ກຸ່ມບັນດາປະເທດພັດທະນາແລະຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໃນວັນທີ 15 ເມສາໄດ້ເຫັນດີເປັນເອກະພາບເບີກຈ່າຍເງິນກ່ວາ 7.000 ຕື້ USD ເພື່ອແນໃສ່ຮັກສາຕະຫຼາດແຮງງານ, ບັນດາວິສາຫະກິດແລະພື້ນຖານເສດຖະກິດໃນສະພາບການໂລກພວມປະເຊີນໜ້າກັບໂລກລະບາດ Covid -19.
ພາບປະກອບ: Getty Images
ພາຍຫຼັງກອງປະຊຸມທາງອອນລາຍລະຫວ່າງບັນດາລັດຖະມົນຕີການເງິນແລະຜູ້ວ່າການທະນາຄານສູນກາງ G20, ບັນດາຝ່າຍໄດ້ຢັ້ງຢືນສະໜັບສະໜູນຂໍ້ລິເລີ່ມເລື່ອນກຳນົດເວລາໃຊ້ໜີ້ໃຫ້ແກ່ບັນດາປະເທດທຸກຍາກທີ່ສຸດ. ນອກຈາກນັ້ນ, G20 ຍັງໃຫ້ຄຳໝັ້ນສັນຍາຈະປົກປັກຮັກສາຕະຫຼາດວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ, ຮັກສາລະບົບການເງິນທົ່ວໂລກໃຫ້ເປັນປົກກະຕິ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈຜ່ານຜ່າໂລກລະບາດ Covid -19.
(ແຫຼ່ງຄັດຈາກ VOV)