ເຄື່ອງໝາຍ ຫວຽດ

HANUTI – ແກ່ນພືດ ພື້ນເມືອງ, ມາດຕະຖານສາກົນ

ໃນຖານະເປັນຜູ້ບຸກເບີກ ໃນການນໍາເອົາຜະລິດຕະພັນ ແກ່ນພືດ ທ້ອງ ຖິ່ນ ໄດ້ມາດຕະຖານອິນຊີ ສາກົນ ໄປສູ່ຜູ້ບໍລິໂພກ, ບໍລິສັດຫຸ້ນສ່ວນໂລກ ຮາດເຢື໊ອງ ມຸ່ງສູ່ເປົ້າໝາຍກາຍເປັນສູນກາງ ເຊື່ອມຕໍ່ລະບົບນິ ເວດ ກະສິກໍາ ອິນຊີ ຫວຽດນາມ. ດ້ວຍປັດສະຍາ ພັດທະນາ ທ່ີຍືນຍົງ, ສົມດຸນກັບທໍາມະຊາດ, HANUTI ປາດຖະໜາ ທ່ີຈະເຮັດໃຫ້ຜູ້ບໍລິ ໂພກ ມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ກາຍເປັນສັນຍາລັກ ແຫ່ງການໄວ້ວາງໃຈ ໃນຂົງເຂດ ອາຫານ ອິນຊີ.

ໃນຖານະເປັນຜູ້ບຸກເບີກ ໃນການນໍາເອົາຜະລິດຕະພັນ ແກ່ນພືດ ທ້ອງ ຖິ່ນ ໄດ້ມາດຕະຖານອິນຊີ ສາກົນ ໄປສູ່ຜູ້ບໍລິໂພກ, ບໍລິສັດຫຸ້ນສ່ວນໂລກ ຮາດເຢື໊ອງ ມຸ່ງສູ່ເປົ້າໝາຍກາຍເປັນສູນກາງ ເຊື່ອມຕໍ່ລະບົບນິ ເວດ ກະສິກໍາ ອິນຊີ ຫວຽດນາມ. ດ້ວຍປັດສະຍາ ພັດທະນາ ທ່ີຍືນຍົງ, ສົມດຸນກັບທໍາມະຊາດ, HANUTI ປາດຖະໜາ ທ່ີຈະເຮັດໃຫ້ຜູ້ບໍລິ ໂພກ ມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ກາຍເປັນສັນຍາລັກ ແຫ່ງການໄວ້ວາງໃຈ ໃນຂົງເຂດ ອາຫານ ອິນຊີ.

ຈາກເລື່ອງລາວ ຂອງ ໄຂ່ມຸກ ເທິງກ້ອນຫີນ...

HANUTI ເລືອກເຂດປູກ ທີ່ນຳໃຊ້ວິທີການ ປູກຝັງແບບມູນເຊື້ອ, ໃຊ້ຢາຂ້າແມງໄມ້ ແລະ ປຸ໋ຍເຄມີ ໃຫ້ໜ້ອຍ ຫຼື ບໍ່ໃຊ້ເລີຍ ແລະ ໄດ້ຮັບຜົນກະ ທົບໜ້ອຍ ຈາກມົນລະພິດ ທາງອາກາດ ແລະ ແຫຼ່ງນ້ຳ.

ທ່າມກາງ ພູຫີນປູນ ໃນເຂດ ລຸກຄູ, ຮ່າກວາງ, ຕາມນາ ຫີນປູນ ທ່ີແຫຼມຄົມ, ບັນດາແກ່ນ ໝາກຖົ່ວທ້ອງຖິ່ນ ແອບຢູ່ຂ້າງໆ ອາໃສນໍ້າໝອກໃນຍາມ ຄໍ່າຄືນ ແລະ ໃຫຍ່ຂຶ້ມາຂ້າງກ້ອນຫີນ. ເຖິງວ່າ ຈະນ້ອຍ, ແຕ່ແກ່ນຖົ່ວ ເຫຼົ່ານີ້ກໍຍັງ ເຕັມເມັດ ດັ່ງ ໄຂ່ມັຸກ ໃນຫີນ, ດັ່ງຄໍາເວົ້າ ຂອງ ທ່ານ ລ້າຍຫງອກແທງ ຜູ້ອໍານວຍການບໍລິສັດ ຫຸ້ນສ່ວນ Hanuti. ຕາມ ທ່ານ ແທງ ໄຂ່ມຸກ ນີ້ ບໍພຽງແຕ່ອຸດົມໄປດ້ວຍສານອາຫານທາງໂພສະນາການ, ແຕ່ຍັງຊ່ວຍບໍາລຸງຈິດວິນຍານ ອີກດ້ວຍ, ເພາະແຕ່ລະແກ່ນ ແມ່ນການ ລວມຕົວ ຂອງ ຄຸນຄ່າ ທ້ອງຖິ່ນ, ແກ່ນແທ້ ຂອງ ທໍາມະຊາດ ແລະ ຄວາມຮັກຈາກຜູ້ປູກ.


