ຂ່າວສານ

IEA ກ່າວ​ເຕືອນ​ວິ​ກິດ​ການ​ດ້ານ​ພະ​ລັງ​ງານ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ

ວັນ​ທີ 21 ເມ​ສາ, ທ່ານ Fatih Birol ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ພະ​ລັງ​ງານ​ສາ​ກົນ (IEA) ກ່າວ​ເຕືອນ​ວ່າ ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອິດ​ສະ​ຣາ​ແອັນ ກັບ ອີ​ຣານ ໄດ້​ກໍ່​ວິ​ກິດ​ການດ້ານ​ພະ​ລັງ​ງານ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ ເຊິ່ງ​ໂລກ​ເຄີຍ​ປະ​ເຊີນ​ໜ້າ.

ເມື່ອ​ກ່າວ​ຄຳ​ເຫັນ​ໃນຄື້ນ​ວິ​ທະ​ຍຸ France Inter ຂອງ ຝ​ລັ່ງ, ທ່ານ Fatih Birol ເນັ້ນ​ໜັກ​ວ່າ ນີ້​ແມ່ນ “ວິ​ກິດ​ການ​ຄັ້ງ​ໃຫຍ່​ສຸດ​ໃນ​ປະ​ຫວັດ​ສາດ” ເມື່​ອ​ບັນ​ດາ​ຜົນ​ກະ​ທົບ​ຈາກ​ລາ​ຄາ​ນ້ຳ​ມັນ ແລະ ອາຍ​ແກັດເພີ່ມ​ຂຶ້ນ​ຢ່າງ​ແຮງ ບວກ​ກັບ​ຜົນ​ຕ​າມ​ມາ​ຈາກ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ ກ່ອນ​ໜ້າ​ນັ້ນ. ໝາກ​ຜົນ​ແມ່ນ ຕະຫຼາດ​ພະ​ລັງ​ງານ​ທົ່ວ​ໂລກ​ໃນ​ປັດ​ຈຸ​ບັນ​ຖືກ​ກຳ​ລັງ​ກົດ​ດັນ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ, ເຊິ່ງລື່ນ​ກາຍ​ບັນ​ດາ​ວິ​ກິດ​ການ​ໃນຊຸມ​ປີ 1973, 1979 ແລະ 2022 ບວກ​ເຂົ້າ​ກັນ.

ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ ໄດ້​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz, ເຊິ່ງເປັນເສັ້ນ​ທາງ​ຂົນ​ສົ່ງ​ດ້ວຍ​ການ​ເດີນ​ເຮືອ​ຍຸດ​ທະ​ສາດ​ທີ່​ຄ່ຽນ​ຖ່າຍ​ປະ​ມານ 20% ປະ​ລິ​ມານ​ນ້ຳ​ມັນ​ບໍ່ ແລະ ອາຍ​ແກັດ​ເຫຼວ​ທຳ​ມະ​ຊາດ​ທົ່ວ​ໂລກ ​ຖືກ​ຂາດ​ວັກ​ຂາດ​ຕອນຢ່າງຮ້າຍແຮງ. ສະ​ພາບ​ການ​ກ່ຳ​ປັ່ນ​ຖືກ​ຕິດ​ຄ້າງ​ຢູ່​ເຂດ​ນີ້​ພວມ​ເຮັດ​ໃຫ້​​ຄວາມ​ສ່ຽງ​ແຫຼ່ງ​ສະ​ໜອງຖືກຕັດຂາດເພີ່ມຂຶ້ນ, ຍູ້​ໃຫ້ລາ​ຄາ​ພະລັງງານສູງຂຶ້ນ​ໃນ​ວົງ​ກວ້າງ.


top