ຂ່າວສານ

GDP ຫວຽດນາມ ປີ 2023 ອາດຈະບັນລຸ 6,7%

ເສດຖະກິດ ຫວຽດນາມ ໄດ້ ແລະ ພວມມີບັນດາບາດກ້າວເດີນຢ່າງແຮງພາຍຫຼັງຜົນສະທ້ອນຈາກໂລກລະບາດໂຄວິດ -19.
  ທີ່ເວທີປາໄສ ການເຄື່ອນໄຫວເສດຖະກິດ ຫວຽດນາມ ປີ 2020 ດ້ວຍຫົວຂໍ້ “ສືບຕໍ່ຟື້ນຟູເສດຖະກິດ - ບັນດາປັດໄຈຊຸກຍູ້ການເຕີບໂຕ” (ພາບ:qdnd.vn)  

ທີ່ເວທີປາໄສ ການເຄື່ອນໄຫວເສດຖະກິດ ຫວຽດນາມ ປີ 2020 ດ້ວຍຫົວຂໍ້ “ສືບຕໍ່ຟື້ນຟູເສດຖະກິດ - ບັນດາປັດໄຈຊຸກຍູ້ການເຕີບໂຕ”, ໂດຍສູນຖະແຫຼງຂ່າວ ແລະ ຄາດຄະເນເສດຖະກິດ - ສັງຄົມແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນຈັດຂຶ້ນໃນຕອນເຊົ້າວັນທີ 22 ພະຈິກ, ຢູ່ຮ່າໂນ້ຍ, ບັນດານັກຊ່ຽວຊານ ຢັ້ງຢືນວ່າ: ເສດຖະກິດ ຫວຽດນາມ ໄດ້ ແລະ ພວມມີບັນດາບາດກ້າວເດີນຢ່າງແຮງພາຍຫຼັງຜົນສະທ້ອນຈາກໂລກລະບາດໂຄວິດ -19.

ເສດຖະກິດ ຫວຽດນາມ ມີລະດັບການເຕີບໂຕ - ການຟື້ນຟູກະໂດດຂັ້ນກ່ວາເມື່ອທຽບໃສ່ປະເທດອື່ນໆ ໃນພາກພື້ນຍ້ອນນະໂຍບາຍມີໄຫວພິບ ແລະ ການເຄື່ອນໄຫວສັກວັກຊິນກັນພະຍາດໂຄວິດ -19 ສຳເລັດຜົນ. ສິ່ງດັ່ງກ່າວໄດ້ສະແດງຜ່ານ ບັນດາຕົວເລກຄື: ລະດັບເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ໄຕມາດທີ III ຄາດວ່າບັນລຸ 13,67%; 9 ເດືອນຕົ້ນປີບັນລຸ 8,83% - ເຊິ່ງເປັນລະດັບສູງສຸດຂອງໄລຍະ 2011 – 2022; ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບ 4%...

ທີ່ເວທີປາໄສ, ບັນດານັກຊ່ຽວຊານຖືວ່າ: ແຜນການເຕີບໂຕ GDP ຂອງ ຫວຽດນາມ ໃນປີ 2023 ຢູ່ໃນລະດັບ 6,7% ແມ່ນຄາດໝາຍເຕີບໂຕທີ່ລະມັດລະວັງ, ຮຽກຮ້ອງສືບຕໍ່ມີນະໂຍບາຍມີໄຫວພິບ, ເໝາະສົມເພື່ອຊຸກຍູ້ການຟື້ນຟູ ແລະ ເຕີບໂຕ.


top