ຂ່າວສານ

Indonesia ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ ເວ​ທີ​ປາ​ໄສ​ບັນ​ດາ​ປະ​ເທດ​ເກາະ ແລະ ໝູ່​ເກາະ

ກອງປະຊຸມສຸດຍອດ AIS ຄັ້ງປະຖົມມະເລິກ ຈະສົ່ງເສີມບັນດາປະເທດຢູ່ທິດໃຕ້ໜ່ວຍໂລກ ຫັນບັນດາການພົວພັນຄູ່ຮ່ວມມືລະອຽດ ແລະ ກວມລວມ ໃຫ້ປະກົດຜົນເປັນຈິງ.
(ພາບ: ANTARA/Yashinta Difa)

Indonesia ຈະເປັນເຈົ້າພາບຈັດກອງປະຊຸມຍຸດຍອດ ເວທີປາໄສບັນດາປະເທດເກາະ ແລະ ໝູ່ເກາະຄັ້ງປະຖົມມະເລິກ ໃນວັນທີ 1 ຕຸລາ ຢູ່ເກາະ ບາຫຼີ ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ຜູ້ນຳລັດຖະບານ 7 ທ່ານ.

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວຈັດຂຶ້ນໃນວັນທີ 29 ກັນຍາຢູ່ນະຄອນຫຼວງ Jakarta, ທ່ານ Tri Tharyat, ຫົວໜ້າກົມຮ່ວມມືຫຼາຍຝ່າຍ ສັງກັດກະຊວງການຕ່າງປະເທດ Indonesia ຢືນຢັນວ່າ ກອງປະຊຸມສຸດຍອດ AIS ແມ່ນສ່ວນໜຶ່ງທີ່ສຳຄັນ ໃນນະໂຍບາຍການທູດເດີນເຮືອຂອງ Indonesia, ໂດຍເລີ່ມຈາກ “ນ້ຳໃຈ Bandun g” ທີ່ກຳເນີດຈາກກອງປະຊຸມ ອາຊີ-ອາຟຼິກາ ຢູ່ Bandung ເມື່ອປີ 1955 ຊື່ງໃນນັ້ນ ໄດ້ຍົກສູງບັນດາຫຼັກການສາມັກຄີ, ສະເໝີພາບ ແລະ ຮ່ວມມືທີ່ຕ່າງຝ່າຍຕ່າງມີຜັນປະໂຫຍດ. ກອງປະຊຸມສຸດຍອດ AIS ຄັ້ງປະຖົມມະເລິກ ຈະສົ່ງເສີມບັນດາປະເທດຢູ່ທິດໃຕ້ໜ່ວຍໂລກ ຫັນບັນດາການພົວພັນຄູ່ຮ່ວມມືລະອຽດ ແລະ ກວມລວມ ໃຫ້ປະກົດຜົນເປັນຈິງ.


top