ຂ່າວສານ

“Hack Covy 2020” ກິດຈະກຳປະດິດຄິດສ້າງມາດຕະການເຕັກໂນໂລຊີ

      ຄະນະຊາວໜຸ່ມກອມມູນິດນະຄອນຮ່າໂນ້ຍ ໄດ້ສົມທົບກັບອົງການຈັດຕັ້ງ AngelHack (ອາເມລິກາ) ແລະ ອົງການພັດທະນາສະຫະປະຊາຊາດ (UNDP) ປຸກລະດົມການເສັງອອນລາຍ hackthon “Hack Covy 2020” ເປັນເວລາ 3 ວັນ ແຕ່ວັນທີ 24 – 26 ເມສາ 2020.

(ພາບປະກອບ: hackcovy.com)
      ໂດຍຕອບສະໜອງຂະບວນການປະດິດຄິດສ້າງເຕັກໂນໂລຊີແກ້ໄຂບັນດາບັນຫາຂອງໂລກລະບາດໂຄວິດ-19 ໃນທົ່ວໂລກ, ຄະນະຊາວໜຸ່ມກອມມູນິດນະຄອນຮ່າໂນ້ຍ ໄດ້ສົມທົບກັບອົງການຈັດຕັ້ງ AngelHack (ອາເມລິກາ) ແລະ ອົງການພັດທະນາສະຫະປະຊາຊາດ (UNDP) ປຸກລະດົມການເສັງອອນລາຍ hackthon “Hack Covy 2020” ເປັນເວລາ 3 ວັນ ແຕ່ວັນທີ 24 – 26 ເມສາ 2020.
ຂັ້ນຕອນການຈັດຕັ້ງການເສັງທັງໝົດໄດ້ຮັບການຜັນຂະຫຍາຍທາງອອນລາຍ, ເຊິ່ງດຶງດູດ, ເຕົ້າໂຮມບັນດາຜູ້ເຂົ້າຮ່ວມທີ່ມີແນວຄວາມຄິດ ແລະ ທັກສະເໝາະສົມເພື່ອປະຄິດຄິດສ້າງມາດຕະການແກ້ໄຂ. 3 ທິມທີ່ຍາດໄດ້ຄະແນນສູງສຸດຈະໄດ້ຮັບເງິນຈຳນວນ 2.000 USD ຈາກກອງທຶນໜູນຊ່ວຍການພັດທະນາໂຄງການ ແລະ ມີໂອກາດໄດ້ເຂົ້າຮ່ວມລາຍການສູນປະດິດຄິດສ້າງເລີ່ມຕົ້ນທຸລະກິດ HACKcelerator ທ່ີມີມູນຄ່າ 25.000 USD ຂອງອົງການ AngelHack.
 (ແຫຼ່ງຄັດຈາກ VOV)


top