ຂ່າວສານ

IFC ໜູນຊ່ວຍນະຄອນໂຮ່ຈິມິນໃນໄລຍະພັດທະນາ

      ຕອນບ່າຍວັນທີ 27 ຕຸລາ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນຖ້ຽນເຍີນ ໄດ້ໃຫ້ການຕ້ອນຮັບທ່ານ Kyle F.Kelhofer ຜູ້ອຳນວຍການລະດັບສູງ ຂົງເຂດຫວຽດນາມ-ກຳປູເຈຍ-ລາວ ຂອງອົງການການເງິນສາກົນ (IFC)

ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນຖ້ຽນເຍີນ ແລະທ່ານ Kyle F.Kelhofer
ຜູ້ອຳນວຍການລະດັບສູງ ຂົງເຂດຫວຽດນາມ-ກຳປູເຈຍ-ລາວ ຂອງ IFC
      ຕອນບ່າຍວັນທີ 27 ຕຸລາ, ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນຖ້ຽນເຍີນ ໄດ້ໃຫ້ການຕ້ອນຮັບທ່ານ Kyle F.Kelhofer ຜູ້ອຳນວຍການລະດັບສູງ ຂົງເຂດຫວຽດນາມ-ກຳປູເຈຍ-ລາວ ຂອງອົງການການເງິນສາກົນ (IFC) ເພື່ອແນໃສ່ແລກປ່ຽນການຮ່ວມມືໃນໄລຍະທີ່ຈະມາເຖິງ. ທ່ານເລຂາຄະນະພັກນະຄອນໂຮ່ຈິມິນ ຫງວຽນຖ້ຽນເຍີນ ມີຄວາມປາດຖະໜາວ່າ IFC ອາດຈະຮ່ວມມື, ໜູນຊ່ວຍນະຄອນໂຮ່ຈິມິນໃນບັນຫາຂາດແຫຼ່ງທຶນໃນການລົງທຶນພັດທະນາ ພ້ອມທັງສະແດງຄວາມຫວັງວ່າ ທ່ານ Kelhofer ຈະແນະນຳໃຫ້ບັນດານັກລົງທຶນຮູ້ຈັກເຖິງຄວາມສາມາດບົ່ມຊ້ອນຂອງນະຄອນໂຮ່ຈິມິນ.
    ສ່ວນທ່ານ Kelhofer ໃຫ້ຮູ້ວ່າ IFC ຢາກ ໜູນຊ່ວຍນະຄອນໂຮ່ຈິມິນກໍ່ສ້າງນະຄອນສະຫຼາດ ແລະ ກາຍເປັນຕົວຢ່າງບໍ່ພຽງແຕ່ຢູ່ຫວຽດນາມເທົ່ານັ້ນ, ຫາກຍັງຢູ່ໃນພາກພື້ນອີກດ້ວຍ. IFC ຫວັງເພີ່ມບ້ວງເງິນກູ້ຂອງ ທະນາຄານໂລກໃຫ້ແກ່ຫວຽດນາມໃນໄລຍະທີ່ຈະມາເຖິງເພື່ອພັດທະນາ.
(ແຫຼ່ງຄັດຈາກ VOV)

top