ທ່ານ ລ້າຍຫງອກແທງ, ພະນັກງານຂະແໜງເສດຖະກິດ ກະສິກໍາ (ມະຫາວິທະຍາໄລ ກະສິກໍາ 1 ຮ່າໂນ້ຍ), ຜູ້ອໍານວຍການ ບໍລິສັດ ຫຸ້ນສ່ວນ Hanuti, ໄດ້ຮັບຮູ້ໄວ ຕໍ່ຄວາມຈິງໃນລະຫວ່າງ ການຜັນຂະຫຍາຍໂຄງການ ກະສິກໍາ ຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ. ນັ້ນກໍຄື ຜະລິດຕະພັນ ກະສິກໍາ ທ້ອງຖິ່ນ ຫວຽດນາມ ເຖິງວ່າ ຈະມີຄວາມພິ ເສດ ແລະ ມີຄຸນນະພາບ, ແຕ່ຍາກໃນການຈໍາໜ່າຍ, ຍ້ອນຊາວກະສິ ກອນ ບໍ່ມີຄວາມຮູ້ຫຼາຍກ່ຽວກັບການຕະຫຼາດ. ຍ້ອນແນວນັ້ນ, ບັນດາໂຄງການເຖິງວ່າ ຈະມີການປັບປຸງ ສ່ວນໃດໜຶ່ງ ໃນຊີວິດການເປັນຢູ່, ແຕ່ປະສິດທິຜົນ ບໍ່ຍືນຍົງ. ເພາະສະນັ້ນ, ຂ້າພະເຈົ້າຈິ່ງມີຄວາມປາດຖະໜາຢ່າງແຮງກ້າ ທ່ີຈະສ້າງລະບົບນິເວດ ກະສິກໍາ ແບບຍືນຍົງ, ເຊື່ອມໂຍງຢ່າງກົມກຽວກັບທໍາມະຊາດ ແລະ ນໍາຍີ່ຫໍ້ ກະສິກໍາ ຫວຽດ ນາມ ອອກສູ່ໂລກ, ທ່ານ ແທງ ກ່າວເຖິງແຮງຈູງໃຈ ໃນການສ້າງຕັ້ງ HANUTI

HANUTI ເກີດຂຶ້ນດ້ວຍພາລະກິດສ້າງເຄື່ອງໝາຍການຄ້າຜະລິດຕະພັນກະສິກຳ ແລະ ອາຫານທີ່ເຂັ້ມແຂງ, ສ້າງລະບົບຕ່ອງໂສ້ການເຊື່ອມໂຍງແບບຍືນຍົງ, ຮັບປະກັນຜົນຜະລິດທີ່ໝັ້ນຄົງໃຫ້ແກ່ຜະລິດຕະພັນຂອງຊາວກະສິກອນ. ຮູບແບບການດຳເນີນງານຂອງ HANUTI ສຸມໃສ່ການເຊື່ອມຕໍ່ຢ່າງຄົບວົງຈອນ ຕັ້ງແຕ່ຂັ້ນຕອນການຜະລິດ, ການປຸງແຕ່ງ ໄປຈົນເຖິງການຈຳໜ່າຍໂດຍກົງເຖິງມືຜູ້ບໍລິໂພກສຳລັບຜະລິດ ຕະພັນກະສິກຳ ທີ່ຄຸ້ນເຄີຍເຊັ່ນ: ໝາກຖົ່ວ, ຖົ່ວດິນ ແລະ ໝາກໄມ້ ພິ ເສດ ທ່ີຜະລິດດ້ວຍຂະບວນການແບບ ຍືນຍົງ, ເປັນມິດກັບສິ່ງແວດ ລ້ອມ, ຮັບປະກັນຄຸນນະພາບ ແລະ ມີຄວາມປອດໄພຕໍ່ສຸຂະພາບ.

