ຂ່າວສານ

IMF ໄດ້ຈັດແບ່ງຈຳນວນເງິນ 638 ລ້ານ USD ເພື່ອໜູນຊ່ວຍການພັດທະນາຂອງ Benin

ບ້ວງເງິນນີ້ຈະອະນຸຍາດໃຫ້ລັດຖະບານ Benin ຕອບສະໜອງບັນດາຄວາມຕ້ອງການດ້ານການເງິນທີ່ຮີບດ່ວນ, ພິເສດແມ່ນກ່ຽວຂ້ອງເຖິງຄວາມສ່ຽງດ້ານຄວາມໝັ້ນຄົງ.

ບ້ວງເງິນນີ້ຈະອະນຸຍາດໃຫ້ລັດຖະບານ Benin ຕອບສະໜອງບັນດາຄວາມຕ້ອງການດ້ານການເງິນທີ່ຮີບດ່ວນ, ພິເສດແມ່ນກ່ຽວຂ້ອງເຖິງຄວາມສ່ຽງດ້ານຄວາມໝັ້ນຄົງ.

    

ສຳນັກງານຂອງກອງທຶນເງິນຕາສາກົນ (IMF) ຢູ່ ວໍຊິງຕັນ ດີຊີ (ພາບ: IMF)

ໃນວັນທີ 9 ກໍລະກົດ, ກອງທຶນເງິນຕາສາກົນ (IMF) ຕັດສິນໃຈຈັດແບ່ງຈຳນວນເງິນ 638 ລ້ານ USD ໃຫ້ແກ່ລັດຖະບານ Benin ເພື່ອໜູນຊ່ວຍປະເທດນີ້ໃນການປະຕິບັດແຜນການພັດທະນາແຫ່ງຊາດ (2018 – 2025) ສຸມໃສ່ບັນດາເປົ້າໝາຍສະຫັດສະຫວັດ.

        ຕາມຖະແຫຼງຂ່າວຂອງ IMF ແລ້ວ, ບ້ວງເງິນນີ້ຈະອະນຸຍາດໃຫ້ລັດຖະບານ Benin ຕອບສະໜອງບັນດາຄວາມຕ້ອງການດ້ານການເງິນທີ່ຮີບດ່ວນ, ພິເສດແມ່ນກ່ຽວຂ້ອງເຖິງຄວາມສ່ຽງດ້ານຄວາມໝັ້ນຄົງ, ຜົນສະທ້ອນຈາກໂລກລະບາດໂຄວິດ - 19 ແລະ ການປະທະກັນຢູ່ ຢູແກຼນ. ຂໍ້ຕົກລົງຂອງສະພາບໍລິຫານ IMF ອະນຸຍາດໃຫ້ປ່ອຍເງິນຈຳນວນເງິນ 143 ລ້ານ USD ໃນທັນທີ, ຈຳນວນເງິນທີ່ລັດຖະບານ Benin ຄາດວ່າຈະ ນຳໃຊ້ໃຫ້ຈຸດປະສົງໜູນຊ່ວຍງົບປະມານ.

(ແຫຼ່ງຄັດຈາກ VOV)


top