ວັດທະນະທຳ

Florent Poilane, ນັກກີລາຖີບລົດ Mountain bike

ທ່ານ Florent Poilane ກຳເນີດຈາກເຂດຊົນນະບົດຂອງປະເທດ ຝຣັ່ງ, ບ່ອນທີ່ມີພູເຂົາຫຼາຍ ຊຶ່ງເໝາະສົມກັບ ການເຝິກແອບ ປະເພດກິລາຖີບລົດຖີບເທິງພູເຂົາທີ່ສຸດ (Mountain Bike), ດ້ວຍເຫດນັ້ນ ລາວໄດ້ກາຍເປັນນັກຖີບລົດຖີບກິລາມືອາຊີບ ແລະ ຍາດໄດ້ຫຼາຍ ລາງວັນຢູ່ໃນການແຂ່ງຂັນຊິງລາງວັນສາກົນ. ເມື່ອມານະຄອນ ໂຮ່ຈີມິນດຳລົງຊີວິດ ແລະ ເຮັດວຽກ, ທ່ານ Florent Poilane ໄດ້ສ້າງຕັ້ງສະໂມສອນຂຶ້ນເພື່ອຊ່ວຍໃຫ້ ບັນດາ ເພື່ອນລຸ້ນໜຸ່ມຝຶກແອບປະເພດກິລາທີ່ປະທັບໃຈດັ່ງກ່າວ. 
ໃນມື້ທ້າຍສັບປະດາ, ທ່ານ Florent Poilane ພ້ອມກັບບັນດາ ສະມາຊິກສະໂມສອນໄດ້ເຕົ້າໂຮມກັນຢູ່ສະຖານທີ່ເຝິກແອບ ໃກ້ ໜອງດ້າ (ບ້ານມະຫາວິທະຍາໄລຖູດຶກ)  ຫຼື ສວນສາທາລະນະ ເດັ່ນຮຸ່ງ (ເມືອງ 9) ເພື່ອການຝຶກສອບ.

ສຳລັບປະເພດກິລານີ້, ນອກຈາກຕ້ອງມີລົດຖີບກິລາທີ່ເໝາະສົມແລ້ວ, ຜູ້ເຂົ້າຮ່ວມຕ້ອງປະກອບມີເຄື່ອງສຳຮອງອີກຈຳນວນໜຶ່ງເຊັ່ນ: ໂສ້ງເສື້ອກິລາ, ເກີບ, ຖົງມື, ໝວກກັນກະທົບ, ເຄື່ອງປະກັນຄໍ່ມື, ຫົວເຂົ່າ… ເພື່ອປ້ອງກັນໄພຕ່າງໆໃນເວລາເຝິກແອບ.


ທ່ານ Florent Poilane, ນັກກີລາມືອາຊີບຖີບລົດ Mountain bike. 


ທ່ານ Florent Poilane ໃນເວລາຝຶກແອບທີ່ສະຫນາມເຝິກຊ້ອມ ໃກ້ໜອງດ໋າ, ບ້ານມະຫາວິທະຍາໄລຖູດຶກ, ນະຄອນໂຮ່ຈີມິນ. 


ປະເພດກິລາຖີບລົດ Mountain biken ຫຼໍ່ຫຼອມຄວາມກ້າຫານ ແລະ ຊະນະສິ່ງທ້າທາຍ. 


ຜ່ານຜ່າສິ່ງກີດຂວາງ ຫຼື ເສັ້ນທາງທີ່ເປັນຫຼຸບເປັນໂນນ ກໍເປັນວິທີຫນຶ່ງ ເພື່ອເຝິກຊ້ອມຕົນເອງຜ່ານຜ່າສິ່ງທ້າທາຍ. 


ເພື່ອຊະນະໄດ້ເສັ້ນທາງທີ່ຍາກ ແລະ ອັນຕະລາຍສຳລັບການຂີ່ລົດ ຮຽກຮ້ອງຜູ້ຫຼິ້ນຕ້ອງມີຄວາມກ້າຫານ, ເຊື່ອໝັ້ນຕົນເອງ ແລະ ມີເຕັກນິກທີ່ດີ. 

ໃນເວລາຝຶກຊ້ອມແຕ່ລະຄັ້ງ, ຂຶ້ນກັບຄວາມສາມມາດຂອງຜູ້ຫຼິ້ນ ທີ່ທ່ານ Florent Poilane ຈະແນະນຳເຕັກນິກ ກໍ່ຄືສະຫນາມຝຶກຊ້ອມທີ່ເໝາະສົມ, ຈາກງ່າຍໄປຫາຍາກ.

