ຂ່າວສານ

G7 ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜ​ູນ​ຊ່ວຍ​ບັນ​ດາ​ປະ​ເທດ ອາບ​ຟ​ຼິກ​ກາ​ ພັດ​ທະ​ນາ

ຕາມການສະຖິຕິແລ້ວ, ຍອດມູນຄ່າບັນດາບ້ວງເງິນໜູນຊ່ວຍໃຫ້ແກ່ ຢູແກຼນ ຈາກບັນດາປະເທດຢູ່ ເອີລົບເໜືອ, ບານຕິກ ແລະ ໂປໂລຍ ຂຶ້ນເຖິງ 24 ຕື້ ເອີໂຣ ແລະ ນີ້ກໍ່ແມ່ນການປະກອບສ່ວນຫຼາຍຢູ່ອັນດັບທີ 2 ຖັດຈາກ ອາເມລິກາ.
ບັນດາການນຳເຂົ້າຮ່ວມກອງປະຊຸມ (ພາບ: euromaidanpress)
ວັນທີ 27 ພະຈິກ, ການນຳບັນດາປະເທດໃນພາກພື້ນ ເອີລົບເໜືອ, ບານຕິກ ແລະ ໂປໂລຍ ໄດ້ຈັດກອງປະຊຸມຢູ່ Harpsund ຂອງຊູແອັດ ດ້ວຍໂຄງການດຳເນີນເງີນສຸມໃສ່ສະພາບຄວາມໝັ້ນຄົງໃນພາກພື້ນ ແລະ ການປະທະກັນຢູ່ ຢູແກຼນ. ກອງປະຊຸມສຸດຍອດຄັ້ງນີ້ມີການເຂົ້າຮ່ວມຂອງກນານຳ ແດນມາກ, ຊູແດນ, ແຟນລັງ, ນອກແວ, ແອັດສະໂຕນີ, ລັດເວຍ ແລະ ໂປໂລຍ. ຢູ່ກອງປະຊຸມ, ບັນດາຝ່າຍໃຫ້ຄຳໝັ້ນສັນຍາ ເພີ່ມທະວີຄວາມສາມາດດ້ານປ້ອງກັນຊາດ ແລະ ເປີດກວ້າງບັນດາຄຳສັ່ງລົງໂທດເລັ່ງໃສ່ ລັດເຊຍ. ບັນດາການນຳກໍ່ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາ ເພີ່ມທະວີການໜູນຊ່ວຍຢູແກຼນ, ໃນນັ້ນ ລວມມີຂະແໜງອຸດສາຫະກຳປ້ອງກັນຊາດ. ຕາມນັ້ນແລ້ວ, ບັນດາປະເທດຈະລົງທຶນຄ່າໃຊ້ຈ່າຍ ເພື່ອຂົນສົ່ງລູກປຶນໃຫ້ແກ່ ຢູແກຼນ ຕື່ມອີກ. ຕາມການສະຖິຕິແລ້ວ, ຍອດມູນຄ່າບັນດາບ້ວງເງິນໜູນຊ່ວຍໃຫ້ແກ່ ຢູແກຼນ ຈາກບັນດາປະເທດຢູ່ ເອີລົບເໜືອ, ບານຕິກ ແລະ ໂປໂລຍ ຂຶ້ນເຖິງ 24 ຕື້ ເອີໂຣ ແລະ ນີ້ກໍ່ແມ່ນການປະກອບສ່ວນຫຼາຍຢູ່ອັນດັບທີ 2 ຖັດຈາກ ອາເມລິກາ.

top