Gyeongbokgung – ຫໍໂຮງສະຫງ່າງາມທີ່ສຸດຢູ່ ສ.ເກົາຫຼີ

ຫໍໂຮງ Gyeongbokgung ໄດ້ຮັບການກໍ່ສ້າງເມື່ອປີ 1395 ໂດຍເຈົ້າຊີວິດ Taejo, ເຈົ້າຊີວິດຜູ້ທຳອິດ ແລະ ກໍ່ເປັນຜູ້ສ້າງຕັ້ງ
ລາຊະວົງ Joseon ຂຶ້ນ.

ຫໍໂຮງ Gyeongbokgung ໄດ້ຮັບການກໍ່ສ້າງເມື່ອປີ 1395 ໂດຍເຈົ້າຊີວິດ Taejo, ເຈົ້າຊີວິດຜູ້ທຳອິດ ແລະ ກໍ່ເປັນຜູ້ສ້າງຕັ້ງລາຊະວົງ Joseon ຂຶ້ນ. ເຂດສະຖາປັດຕະຍະກຳຫໍໂຮງ ຢູ່ນະຄອນຫຼວງ ເຊອູນ ມີທັງໝົດ 5 ໂຮງຄື: Gyeongbok, Changdeok, Changgyeong, Deoksu  ແລະ  Gyeonghui, ໃນນັ້ນ Gyeongbokgung ເປັນຫໍໂຮງທີ່ສະຫງ່າງາມທີ່ສຸດ ແລະ ເປັນໃຈກາງຂອງເຂດສະຖາປັດຕະຍະກຳແຫ່ງນີ້. ນອນຢູ່ ໃຈກາງຂອງນະຄອນຫຼວງ ເຊອູນ, ຫໍໂຮງຫຼັງນີ້ ນຳໃຊ້ພຽງ 5 ສີເທົ່ານັ້ນ, ນັ້ນຄື: ສີຟ້າ, ສີຂາວ, ສີແດງ, ສີດຳ ແລະ ສີເຫຼືອງ, ປະສົມປະສານກັບສະຖາປັດຕະຍະກຳທີ່ລຽບງ່າຍ, ໝັ້ນຄົງດຸນດ່ຽງຖົ່ວເຖິງກັບທຳມະຊາດ. Gyeongbokgung ສະແດງໃຫ້ເຫັນຄວາມເຂັ້ມແຂງແຮງກ້າຂອງສະໄໝລາຊະວົງ Joseon.

 ປະຕູໂຂງຂອງຫໍໂຮງ Gyeongbokgung ໄດ້ອອກແບບ ດ້ວຍຫຼັງຄາສອງຊັ້ນ ແລະ ປະຕູໂຄ້ງ 3 ໜ່ວຍ,
ໃນນັ້ນ ປະຕູຢູ່ໃຈກາງ ແລະ ສູງກວ່າໝູ່ເປັນທາງໄປສຳລັບໃຫ້ ເຈົ້າຊີວິດ,
2 ປະຕູຢູ່ທາງຂ້າງສຳລັບໃຫ້ອາດຍາເຈົ້ານາຍ. 



 
ວັງ ເກີ່ນຈິງ (Geunjeongjeon) ໄດ້ນຳໃຊ້ເປັນບ່ອນເຮັດວຽກ
ແລະ ຕ້ອນຮັບນັກການທູດ.



ຫ້ອງເຮັດວຽກໃຫຍ່, ບ່ອນວາງພະລາຊະບັນລັງຂອງເຈົ້າຊີວິດ. 




ບັນດາລວດລາຍມີ 5 ສີຕົ້ນຕໍ່ແມ່ນ ສີຟ້າ, ສີຂາວ, ສີແດງ, ສີດຳ ແລະ ສີເຫຼືອງ,
ປະສົມປະສານກັບສະຖາປັດຕະຍະກຳ ທີ່ລຽບງ່າຍ,
ແຕ່ວສ້າງຄວາມໝັ້ນຄົງດຸນດ່ຽງຖົ່ວເຖິງ ກັບທຳມະຊາດ.



Sajeongjeon, ເຄື່ອງປັ້ນດິນເຜົາເກົ່າແກ່ໜ່ວຍໜຶ່ງ ມີອາຍຸຫຼາຍຮ້ອຍປີ ໄດ້ນຳໃຊ້ເປັນສິ່ງປະດັບປະດາໃນຫໍໂຮງ. 














ສະຖາປັດຕະຍະກຳພິເສດຈຳນວນໜຶ່ງໃນຫໍໂຮງ Gyeongbokgung.


ຕຶກ ແຄງໂຮ້ຍ (Gyeonghoeru) ເປັນບ່ອນຈັດຕັ້ງບັນດາ ງານລ້ຽງຮັບໃຊ້ນັກການທູດມາແຕ່ຕ່າງປະເທດ
ຫຼື ຈັດຕັ້ງບັນດາ
ລາຍການສະແດງດົນຕີຕ່າງໆ.









ໄດ້ຟື້ນຟູຄືນແຕ່ປີ 1996, ການປ່ຽນກັນເຝົ້າຍາມຂອງທະຫານ
ຍາມໃນຫໍໂຮງ Gyeongbokgung ໄດ້ສ້າງຄວາມປະທັບໃຈ ຢ່າງແຮງໃຫ້ແກ່ນັກທ່ອງທ່ຽວເມື່ອມາທີ່ນີ້. 
ແຕ່ປີ 1990, ລັດຖະບານ ສ.ເກົາຫຼີ ເລີ່ມປະຕິບັດການຟື້ນຟູຄືນຫໍໂຮງ Gyeongbokgung ຫຼັງຈາກມັນຖືກທຳລາຍຢ່າງໜັກ ໜ່ວງຍ້ອນສົງຄາມ ແລະ ການປ່ຽນແປງດ້ານການເມືອງ.  ປະຈຸບັນ, ທີ່ນີ້ ກຳລັງເປີດປະຕູເພື່ອຕ້ອນຮັບນັກທ່ອງທ່ຽວໃນທົ່ວໂລກມາຢ້ຽມຢາມ ແລະ ຢ້ຽມຊົມແບບສະຖາປັດຕະຍະກຳທີ່ດີເດັ່ນຂອງທິດທາເວັນອອກ ແລະ ທັງເປັນຄວາມເອກອ້້າງ ທະນົງໃຈຂອງ ສ. ເກົາຫຼີ ອີກດວ້ຍ. 
ບົດ ແລະ ພາບ: ຫງວຽນຖັ໋ງ/VNP


top