ເພື່ອນມິດ ກັບ ຫວຽດນາມ

Harold Browning ປະກອບສ່ວນເຂົ້າໃນການອະນຸລັກຮັກສາສັດປ່າ

ທ່ານ Harold Browning ຈາກ​ປະ​ເທດ​ ອັງກິດ ໄດ້ນໍາຄວາມ​ຮູ້, ທັກ​ສະ ແລະປະສົບ​ການ​ກ່ຽວກັບສັດປ່າ​ມາ​ໃຫ້​ ຫວຽດນາມ ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ຢຸດຕິ​ການ​ຄ້າ ຂາຍ​ສັດປ່າແບບ​ຜິດ​ກົດໝາຍ ​ແລະ ຟື້ນ​ຟູ​ຄືນ​ໃໝ່ ພ້ອມ​ທັງ​ຮັກສາ​ລະບົບ​ນິເວດ​ຂອງ​ຫວຽດນາມ ອີກດ້ວຍ.

ທ່ານ Harold Browning ຖືກສົ່ງມາຫວຽດນາມ ໂດຍບໍລິສັດ Four Paws ໃນປີ 2015. ຢູ່ທີ່ນີ້, ເພິ່ນ ແລະ ເພື່ອນຮ່ວມງານໄດ້ກໍ່ຕັ້ງອົງການ Four Paws Viet, ອອກແບບ ແລະ ກໍ່ສ້າງສູນອະນຸລັກໝີ ນິງບິ່ງ ໃນເນື້ອທີ່ທັງໝົດກວ່າ 900 2 ລວມທັງຄອກຢູ່ຂອງໝີ ແລະ ເດີ່ນຫຼິ້ນກາງແຈ້ງສໍາລັບໝີອອກກໍາລັງກາຍ.

ໃນໄລຍະ 3 ປີທີ່ເຮັດວຽກຢູ່ສູນອະນຸລັກໝີ ນິງບິ່ງ ຂອງ Four Paws Viet, ທ່ານ Harold Browning ແລະ ບັນດາເພື່ອນຮ່ວມງານໄດ້ຊ່ວຍກູ້ ແລະ ເບິ່ງແຍງໝີ 46 ໂຕ ທີ່ຕົກເປັນເຫຍື່ອຂອງການຂຸດຄົ້ນເອົານ້ຳບີຜິດກົດໝາຍ ແລະ ຊິ້ນສ່ວນຮ່າງກາຍຈາກໝີ. ເມື່ອເວລາຜ່ານໄປ, ເພິ່ນຄ່ອຍໆ “ສ້າງຄວາມຄຸ້ນເຄີຍ” ກັບໝີແຕ່ລະໂຕໃນຂະບວນການຟື້ນຟູສຸຂະພາບໃຫ້ແກ່ພວມມັນ. ເພິ່ນໄດ້ແບ່ງປັນວ່າພຽງແຕ່ເບິ່ງໝີມ້າແຕ່ລະໂຕ ຫຼັງຈາກໄດ້ຮັບການຊ່ວຍຊີວິດດ້ວຍຄວາມສາມາດໃນການຟື້ນຟູຢ່າງເຂັ້ມງວດທຸກໆມື້, ພວກຂ້າພະເຈົ້າຮູ້ສຶກວ່າຕົນເອງມີຄວາມສຸກແລະມີແຮງຈູງໃຈທີ່ຈະເຮັດວຽກ.


Harold Browning ​ແມ່ນ​ຜູ້​ຊ່ຽວຊານ​ດ້ານ​ສັດປ່າ​ພິ​ເສດ​ທີ່​ເຮັດ​ວຽກ​ຢູ່​ສູນ​ຊ່ວຍ​ເຫຼືອ​ສັດປ່າ​ຮ່ າ​ໂນ້ຍ. ພາບ: ແທງຢາງ/VNP

ໃນ​ໄລ​ຍະ 7ປີ​ເຮັດ​ວຽກ​ຢູ່​ສູນ​ຊ່ວຍ​ເຫຼືອ​ສັດ​ປ່າ ​ຮ່າ​ໂນ້ຍ, Harold Browning ໄດ້​ມີ​ການ​ປະ​ກອບ​ສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ບ່ອນ​ນີ້. ພາບ: ແທງຢາງ/VNP

Harold Browning ອອກແບບເຂດຍ່າງຫຼິ້ນຢູ່ກາງແຈ້ງໃຫ້ ເສືອ. ພາບ: ແທງຢາງ/VNP
ທຸກໆມື້ Harold Browning ໄດ້ເຂົ້າໃກ້ ແລະ ຊອກຮູ້ກ່ຽວກັບນິໄສຂອງສັດເພື່ອອອກແບບຄອກໃຫ້ ເໝາະສົມ. ພາບ: ແທງຢາງ/VNP

ເສືອອິນດູຈີນເປັນສັດທີ່ Harold Browning ໃຫ້ຄວາມສົນໃຈເປັນພິເສດ ແລະ ເປັນສັດໃກ້ຈະສູນພັນ ໃນທໍາມະຊາດ. ພາບ: ແທງຢາງ/VNP