ສູ່ຄວາມປາດຖະໜາ ທີ່ຈະກາຍເປັນສູນກາງເຊື່ອມຕໍ່ລະບົບນິເວດກະສິກຳ ອິນຊີ

 

ທ່ານ ລ້າຍຫງອກແທງ ກຳລັງກວດສອບຂະບວນ ການ ຢູ່ໂຮງງານຜະລິດ.

ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ແລະຮັບປະກັນວ່າ ຜະລິດຕະພັນໄດ້ມາດຕະຖານການຈຳໜ່າຍຢູ່ຊ່ອງທາງການຂາຍທີ່ເຊື່ອຖືໄດ້, HANUTI ວາງເປົ້າໝາຍສ້າງຕັ້ງເຂດປູກ ທີ່ໄດ້ຮັບໃບຢັ້ງຢືນ ອິນຊີ ສາກົນ. ດັ່ງນັ້ນ, ການພັດທະນາເຂດວັດຖຸດິບ ອິນຊີ ແບບຍືນຍົງ ຈຶ່ງເປັນບູລິມະສິດອັນດັບໜຶ່ງໃນຍຸດທະສາດຂອງ ບໍລິສັດ.

 

ແກ່ນພືດຕ່າງໆ ຂອງ HANUTI ໄດ້ຮັບໃບຢັ້ງຢືນ ອິນຊີສາກົນ.

ອີງຕາມທ່ານນາງ ຟ້າມທິບິກຖຸຍ, ຜູ້ຮ່ວມກໍ່ຕັ້ງ ແລະ ຫົວໜ້າພະແນກ ການຕະຫຼາດຂອງ HANUTI, ເພື່ອພັດທະນາເຂດວັດຖຸດິບ, ບໍລິສັດໄດ້ດຳເນີນການສຳຫຼວດ ແລະ ຮ່ວມມືກັບພໍ່ແມ່ປະຊາຊົນບັນດາຊົນເຜົ່າສ່ວນນ້ອຍຢູ່ບັນດາແຂວງ ພາກເໜືອ, ນີ້ແມ່ນຜູ້ທ່ີມີປະສົບການ ໃນການປູກຝັງ ກະສິກໍາ ແບບມູນເຊື້ອ, ຈໍາກັດໂດຍພື້ນຖານ ການໃຊ້ສານ ເຄມີ ກໍາຈັດແມງໄມ້ ແລະ ປຸຍເຄມີ ໃຫ້ໜ້ອຍທ່ີສຸດ, ເຮັດໃຫ້ເຂດດິນປູກຝັງ ໄດ້ຮັບຜົນກະທົບໜ້ອຍທ່ີສຸດ ຈາກມົນລະພິດທາງອາກາດ ແລະ ແຫຼ່ງນໍ້າ.

ເພື່ອສ້າງຄວາມໄວ້ວາງໃຈກັບປະຊາຊົນ, HANUTI ໄດ້ນຳໃຊ້ນະໂຍ ບາຍສະໜັບສະໜູນເຊັ່ນ: ສະໜອງແນວພັນ ບາງສ່ວນ, ຖ່າຍທອດເຕັກ ນິກ ແລະ ຮັບປະກັນ ການຊື້ທັງໝົດຜະລິດຕະພັນ. ບໍລິສັດ ໄດ້ເປັນເຈົ້າໃນການເຊັ່ນສັນຍາ ສາມຝ່າຍ, ໂດຍການເຂົ້າຮ່ວມ ຂອງ HANUTI, ປະຊາຊົນ ແລະ ຄະນະກໍາມະການປະຊາຊົນ ຂັ້ນຕາແສງ ໃນເຂດຜະ ລິດວັດຖຸດິບ. ລາຄາເກັບຊື້ ຜະລິດຕະພັນ ແມ່ນປະຕິບັດຕາມນະໂຍ ບາຍ ລາຄາ ຂັ້ນຕໍ່າ. ສະນັ້ນ, ເມື່ອລາຄາ ໃນທ້ອງຕະຫຼາດ ຫຼຸດລົງ, HANUTI ຍັງຮັບປະກັນການເກັບຊື້ ໃນລາຄາຂັ້ນຕໍ່າ ແລະ ເມື່ອລາຄາຕະຫຼາດ ສູງຂຶ້ນ, ບໍລິສັດ ຈະເກັບຊື້ ຕາມລາຄາ ຕະຫຼາດ. 

ຄະນະຜູ້ບໍລິຫານຂອງ HANUTI ໃນກິດຈະກໍາ ທີ່ບໍລິສັດຈັດຂຶ້ນ.

