ຂ່າວສານ

G77 ແລະຈີນຮຽກຮ້ອງໃຫ້ຢຸດຕິບັນດາມາດຕະການລົງໂທດແຕ່ຝ່າຍດຽວຍ້ອນໂລກລະບາດໂຄວິດ-19

      G77 ກ່າວເຕື່ອນວ່າບັນດາມາດຕະການຄືແນວນັ້ນຈະສົ່ງຜົນສະທ້ອນເຖິງວິວັດທະນາການຂອງບັນດາປະເທດໃນເລື່ອງຮັບເອົາບັນດາແຫຼ່ງສະໜອງວັດຖຸອຸປະກອນການແພດ

(ພາບປະກອບ: IRNA/TTXVN)
      ວັນທີ 03 ເມສາ, ກຸ່ມບັນດາປະເທດພວມພັດທະນາ (G77) ແລະຈີນໄດ້ຮຽກຮ້ອງໃຫ້ຢຸດຕິບັນດາມາດຕະການລົງໂທດແຕ່ຝ່າຍດຽວສຳລັບບັນດາປະເທດພວມພັດທະນາໃນວິກິດການໂລກລະບາດໂຄວິດ-19 ໃນປະຈຸບັນ, ກ່າວເຕື່ອນວ່າບັນດາມາດຕະການດັ່ງກ່າວອາດຈະກີດຂວາງບັນດາຄວາມມານະພະຍາຍາມໃນການຄວບຄຸມໂລກລະບາດ. G77 ກ່າວເຕື່ອນວ່າບັນດາມາດຕະການຄືແນວນັ້ນຈະສົ່ງຜົນສະທ້ອນເຖິງວິວັດທະນາການຂອງບັນດາປະເທດໃນເລື່ອງຮັບເອົາບັນດາແຫຼ່ງສະໜອງວັດຖຸອຸປະກອນການແພດເພື່ອປິ່ນປົວໃຫ້ແກ່ປະຊາຊົນໃນສະພາບການເກີດໂລກລະບາດໂຄວິດ-19 ໃນປະຈຸບັນ.
ນັບແຕ່ຕົ້ນປີ 2020, ອາເມລິກາໄດ້ປະຕິເສດທຸກຄຳຮຽກຮ້ອງທີ່ກ່ຽວຂ້ອງເຖິງການຢຸດຕິນະໂຍບາຍຂວ້ຳບາດທີ່ພວມກະທົບຢ່າງຮ້າຍແຮງເຖິງບາງປະເທດ ທີ່ພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19, ຄືອີຣານ.ໃນບາງກໍລະນີ, ຊ້ຳບໍ່ໜຳບັນດາມາດຕະການລົງໂທດຍັງຄົງເຄັ່ງຄັດກວ່າເກົ່າ.
 (ແຫຼ່ງຄັດຈາກ VOV)


top