ຂ່າວສານ

ILO: ປະຊາກອນໂລກກ່ວາ 50% ບໍ່ໄດ້ຮັບການອຸປະກາລະສັງຄົມ

      ປະຈຸບັນ, ໂລກມີ ປຊຊ 4.1 ຕື້ຄົນບໍ່ໄດ້ຮັບບໍ່ວ່າຮູບການອຸປະກາລະສັງຄົມໃດໜຶ່ງ ລວມທັງການສຳຜັດກັບການເບິ່ງແຍງດູແລສຸຂະພາບ ແລະ ຮັບປະກັນລາຍຮັບ....
 (ພາບປະກອບ: THX/TTXVN)
        ປະຊາກອນໂລກກ່ວາ 50% ບໍ່ໄດ້ຮັບການອຸປະກາລະສັງຄົມ, ນັບທັງເມື່ອໂລກລະບາດໂຄວິດ 19 ໄດ້ຊຸກຍູ້ລັດຖະບານປະເທດຕ່າງໆ ຕ້ອງໜູນຊ່ວຍຫຼາຍກ່ວາໃຫ້ແກ່ ປຊຊ. ນັ້ນແມ່ນຂໍ້ສະຫລຸບ ໂດຍອົງການແຮງງານສາກົນ (ILO) ສັງກັດ ສປຊ ໄດ້ຍົກອອກມາເມື່ອວັນທີ 1 ກັນຍາ ໃນບົດລາຍງານກ່ຽວກັບສະພາບການອຸປະກາລະສັງຄົມໃນທົ່ວໂລກ.
   ຕາມ ILOແລ້ວ, ປະຈຸບັນ, ໂລກມີ ປຊຊ 4.1 ຕື້ຄົນບໍ່ໄດ້ຮັບບໍ່ວ່າຮູບການອຸປະກາລະສັງຄົມໃດໜຶ່ງ ລວມທັງການສຳຜັດກັບການເບິ່ງແຍງດູແລສຸຂະພາບ ແລະ ຮັບປະກັນລາຍຮັບ, ບັນດາວິທີການໜູນຊ່ວຍໃຫ້ຜູ້ມີອາຍຸສູງ, ການຫວ່າງງານ, ເຈັບເປັນ…. ບົດລາຍງານຂອງອົງການນີ້ ໃຫ້ເຫັນວ່າ ໃນປີ 2020, ມີປະຊາກອນທົ່ວໂລກພຽງ 46,9% ໄດ້ຊົມໃຊ້ຢ່າງໜ້ອຍສຸດແມ່ນ 1 ໃນຈຳນວນບັນດາວິທີການດັ່ງກ່າວເທົ່ານັ້ນ.
(ແຫຼ່ງຄັດຈາກ VOV)


top