Harold Browning ກໍາລັງປອບໃຈ ໝີ ໃນລະຫວ່າງ ຂະບວນການຍົກຍ້າຍ. ພາບ: ເອກະສານ

ທ່ານ Harold Browning ໃຊ້ເວລາ 3 ປີ (2011 -2014)ເປັນຜູ້ຈັດການດູແລ ແຮດ ແລະ ສັດເລັບກີບ ຢູ່ Longleat Safari Park, ອັງກິດ. ແຕ່ປີ 2014 - 2017,ເພິ່ນເຮັດວຽກເປັນຜູ້ຈັດການສັດໃຫ້ອົງການ FOUR PAWS ໂກໂຊໂວ, ຮອງຜູ້ອໍານວຍການ, FOUR PAWS ຫວຽດນາມ. ແຕ່ປີ 2018ມາຮອດປັດຈຸບັນ, ທ່ານ Harold Browning ໄດ້ເປັນຜູ້ຈັດການສະຫວັດດີການສັດ, ອົງການ Animal Asia, ສູນຊ່ວຍເຫຼືອສັດປ່າ ຮ່າໂນ້ຍ.

ໃນປີ 2018, ທ່ານ Harold Browning ໄດ້ເຮັດວຽກເປັນທີ່ປຶກສາດ້ານສະຫວັດດີການສັດຂອງ ອົງການສັດ ອາຊີ (Animals Asia). ແຕ່ລະປີ, ສູນກູ້ຊີບສັດປ່າ ຮ່າໂນ້ຍ ໄດ້ຮັບເອົາ ແລະ ຊ່ວຍເຫຼືອສັດປ່າປະມານ 1000-1700 ໂຕ, ແຕ່ເງື່ອນໄຂຂອງຄອກໃນຄາວນັ້ນຍັງມີຈຳກັດ ແລະ ເນື້ອທີ່ຂອງສູນມີພຽງແຕ່ປະມານ 1 ເຮັກຕາເທົ່ານັ້ນ. ທ່ານ Harold Browning ໄດ້ສັງເຄາະ, ອອກແບບ ແລະ ສັງລວມເອກະສານຫຼາຍສະບັບໂດຍອີງໃສ່ການຄົ້ນຄວ້າວິທະຍາສາດ ແລະ ຄວາມຕ້ອງການຕົວຈິງຢູ່ສູນກາງດູແລສັດໃນຫຼາຍດ້ານເຊັ່ນ: ການແຍກຕົວ - ຂັ້ນຕອນການກັກກັນ, ຄໍາແນະນໍາກ່ຽວກັບອາຫານ, ການດູແລ, ການອອກແບບຄອກໃຫ້ສອດຄ່ອງກັບພຶດຕິກໍາ ແລະ ລັກສະນະທຳມະຊາດຂອງສັດຫຼາຍຊະນິດ... ບັນດາເອກະສານເຫຼົ່ານີ້ໄດ້ຖືກແປເປັນພາສາ ຫວຽດນາມ.

ນອກ​ນີ້, ທ່ານ Harold Browning ຍັງ​ໄດ້​ສົມທົບ​ກັບ​ປ່າ​ສະຫງວນ​ແຫ່ງ​ຊາດ ຟອງ​ຍາ - ​ແກບ່າງ (ກວາງ​ບິ່ງ)​ ແລະ ປ່າ​ສະຫງວນ​ແຫ່ງ​ຊາດ ຮວ່າງ​ລຽນ (ລ່າວ​ກາຍ) ​ເພື່ອ​ປັບປຸງ​ສະພາບ​ການ​ກູ້​ໄພ​​ກູ້​ຊີບໃຫ້ແກ່ສັດ ​ແລະ ​ເປັນ​ຜູ້​ຊ່ຽວຊານ​ໃຫ້​ຄຳ​ປຶກສາ​ຊ່ວຍ​ເຫຼືອການ​ກູ້​ໄພ​ຢູ່​ປ່າ​ສະຫງວນ​ແຫ່ງ​ຊາດ Yok Don ( ດັກລັກ) ແລະ ກາດຕຽນ (ດົງນາຍ).


ທ່ານ ​ເລືອງ​ຊວນ​ຮົ່ງ (ເສື້ອ​ສີຟ້າ) ຜູ້​ອຳ​ນວຍ​ການ​ສູນ​ກາງ ​ກຳ​ລັງ​ລົມ​ກັບ​ທ່ານ Harold Browning ກ່ຽວ​ກັບ​ການ​ອອກ​ແບບ​ຄອກ​ເສືອ. ພາບ: ແທງຢາງ/VNP

Harold Browning ປຶກສາຫາລືກັບນາງ ຖຸ່ຍ (ພະນັກງານດູແລສັດ) ທີ່ເຂດຍ່າງຫຼິ້ນກາງແຈ້ງໃຫ້ ເສືອ ຫຼັງຈາກໄດ້ຮັບການຊ່ວຍເຫຼືອ. ພາບ: ແທງຢາງ/VNP
Harold Browning ມີຄວາມຍິນດີສະເໝີທີ່ຈະແບ່ງປັນ ເລື່ອງລາວໃນການເຮັດວຽກກັບພະນັກງານຢູ່ສູນ. ພາບ: ແທງຢາງ/VNP

Harold Browning ແນະນຳວິທີເຮັດຄອກສັດຈາກໄມ້ໄຜ່ ຂອງ ຫວຽດນາມ. ພາບ: ເອກະສານ

 

ບົດ: ບິກເວິນ - ພາບ: ແທງຢາງ ແລະ ເອກະສານ - ແປໂດຍ: ຢືຟຽນ


top