ປັດຈຸບັນ, ຜະລິດຕະພັນ “ຮາດເຢື໊ອງ” ຂອງ HANUTI ໄດ້ຈໍາໜ່າຍຢູ່ໃນລະບົບ ຮ້ານຂາຍ ອາຫານ ສະອາດທີ່ມີຊື່ສຽງ.

ຍ້ອນນະໂຍບາຍນີ້, HANUTI ໄດ້ສ້າງຕັ້ງລະບົບຕ່ອງໂສ້ ການເຊື່ອມໂຍງ ແບບຍືຍຍົງ ກັບເຂດຜະລິດ ວັດຖຸດິບ ຫຼາຍແຫ່ງ ໃນທົ່ວປະເທດ ຢ່າງສໍາເລັດຜົນ, ລວມທັງເຂດວັດຖຸດິບ ອິນຊີ ສໍາລັບແກ່ນພືດ ທ້ອງຖິ່ນ ຢູ່ແຂວງ ກາວບັ່ງ, ເຂດວັດຖຸດິບ ໝາກມອນ ຢູ່ແຂວງ ກວາງນິງ ແລະ ແຂວງ ຖາຍບິ່ງ, ເຂດວັດຖຸດິບ ໝາກຝຸງ ຢູ່ແຂວງ ບັກກ້ານ, ເຂດວັດຖຸດິບ ໝາກໝັ້ນ ຢູ່ ແຂວງ ເຊີນລາ ແລະ ເຂດວັດຖຸດິບ ໝາກເສົາ ຢູ່ແຂວງ ຮ່ານາມ. ເຖິງວ່າ ແຕ່ລະເຂດ ຈະມີເອກະລັກສະເພາະ, ແຕ່ເຂດປູກວັດຖຸດິບ ຂອງ HANUTI ລ້ວນແຕ່ໄດ້ຮັບໃບຢັ້ງຢືນ ອິນຊີ ສາກົນ ທ່ີມີຊື່ສຽງຈາກ ສ ອາເມລິກາ (USDA), ເອີລົບ (EU)  ແລະ ຍີ່ປຸ່ນ (JAS).  

ບາງຜະລິດຕະພັນທີ່ໂດດເດັ່ນ ຂອງ HANUTI.


ດ້ວຍເຫດນີ້, ເຄື່ອງໝາຍການຄ້າ ຮາດເຢື໊ອງ ຂອງ HANUTI ແມ່ນການປະສົມປະສານ ທ່ີສົມບູນແບບ ລະຫວ່າງ ຜະລິດຕະພັນກະສິກໍາ ທ້ອງຖິ່ນ ມີລົດຊາດ ຫອມແຊບ ທ່ີເປັນເອກະລັກ ແລະ ໄດ້ມາດຖານອິນຊີ ສາກົນ. ບັນດາຜະລິດຕະພັນ ຍີ່ຫໍ້ ຮາດເຢື໊ອງ ປະກອບມີ: ນໍ້າເຊື່ອມໝາກໄມ້ ແລະ ແປ້ງທັນຍາພືດ ທ່ີໄດ້ຮັບການປຸງແຕ່ງຈາກ ແກ່ນພືດ ເຊັ່ນ: ຖົ່ວດິນ, ຖົ່ວເຫຼືອງ, ຖົ່ວດໍາ, ຖົ່ວຂຽວ, ສາລີ, ງາຂາວ, ງາດໍາ... ທ່ີຂົ້ວສຸກ.

ດ້ວຍຄວາມເຊື່ອໝັ້ນຢ່າງແຮງ ຕໍ່ຄຸນຄ່າ ທ່ີບໍ່ສາດທົດແທນໄດ້ ຂອງ ອາຫານທ້ອງຖິ່ນ-ບັນດາຜະລິດຕະພັນທ່ີຕິດພັນກັບປະຫວັດສາດ, ລະ ດູການ ແລະ ທ້ອງຖິ່ນ, HANUTI ໄດ້ພະຍາຍາມຍົກລະດັບຜະລິດຕະພັນ ກະສິກໍາ ຫວຽດ ຕາມມາດຖານ ກະສິກໍາ ສູງສຸດ, ມຸ້ງສູ່ເປົ້າໝາຍ ນໍາຜະລິດຕະພັນກະສິກໍາ ທ້ອງຖິ່ນ ຫວຽດນາມ ອອກສູ່ຕະຫຼາດສາກົນ.

 

ບົດ: ຖາວວີ/VNP - ພາບ: Hanuti ສະໜອງໃຫ້ - ແປໂດຍ: ຢືຟຽນ

 


top