່າງ ຫວຽດນາມ ແລະ ລາວ, ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຂອງ ລາວ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງສອງພັກ, ສອງ ລັດຖະບານ ແລະ ປະຊາຊົນ ສອງປະເທດຢ່າງແທດຈິງ.
        ພາຍຫຼັງ 20 ປີ ແຫ່ງການສ້າງສາ ແລະ ເຕີບໃຫຍ່, ມາຮອດປັດຈຸບັນ Lao VietBank ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ ແລະ ບັນລຸໄດ້ຜົນສຳເລັດທີ່ສຳຄັນ. ຈາກທຶນເບື້ອງຕົ້ນ 10 ລ້ານ USD , ປັດຈຸບັນ ທຶນຂອງ VietBank ບັນລຸໄດ້ 100 ລ້ານ USD, ກາຍເປັນ 1 ໃນບັນດາທະນາຄານທີ່ມີຂອບຂະໜາດທຶນໃຫຍ່ທີ່ສຸດຢູ່ລາວ, ດ້ວຍຍອດມູນຄ່າຊັບສິນເກືອບ 1,12 ຕື້ USD, ຢືນຢູ່ອັນດັບທີ 3 ໃນຈຳນວນທະນາຄານທີ່ມີຂະໜາດໃຫຍ່ກ່ວາໝູ່ຢູ່ລາວ. ການກຳເນີດ ຂອງ Lao VietBank ບໍ່ພຽງແຕ່ແມ່ນການກຳເນີດຂອງ ອົງການການເງິນ - ທະນາຄານ ເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ລະຫວ່າງ ສອງພື້ນຖານ ເສດຖະກິດ ຫວຽດນາມ - ລາວ, ແມ່ນແບບຢ່າງໃນການພົວພັນຮ່ວມມືເສດຖະກິດ ລະຫວ່າງ ລາວ - ຫວຽດນາມ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

top