ທ່ານ ໂຮ່ຢຸຍເຕື່ອງ, ອາຍຸ 21 ປີ ໄດ້ເວົ້າວ່າ: “ປະເພດກິລານີ້ຊ່ວຍ ໃຫ້ຂ້າພະເຈົ້າຝຶກຝົນຄວາມທົນທານໜຽວແໜ້ນ ແລະ ຝຶກຄວາມ ສາມາດສະດຸ້ງວ່ອງໄວໃນເວລາພົບບັນຫາຫຍຸ້ງຍາກ ແລະ  ຄວາມ ສາມາດເປັນເຈົ້າການກັບລົດຖີບຂອງຕົນຢ່າງຍອດຢ້ຽມ”. ທ່ານເຕື່ອງ ໄດ້ໃຫ້ຮູ້ຕື່ມອີກວ່າ, ລາວໄດ້ເຝິກແອບກິລາປະເພດນີ້ມາໄດ້ໜຶ່ງປີ ກວ່າແລ້ວ ແລະ ກໍ່ໄດ້ພົ້ນຜ່ານເລື່ອງເຕັກນິກທີ່ຍາກຫຼາຍຢ່າງເຊັ່ນ: bunny-hop (ການໂດດຂ້າມຜ່ານສິ່ງກີດຂວາງ ຢູ່ເທິງຫນ້າດິນພຽງ), manual (ການຍົກລົດໂດຍບໍ່ໃຊ້ pedal), jumb (ການເຫີນ ກາງ ຫາວ), whip (ການປີ່ນກັບຫລັງ) ແລະ ອື່ນໆ.

ທ່ານ Florent Poilane ໃຫ້ຮູ້ວ່າ, ລາວມີຄວາມປາດຖະໜາຖ່າຍທອດຄວາມຫຼົງໄຫຼກັບລົດຖີບກິລາໃຫ້ແກ່ ບັນດາຊາວໜຸ່ມ ຫວຽດ ນາມ, ຊ່ວຍໃຫ້ເຂົາເຈົ້າເຫັນໄດ້ຄວາມເຊື່ອໝັ້ນຕົນເອງເພື່ອ ຜ່ານຜ່າ ສິ່ງທ້າທາຍ ແລະ ຄົ້ນຫາຕົວເອງ. ປະຈຸບັນ, ທ່ານ Florent Poilane ກຳລັງສົ່ງເສີມການກໍ່ສ້າງພູຢິງ (ນະຄອນຫວຸງເຕົາ) ເປັນສະຫນາມ ເຝິກຊ້ອມທີ່ເຫມາະສົມເພື່ອຝຶກຊ້ອມ ແລະ ຈັດຕັ້ງ ງານແຂ່ງ ຂັນລົດ ຖີບຕາມພື້ນທີ່ໃນໄລຍະຈະມາເຖິງນີ້.


ທ່ານ Florent Poilane ສະຫມັກໃຈແນະນຳໃຫ້ແກ່ບັນ ດາເພື່ອນໜຸ່ມໆ ຜູ້ທີ່ມີຄວາມຫຼົງໄຫຼເຊັ່ນດຽວກັນໃນຊຸມມື້ທ້າຍ ສັບປະດາ. 


ເຂດໜອງດ້າ(ເມືອງຖູດຶກ) ແລະ ສວນສາທາລະນະ ເດັ່ນຮຸ່ງ (ເມືອງ 9) ເປັນສະຖານທີ່ສຳລັບການຝຶກຊ້ອມປະຈຳຂອງ
ທ່ານ Florent Poilane ແລະ ບັນດາເພື່ອນລຸ້ນໜຸ່ມ. 



ທ່ານ Florent Poilane ແນະນຳໃຫ້ແກ່ຜູ້ຫຼິ້ນວິທີດູແລ ແລະ ຮັກສາລົດຖີບ. 


ການປະກອບ ແລະ ກວດກາພາກສ່ວນຕ່າງໆຂອງລົດຖີບກ່ອນເຂົ້າສູ່ ການຝືກແອບ. 


ການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນໃນເວລາຝຶກຊ້ອມ.


ທ່ານ Florent Poilane ແນະນຳໃຫ້ບັນດາເພື່ອນຊາວໜຸ່ມ ຜູ້ທີ່ມີຄວາມຫຼົງໄຫຼເຊັ່ນດຽວກັນດ້ວຍຄວາມສະຫນຸກສະຫນານ. 
 
ປະຕິບັດ: ເຊີນເງ້ຍ - ພາບ: ທົງຫາຍ

top