ຂ່າວສານ

FTA ຊ່ວຍຫວຽດນາມກາຍເປັນຕະຫຼາດສົ່ງອອກອັນດັບທີ 2 ຂອງ ສ. ເກົາຫຼີ

      ບົດລາຍງານຂອງສະຫະສະມາຄົມການຄ້າສາກົນເກົາຫຼີ (KITA) ໄດ້ປະກາດໃນວັນທີ 20 ມີນາໃຫ້ຮູ້ວ່າ ຫວຽດນາມຈະລື່ນກາຍອາເມລິກາ, ກາຍເປັນຕະຫຼາດສົ່ງອອກໃຫຍ່ອັນດັບທີ 2 ຂອງ ສ. ເກົາຫຼີ ໃນປີ 2020

(ພາບປະກອບ: Bnews) 
      ບົດລາຍງານຂອງສະຫະສະມາຄົມການຄ້າສາກົນເກົາຫຼີ (KITA) ໄດ້ປະກາດໃນວັນທີ 20 ມີນາໃຫ້ຮູ້ວ່າ ຫວຽດນາມຈະລື່ນກາຍອາເມລິກາ, ກາຍເປັນຕະຫຼາດສົ່ງອອກໃຫຍ່ອັນດັບທີ 2 ຂອງ ສ. ເກົາຫຼີ ໃນປີ 2020 ຍ້ອນວ່າປະຕິບັດສົນທິສັນຍາການຄ້າເສລີສອງຝ່າຍ (FTA). KITA ໃຫ້ຮູ້ວ່າ ການຄ້າລະຫວ່າງສອງປະເທດຄາດວ່າຈະລື່ນກາຍຈຳນວນເງິນ 100 ຕື້ ໂດລາສະຫະລັດ ໃນປີ 2020, ຜ່ານນັ້ນນຳຫວຽດນາມກາຍເປັນຈຸດນັດພົບໃຫຍ່ ອັນດັບທີ 2 ຂອງບັນດາປະເພດສິນຄ້າສົ່ງອອກ ຂອງເກົາຫຼີ, ພຽງຖັດຈາກຈີນເທົ່ານັ້ນ. ການສົ່ງອອກຂອງສ.ເກົາຫຼີເຂົ້າຫວຽດນາມໃນໄລຍະ 10 ປີມານີ້ ຍາມໃດກໍເພີ່ມຂຶ້ນ. ສິນຄ້າສົ່ງອອກຂອງສ.ເກົາຫຼີກວມເອົາ 8.5 % ໃນຍອດຈຳນວນສິນຄ້ານຳເຂົ້ າທັງໝົດຂອງຫວຽດນາມໃນປີ 2007, ແຕ່ໃນ ປີ 2017 ອັດຕາສ່ວນດັ່ງກ່າວເພີ່ມຂຶ້ນລະດັບສະຖິຕິ 22.1%.
        ຕາມການລາຍງານຂ້າງເທິງ, ການຄ້າສອງຝ່າຍເພິ່ມຂຶ້ນ ຍ້ອນມີສົນທິສັນຍາ FTA ລະຫວ່າງສອງປະເທດມີຜົນສັກສິດນັບແຕ່ເດືອນທັນວາ 2015 ເປັນຕົ້ນໄປ. ພາຍໃນ 02 ປີ ນັບແຕ່ຈຸດເວລານັ້ນ, ການສົ່ງອອກຂອງສ.ເກົາຫຼີເຂົ້າຕະຫຼາດຫວຽດນາມ ໄດ້ເພິ່ມຂຶ້ນ 60.5%, ໃນຂະນະການນຳເຂົ້າກໍເພີ່ມຂຶ້ນກວ່າ 61%.
 (ແຫຼ່ງຄັດຈາກ VOV)

top