ຂ່າວສານ

Google ເອົາໃຈໃສ່ສົ່ງບາງລະບົບການຜະລິດມາຍັງ ຫວຽດນາມ

ລັດຖະບານ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ວິວັດການຍົກຍ້າຍບັນດາລະບົບສະໜອງທົ່ວໂລກມາຍັງ ຫວຽດນາມ.
  ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ໂດ້ທັງຫາຍ ຕ້ອນຮັບທ່ານ Darren Ward, ຫົວໜ້າຂັ້ນສູງກ່ຽວກັບແຫຼ່ງສະໜອງທົ່ວໂລກຂອງກຸ່ມບໍລິສັດ Google  

ຕອນບ່າຍວັນທີ 07 ມີນາ, ຢູ່ສຳນັກງານກະຊວງອຸດສາຫະກຳ ການຄ້າ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ໂດ້ທັງຫາຍ ໄດ້ຕ້ອນຮັບທ່ານ Darren Ward, ຫົວໜ້າຂັ້ນສູງກ່ຽວກັບແຫຼ່ງສະໜອງທົ່ວໂລກຂອງກຸ່ມບໍລິສັດ Google.

ເມື່ອແລກປ່ຽນທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີ ໂດ້ທັງຫາຍ ຢືນຢັນວ່າ ອາເມລິກາ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ. ຫວຽດນາມ ປາດຖະໜາຢາກຍູ້ແຮງການພົວພັນດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດໃຫ້ຫຼາຍກວ່າເກົ່າ. ທ່ານກໍຢືນຢັນວ່າ ລັດຖະບານ ຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກໃຫ້ວິວັດການຍົກຍ້າຍບັນດາລະບົບສະໜອງທົ່ວໂລກມາຍັງ ຫວຽດນາມ; ພ້ອມທັງ, ສະເໜີໃຫ້ Google ສົມທົບກັນ ແລະ ຍູ້ແຮງວຽກງານຜັນຂະຫຍາຍໂຄງການຮ່ວມມື ເພື່ອຊອກຮູ້ ແລະ ຂະຫຍາຍບັນດາຜູ້ສະໜອງທີ່ມີຄວາມສາມາດບົມຊ້ອນຢູ່ ຫວຽດນາມ.

ສ່ວນທ່ານ Darren Ward ໃຫ້ຮູ້ວ່າ, ປະຈຸບັນ Google ເອົາໃຈໃສ່ເຖິງເລື່ອງຄ່ອຍໆຍົກຍ້າຍລະບົບຜະລິດອຸປະກອນມາ ຫວຽດນາມ, ສະນັ້ນ, ເອົາໃຈໃສ່ທີ່ສຸດເຖິງບັນດານະໂຍບາຍຂອງ ຫວຽດນາມ ໃນຂົງເຂດອຸສາຫະກຳສະໜັບສະໜູນ, ພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ ແລະ ພາສີອາກອນ.

 


top