ຂ່າວສານ

IMF: ເສດ​ຖະ​ກິດ​ໂລກ ປີ 2023 ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ

ເສດຖະກິດໂລກໃນປີ 2023 ຈະປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ ເມື່ອກຳລັງໜູນຕົ້ນຕໍຂອງການເຕີບໂຕທົ່ວໂລກ ລ້ວນແຕ່ຜ່ານໄລຍະຊຸມໂຊມ.
ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (ພາບ: Michele Tantussi/Reuters)

ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF), ວັນທີ 1 ມັງກອນ ໄດ້ໃຫ້ຂໍ້ສັງເກດວ່າ ເສດຖະກິດໂລກໃນປີ 2023 ຈະປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ ເມື່ອກຳລັງໜູນຕົ້ນຕໍຂອງການເຕີບໂຕທົ່ວໂລກ ລ້ວນແຕ່ຜ່ານໄລຍະຊຸມໂຊມ.

ເມື່ອໃຫ້ສຳພາດຕໍ່ນັກຂ່າວ ສະຖານີໂທລະພາບ CBS, ທ່ານນາງ ຄາດຄະເນວ່າ ປີ 2023 ຈະຍັງມີຄວາມຫຍຸ້ງຍາກຫຼາຍກວ່າປີ 2022, ຍ້ອນບັນດາພື້ນຖານເສດຖະກິດໃຫຍ່ຄື ອາເມລິກາ, ເອີຣົບ ແລະ ຈີນ ລ້ວນແຕ່ຢູ່ໃນໄລຍະຊຸດໂຊມລົງ. ພາຍຫຼັງໄລຍະເວລາ 40 ປີ, ປີ 2022 ເປັນຄັ້ງທຳອິດ ທີ່ລະດັບການເຕີບໂຕຂອງ ຈີນ ຕ່ຳກວ່າລະດັບການເຕີບໂຕທົ່ວໂລກ. ພື້ນຖານເສດຖະກິດ ອາເມລິກາ ອາດຈະຫຼີກລ້ຽງໄດ້ສະພາບຊຸດໂຊມ, ໃນຂະນະນັ້ນ ເຄິ່ງໜຶ່ງປະເທດສະມາຊິກຂອງ ສະຫະພາບເອີຣົບ (ອີຢູ) ຈະຕົກເຂົ້າສູ່ສະພາບຊຸດໂຊມໃນປີ 2023. IMF ຄາດວ່າ 1/3 ພື້ນຖານເສດຖະກິດທົ່ວໂລກ ຈະຊຸດໂຊມໃນປີ 2023.


top