ຂ່າວສານ

JICA ມອບຢາຊີວະພາບຊ່ວຍ ຫວຽດນາມ ກວດພົບ nCoV ຢ່າງວ່ອງໄວ ແລະ ຊັດເຈນ

      ວັນທີ 07 ກຸມພາ, ແຫຼງຂ່າວຈາກອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ໃຫ້ຮູ້ວ່າ: ໄດ້ມອບຢາຊີວະພາບຊ່ວຍເຫຼືອລອັດທຳອິດ (ມູນຄ່າປະມານ 2,3 ລ້ານເຢັນ) ໃຫ້ແກ່ສະຖາບັນອະນາໄມກັນພະຍາດສູນກາງ ຫວຽດນາມ ແນໃສ່ຮັບມືຕໍ່ພະຍາດອັກເສບປອດເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ໄວຣັດໂກໂຣນາ (nCoV) ຢ່າງວ່ອງໄວ.

 (ພາບປະກອບ / TTXVN)
      ຢາຊີວະພາບເຊິ່ງອົງການ JICA ຈະຊ່ວຍເຫຼືອໃຫ້ສະຖາບັນອະນາໄມກັນໂລກລະບາດສູນກາງທີ່ມີມູນຄ່າທັງໝົດປະມານ 14 ລ້ານເຢັນນັ້ນ, ລວມມີຢາຊີວະພາບຫລາຍຊະນິດ ເພື່ອປະຕິບັດບັນດາການວິໄຈ, ກວດພົບໄວຣັດສາຍພັນໃໝ່ນີ້ໄດ້ຢ່າງວ່ອງໄວ ແລະ ຊັດເຈນ.
        ປັດຈຸບັນຢູ່ ຫວຽດນາມ ໄດ້ກວດພົບ 13 ກໍລະນີຕິດເຊື້ອ nCoV, 3 ກໍລະນີໄດ້ຮັບການປິ່ນປົວຫາຍດີແລ້ວ; 90 ກໍລະນີທີ່ຖືກສົງໄສຕິດເຊື້ອ nCoV ພວມແຍກອອກຢູ່ຕ່າງຫາກ ແລະ ມີການຕິດຕາມຢ່າງໃກ້ຊິດ.
 (ແຫຼ່ງຄັດຈາກ VOV)


top