ຂ່າວສານ

IMF ກ່າວເຕືອນວ່າການປະທະກັນລະຫວ່າງ Houthi ແລະ ຊາອຸດິອາຣາເບຍ ອາດຈະສົ່ງຜົນກະທົບທົ່ວໂລກ

ນາງ Georgieva ໄດ້ຍົກອອກຄຳກ່າວເຕືອນດັ່ງກ່າວໃນສະພາບການການປະທະກັນລະຫວ່າງກຸ່ມພັນທະມິດໂດຍ ຊາອຸດິອາຣາເບຍ ນຳໜ້າ ແລະ ກຳລັງ Houthi ຢູ່ ເຢແມນ ໃນຊຸມມື້ຜ່ານມາໄດ້ເກີດຂຶ້ນຢ່າງຮ້າຍແຮງ
ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (ພາບ: VNA)

ວັນ​ທີ14 ຕຸລາ, ທ່ານນາງ Kristalina Georgieva ຜູ້ອຳນວຍການ​ໃຫຍ່ກອງ​ທຶນເງິນຕາສາກົນ (IMF) ໄດ້ກ່າວເຕືອນວ່າ ບັນ​ດາການ​ບຸກໂຈມຕີວ່າງມໍ່ໆ​ມານີ້​ແນ​ໃສ່ ຊາອຸດິອາຣາເບຍ ອາດຈະສົ່ງຜົນສະ​ທ້ອນຕໍ່ປະຊາຊົນ​ຢູ່​ທົ່ວທຸກ​ແຫ່ງ, ໃນ​ສະ​ພາບ​ທີ່​ການ​ປະ​ທະ​ກັນ​ເກີດ​ຂຶ້​ນ​ຢູ່​ເຂດ​ມີ​ພະ​ລັງ​ງານ​ເປັນ​ຈຳ​ນວນ​ຫຼາຍນີ້​ພວມ​ສ້າງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ພື້ນ​ຖານເສດຖະກິ​​ດ​ທົ່ວໂລກ.

ທ່ານ​ນາງ Georgieva ໄດ້ຍົກອອກຄຳກ່າວເຕືອນ​ດັ່ງ​ກ່າວ​ໃນ​ສະ​ພາບ​ການການ​ປະ​ທະ​ກັນ​ລະ​ຫວ່າງກຸ່ມພັນທະມິດໂດຍ ຊາອຸດິອາຣາເບຍ ນຳ​ໜ້າ ແລະ ກຳລັງ Houthi ​ຢູ່ ເຢ​ແມນ ໃນ​ຊຸມມື້​ຜ່ານ​ມາໄດ້​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ, ​ດ້ວຍ​ບັນ​ດາການ​ບຸກໂຈມຕີທີ່ແນໃສ່​ບັນ​ດາ​ຮາກ​ຖານຜະລິດພະລັງງານ​ຢູ່ພາກພື້ນ. ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນນີ້​ໄດ້ເຮັດໃຫ້ບັນ​ດາ​ຄວາມວ​ິ​ຕົກກັງວົນ​ກ່ຽວ​ກັບຜົນກະທົບຂອງວິກິດການ​ຢູ່ ຕາເວັນອອກກາງ ຕໍ່ການເຕີບໂຕທົ່​ວ​ໂລກຮ້າຍແຮງຂຶ້ນ​ຕື່ມ, ເມື່ອລາຄານ້ຳມັນດິບໄດ້ເພີ່ມຂຶ້ນ​ສູງນັບແຕ່​ເມື່ອຊ່ອງແຄບ​ທະ​ເລ Hormuz ​ຖືກ​ປິດ​ລ້ອມຍ້ອນການ​ປ​ະ​ກັນລະຫວ່າງ ອາ​ເມ​ລິ​ກາ - ອິດສະຣາແອັນ ແລະ ອີຣານ ເກີດ​ຂຶ້​ນ​ແຕ່ເດືອນ ກຸມພາ.


top