ຂ່າວສານ

IMF: ຫວຽດນາມ ລື່ມກາຍ ສິງກະໂປ, ມາເລເຊຍ ກາຍເປັນພື້ນຖານເສດຖະກິດໃຫຍ່ທີ 4 ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

      ຫວ່າງແລ້ວນີ້, ກອງທຶນເງິນຕາສາກົນ (IMF) ໄດ້ປະກາດບົດລາຍງານແງ່ຫວັງເສດຖະກິດໂລກປີ 2020 ສະບັບອັບເດດຫຼ້າສຸດ.

ພາບປະກອບ
      ຕາມບົດລາຍງານ, ຫວຽດນາມ ສືບຕໍ່ແມ່ນປະເທດໜຶ່ງດຽວໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບການ ຄາດຕະເນ ຈະເຕີບໂຕທາງບວກໃນປີນີ້, ຢູ່ໃນລະດັບ 1,6% ແລະ ຮອດປີ 2021, ຕົວເລກນີ້ຈະບັນລຸໄດ້ 6,7%.
        IMF ກໍ່ຄາດວ່າ ໃນປີ 2020, ພື້ນຖານເສດຖະກິດ ຫວຽດນາມ ຈະຢືນຢູ່ອັນດັບທີ 4 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ລື່ນກາຍ ສິງກະໂປ ແລະ ມາເລເຊຍ. ລາຍລະອຽດແມ່ນ, GDP ຂອງ ຫວຽດນາມບັນລຸ 340,6 ຕື້ USD, ສ່ວນສິງກະໂປ ແລະ ມາເລເຊຍ ແມ່ນ 337,5 ຕື້ USD ແລະ 336,3 ຕື້ USD ຕາມລຳດັບ.
(ແຫຼ່ງຄັດຈາກ VOV)


top