ຂ່າວສານ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.
ສັນຍາລັກຂອງອົງການ ພະລັງງານປະລະມານູສາກົນ (IAEA) ຢູ່ ໂອຕາລິດ (ພາບ: REUTERS/Leonhard Foeger)
ແຈ້ງການຂອງ IAEA ຍົກໃຫ້ເຫັນຢ່າງຈະແຈ້ງວ່າກຸ່ມນັກກວດກາຂອງອົງການນີ້ໄດ້ເດີນທາງອອກຈາກ ອີຣານ ຢ່າງປອດໄພ ແລະ ພວມເດີນທາງກັບເມືອສຳນັກງານໃຫຍ່ ຢູ່ວຽນນາ (ໂອຕາລິດ), ພາຍຫຼັງໄລຍະໜຶ່ງອາໄສຢູ່ ເຕເຮຣານ ໃນສະພາບການຄວາມເຄັງຕຶ່ງລະຫວ່າງ ອິດສະລາແອັນ ແລະ ອີຣານເພີ່ມຂຶ້ນ.  ກ່ອນໜ້ານັ້ນ, ວັນທີ 2 ກໍລະກົດ, ທ່ານປະທານາທິບໍດີ ອີຣານ ໄດ້ອອກລັດຖະດຳລັດຢຸດຕິການຮ່ວມມືກັບ IAEA. ລັດຖະດຳລັດສະບັບນີ້ບໍ່ຍົກອອກວັນເວລາກໍ່ຄືລາຍລະອຽດຂອງການຢຸດຕິການຮ່ວມມືແຕ່ຂໍ້ຕົກລົງນີ້ຈະຈຳກັດຫຼາຍການເຄື່ອນໄຫວຂອງບັນດານັກກວດກາ IAEA ຢູ່ອີຣານ.

top