ຂ່າວສານ

Gallup: ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີແງ່ຫວັງເສດຖະກິດ

      ປັດຈຸບັນ  ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີແງ່ຫວັງເສດຖະກິດ, ຖັດຈາກ ນີຊີເຣຍ 58% ແລະ ອາແຊັກໄບຢານ.

(ພາບປະກອບ:TTXVN)
      ຜົນການສຳຫຼວດຂອງສະຫະສະມາຄົມຄົ້ນຄວ້າສາກົນ Gallup International ໃຫ້ຮູ້ວ່າ, ປັດຈຸບັນ  ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີ, ຖັດຈາກ ນີຊີເຣຍ 58% ແລະ ອາແຊັກໄບຢານ. ກໍຕາມຜົນການສຳຫຼວດນີ້, ດັດຊະນີແງ່ຫວັງເສດຖະກິດຂອງປະຊາຊົນ ລັດເຊຍ ໃນປີ 2020 ຖືກຫຼຸດລົງລະດັບ - 41%. ການສຳຫຼວດດັ່ງກ່າວຖືກປະຕິບັດກັບປະຊາຊົນ 38.000 ຄົນ ຢູ່ 41 ປະເທດໃນໂລກ, ຕາມນັ້ນແລ້ວ 47% ຈຳນວນຜູ້ຖືກຖາມ ຖືວ່າ ປີ 2021 ຈະແມ່ນປີທີ່ພື້ນຖານເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ໃນຂະນະນັ້ນ ມີ 6% ຖືວ່າ ແງ່ຫວັງເສດຖະກິດຈະບັນລຸການເຕີບໂຕດີກວ່າ.
(ແຫຼ່ງຄັດຈາກ VOV)


top