ຂ່າວສານ

G20 ຕີລາຄາສູງບັນດາການປະກອບສ່ວນຕັ້ງໜ້າຂອງ ຫວຽດນາມ

ບັນ​ດາ​ເຈົ້າ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: ຟ້າມ​ວັນ​ຖັງ/TTXVN)
      ພາຍຫຼັງ​ປະ​ຊຸມ​ເປັນ​ເວ​ລາ 2 ວັນ (16 – 17/2), ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກາ​ນ​ຕ່າງ​ປະ​ເທດ ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ ພັດ​ທະ​ນາ ແລະ ຫາກໍ່​ພົ້ນ​ເດັ່ນ​ຂຶ້ນ​ແຖວ​ໜ້າ​ຂອງ​ໂລກ (G20) ໄດ້​ຖືກ​ອັດລົງ​ຢູ່​ນະ​ຄອນ Bonn, ປະ​ເທດ ເຢຍ​ລະ​ມັນ, ດ້ວຍ​ຖະ​ແຫຼງ​ການ​ຮ່ວມ​ສະ​ໜັບ​ສະ​ໜູນ​ກົນ​ໄກ​ຮ່ວມ​ມືຫຼາ​ຍ​ຝ່າຍ, ແກ້​ໄຂ​ທຸກໆ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ. ໃນ​ການ​ປະ​ຊຸມ​ຂ່າວ​ຮ່ວມ​ພາຍຫຼັງ​ສິ້ນ​ສຸດ​ກອງ​ປະ​ຊຸມ, ທ່ານ​ຮອງ​​ນາ​ຍົກລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເຢຍ​ລະ​ມັນ Sigmar Gabriel, ໄດ້​ຢືນ​ຢັນ​ວ່າ: G20 ພວມ​ມີ​ບົດ​ບາດ​ນັບ​ມື້​ນັບ​ໃຫຍ່ຫຼວງ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ​ຄື: ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການຂາດ​ນ້ຳ​ໃຊ້… ເຊິ່ງ​ຕາມ​ທ່ານ​ແລ້ວ, ການ​ຮ່ວມ​ມືຫຼາຍ​ຝ່າຍ​ແມ່ນ​ມາດ​ຕະ​ການ​ໜຶ່ງ​ດຽວ​ສຳ​ລັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ດັ່ງ​ກ່າວ. ໃນ​ຂອບ​ເຂດກອງ​ປະ​ຊຸມ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ທີ່​ຕາງ​ໜ້າ​ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ຂອງ​ໂລກ ໄດ້​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ໂຄງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030, ພິ​ຈາ​ລະ​ນາ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ, ສ້າງ​ສັນ​ຕິ​ພາບ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ອາບ​ຟ​ຣີ​ກາ.
        ຕາມ​ທ່ານ ຫວູກວາ​ງ​ມີງ, ຜູ້​ຊ່ວຍ​ວຽກ​​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລ້ວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ໄດ້​ຢັ້ງ​ຢືນ​ແຜນ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ເປີດ​ກ້​ວາງ, ຫັນ​ເປັນຫຼາຍ​ຮູບຫຼາຍ​ແບບ, ຫຼາຍ​ຝ່າຍ, ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ກໍ່​ໄດ້​ສະ​ເໜີ​ບັນ​ດາ​ປະ​ເທດ G20 ເພີ່ມ​ທະ​ວີ​ການ​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຖ່າຍ​ທອດ​ເຕັກ​ໂນ​ໂລຢ​ີ ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ດ້ວຍ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບ APEC 2017, ຫວຽດ​ນາມ ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ ແລະ ກອງ​ປະ​ຊຸມ G20 ປີນ​ີ້. ບັນ​ດາ​ການ​ປະ​ກອບ​ສ່ວນ​ແທດ​ຈິງ ແລະ ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ປະ​ເທດ​ເຈົ້າ​ພາບ ເຢຍ​ລະ​ມັນ ແລະ ບັນ​ດາ​ສະ​ມາ​ຊິກເຂົ້າ​ຮ່ວມ G20.
 (ແຫຼ່ງຄັດຈາກ VOV)

top